ສື່ຈີນເຜີຍແຜ່ວິດີໂອ ເບື້ອງຫຼັງການຜະລິດເບຍປອມ ເບິ່ງຈາກສະພາບແລ້ວອຸກແທນຢູ່ກິນເຂົ້າໄປ - ອິດສະຫຼະ

ສື່ຈີນເຜີຍແຜ່ວິດີໂອ ເບື້ອງຫຼັງການຜະລິດເບຍປອມ ເບິ່ງຈາກສະພາບແລ້ວອຸກແທນຢູ່ກິນເຂົ້າໄປ



ສະຖານນີໂທລະພາບຫູໜານ ອີໂຄໂນມິກ ເຜີຍແຜ່ວິດີໂອຂະນະທີ່ພະນັກງານໃນສາງແຫ່ງໜຶ່ງ ກຳລັງຂົນກະປ໋ອງເບຍສັນຊາດອາເມຣິກາ Budweiser ໃຊ້ແລ້ວອອກຈາກແກັດ ເພື່ອນຳໄປບັນຈຸເບຍໃນອ່າງຢາງ ແລະ ສົ່ງຕໍ່ເຂົ້າເຄື່ອງຈັກອັດ ຖືວ່າສຳເລັດໃນຂະບວນການຜະລິດແບບງ່າຍໆ.

ໃນຕອນທ້າຍວິດີໂອຈະເຫັນມີເຈົ້າໜ້າທີ່ຕຳຫຼວດປະມານ 4-5 ຄົນ ເຊິ່ງມີການຄາດການວ່າໜ້າຈະເປັນການຖ່າຍທຳເຮັດແຜນປະກອບຄຳຮັບສາລະພາບ ແຕ່ບໍ່ໄດ້ລາຍງານວ່ມີຜູ້ຖືກຈັບຈັກຄົນ

ໃນດ້ານຂອງບໍລິສັດລູກຂອງເບຍ Budweiser ໃນຈີນລະບຸວ່າ ບໍລິສັດກຳລັງຮ່ວມມືກັບຕຳຫຼວດໃນການດຳເນີນຄະດີນີ້ຢ່າງໃກ້ຊິດ ແຕ່ບໍ່ເປີດເຜີຍລາຍລະອຽດ.


No comments

Powered by Blogger.