ຜູ້ນຳຟິລິບປິນ ຍອມຮັບວ່າກຸ່ມຕິດອາວຸດທີ່ຢຶດເມືອງມາຣາວີເປັນກຸ່ມ IS ທີ່ມາຈາກຫຼາຍປະເທດ - ອິດສະຫຼະ

ຜູ້ນຳຟິລິບປິນ ຍອມຮັບວ່າກຸ່ມຕິດອາວຸດທີ່ຢຶດເມືອງມາຣາວີເປັນກຸ່ມ IS ທີ່ມາຈາກຫຼາຍປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 1 ມິຖຸນາ 2017 ວ່າ: ທ່ານ ໂຣດຼິໂກ ດູເຕເຕ ປະທານປະເທດຟິລິບປິນກ່າວໃນມື້ນີ້ວ່າ ກຸ່ມກໍ່ເຫດໂຈມຕີເມືອງມາຣາວີ ຢູ່ເກາະບິນດາເນົາ ທາງພາກໃຕ້ຂອງປະເທດນັ້ນ ເປັນສີມືຂອງກຸ່ມລັດອິດສະລາມແຫ່ງອິຣັກ ແລະ ຊີຣີ ຫຼື IS ບໍ່ແມ່ນກຸ່ມເມົາເຕທີ່ເປັນກະບົດທ້ອງຖິ່ນ.

ທ່ານ ດູເຕເຕ ກ່າວວ່າ ກຸ່ມ IS ກຳລັງຖືກຂັບໄລ່ອອກຈາກອິຣັກ ແລະ ຊີຣີ ເຮັດໃຫ້ຕ້ອງຫາເຂດທີ່ໝັ້ນໃໝ່ ຈຶ່ງນຳມາສູ່ການວາງແຜນຢ່າງຍາວນານເພື່ອກໍ່ເຫດຢຶດເມືອງມາຣາວີຂອງຟິລິບປິນ ກ່ອນໜ້ານີ້ທ່ານ ດູເຕເຕ ເຄີຍໄດ້ເຕືອນວ່າ ກຸ່ມ IS ຈະເຂົ້າມາໃນປະເທດໃນອີກບໍ່ດົນ.


ໃນດ້ານຂອງກະຊວງປ້ອງກັນປະເທດຟິລິບປິນກໍ່ໄດ້ລາຍງານວ່າ: ກຸ່ມນັກຮົບຕ່າງປະເທດທີ່ເຂົ້າຮ່ວມກັບກຸ່ມກະບົດທາງພາກໃຕ້ຟິລິບປິນນັ້ນມາຈາກອາຣັບບີ ຊາອູດິດ, ມາເລເຊຍ, ອິນໂດເນເຊຍ, ເຢເມນ ແລະ ເຊເນຍ ເຊິ່ງກວດພົບຈາກສົບທີ່ເສຍຊີວິດໃນເມືອງມາຣາວີ.

No comments

Powered by Blogger.