ສານອອກໝາຍຈັບ ອະດີດນາຍົກໄທ ເພາະບໍ່ໄປຂຶ້ນສານຟັງຄຳຕັດສິນໃນຄະດີໂຄງການຈຳນຳເຂົ້າ - ອິດສະຫຼະ

ສານອອກໝາຍຈັບ ອະດີດນາຍົກໄທ ເພາະບໍ່ໄປຂຶ້ນສານຟັງຄຳຕັດສິນໃນຄະດີໂຄງການຈຳນຳເຂົ້າ



ສຳນັກຂ່າວຕ່າງປະເທດລາຍງານ 25 ສິງຫາ 2017 ວ່າ: ພາຍຫຼັງທີ່ສານໄດ້ນັດທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ຂຶ້ນຟັງຄຳຕັດສິນຂອງສານໃນຄະດີທີ່ປ່ອຍປະໃຫ້ມີການສໍ້ໂກງໃນໂຄງການຈຳນຳເຂົ້າທີ່ເປັນນະໂຍບາຍຂອງລັດຖະບານໃນສະໄໝທີ່ທ່ານ ນາງ ຍິ່ງລັກ ເປັນນາຍົກລັດຖະມົນຕີໃນມື້ນີ້, ແຕ່ປາກົດວ່າເມື່ອເຖິງເວລາອ່ານຄຳຕັດສິນທ່ານ ນາງ ຍິ່ງລັກ ບໍ່ມາຕາມກຳນົດ ສານຈຶ່ງໄດ້ອອກໝາຍຈັບໃນທັນທີ ແລະ ໄດ້ເລື່ອນອ່ານຄຳຕັດສິນອອກໄປເປັນວັນທີ 27 ກັນຍາ 2017 ນີ້.

ໂດຍທະນາຍຂອງທ່ານ ນາງ ຍິ່ງລັກ ໄດ້ຊີ້ແຈງຕໍ່ສານຂໍເລື່ອນນັດຟັງຄຳຕັດສິນອອກໄປວ່າ ທ່ານ ນາງ ຍິ່ງລັກ ບໍ່ສະບາຍ ມີອາການນ້ຳໃນຫູບໍ່ເທົ່ານັ້ນ ມີອາການປວດຫົວ ຈຶ່ງບໍ່ສາມາດເດີນທາງມາສານໄດ້ ແຕ່ໄອຍະການໂຈດໄດ້ຄັດຄ້ານໂດຍເຫັນວ່າອາການບໍ່ສະບາຍດັ່ງກ່າວບໍ່ເຖິງຂັ້ນທີ່ຈະເດີນທາງມາສານບໍ່ໄດ້ ດັ່ງນັ້ນ, ຈຶ່ງໄດ້ອອກໜາຍຈັບ ແລະ ຮິບເງິນປະກັນ 30 ລ້ານບາດ.

ນອກຈາກນີ້ສານຍັງໄດ້ຕັດສິນຜູ້ກ່ຽວຂ້ອງກັບຄະດີດັ່ງກ່າວໃນມື້ດຽວກັນນີ້ອີກຫຼາຍຄົນ ເຊິ່ງມີບຸກຄົນສຳຄັນຄື ອະດີດລັດຖະມົນຕີກະຊວງການຄ້າ ຖືກຕັດສິນຕິດຄຸກ 42 ປີ, ແລະ ອະດີດລັດຖະມົນຕີກະຊວງການເງິນ ຖືກຕັດສິນຕິດຄຸກ 36 ປີ ແລະ ຍັງມີບຸກຄົນອື່ນໆອີກຈຳນວນໜຶ່ງ.

ເຊິ່ງແຫຼ່ງຂ່າວຫຼາຍສຳນັກໃນໄທໄດ້ອອກຂ່າວເປັນສຽງດຽວກັນວ່າ ປັດຈຸບັນນີ້ ທ່ານ ນາງ ຍິ່ງລັກ ໄດ້ຫຼົບໜີອອກຈາກປະເທດແລ້ວ ແຕ່ກໍ່ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນທາງການ ແລະ ກໍ່ບໍ່ຮູ້ເທື່ອວ່າຫຼົບໜີໄປໃສ່.

No comments

Powered by Blogger.