ມີຫຼາຍບັນຫາທີ່ລັດຖະບານ ຈະສຸມໃສ່ປະຕິບັດໃນເດືອນກັນຍາທີ່ຈະມາເຖິງນີ້ - ອິດສະຫຼະ

ມີຫຼາຍບັນຫາທີ່ລັດຖະບານ ຈະສຸມໃສ່ປະຕິບັດໃນເດືອນກັນຍາທີ່ຈະມາເຖິງນີ້



ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນ ສິງຫາ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ແລະ ປິດລົງໃນວັນທີ 25 ສິງຫາ 2017 ຢູ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ

ກ່ອນເຂົ້າວາລະດໍາເນີນກອງປະຊຸມ ບັນດາສະມາຊິກລັດຖະບານ ໄດ້ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນ ຢູ່ພາຍໃນ ແລະ ຕ່າງປະເທດ, ສະພາບຜົນກະທົບເສຍຫາຍຈາກໄພນໍ້າຖ້ວມ ຈາກບັນດາກະຊວງທີ່ກ່ຽວຂ້ອງ. ສໍາລັບກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ບັນດາສະມາຊິກລັດຖະບານ ໄດ້ພ້ອມກັນສຸມໃສ່ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ, ມີຄວາມຮັບຜິດຊອບສູງ ແລະ ຮັບຮອງເອົາດ້ານຫຼັກການ ຮ່າງດໍາລັດ ຈຳນວນ 3 ສະບັບ ຄື: ຮ່າງດໍາລັດວ່າດ້ວຍວັນພັກ; ຮ່າງດໍາລັດວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ; ຮ່າງດໍາລັດວ່າດ້ວຍ ເງິນເບ້ຍລ້ຽງ ສໍາລັບນັກຮຽນຜູ້ທຸກຍາກ ແລະ ດ້ອຍໂອກາດ ໃນສາຍສາມັນສຶກສາ. ໃນນັ້ນ ກອງປະຊູມໄດ້ມີຄຳເຫັນຊີ້ນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ນຳເອົາບັນດາຮ່າງດຳລັດດັ່ງກ່າວ ໄປປັບປຸງຕາມ ການປະກອບຄຳເຫັນ ຂອງສະມາຊິກລັດຖະບານ, ພ້ອມທັງ ສົມທົບກັບຂະແໜງການ ທີ່ກ່ຽວຂ້ອງກັບການສ້າງນິຕິກຳ ເພື່ອສືບຕໍ່ຄົ້ນຄວ້າເບິ່ງຄວາມເໜາະສົມຕື່ມ ໂດຍສະເພາະ ຊື່ຂອງດຳລັດ, ການໃຊ້ຄຳສັບ, ການກຳນົດມາດຖານ ແລະ ເງື່ອນໄຂຕ່າງໆ, ການກຳນົດພາກສ່ວນ ແລະ ຂະແໜງການທີ່ມີສ່ວນຮ່ວມ.

ຕໍ່ກັບການນໍາໃຊ້ສູນ ດາຕາ ເຊັນເຕີ (Data Center) ເຂົ້າໃນການຫັນເປັນທັນສະໄໝ ເພື່ອພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ນັ້ນ, ກອງປະຊຸມໄດ້ຊີ້ນໍາ ໃຫ້ບັນດາຂະແໜງການຕ່າງໆ ປະສານສົມທົບກັບ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອນໍາໃຊ້ສູນດັ່ງກ່າວ ໃຫ້ມີປະສິດທິຜົນສູງຂຶ້ນ, ສາມາດຮັບປະກັນ ແລະ ຮັກສາຂໍ້ມູນຂ່າວສານໄດ້ ທັງນີ້ ເພື່ອເຮັດໃຫ້ສູນດັ່ງກ່າວ ຖືກນໍາໃຊ້ ແລະ ເກີດຜົນປະໂຫຍດສູງສຸດ. ພາຍຫຼັງ ບັນດາຂະແໜງການຕ່າງໆ ນໍາໃຊ້ສູນດັ່ງກ່າວແລ້ວ ໃຫ້ຂະແໜງການກ່ຽວຂ້ອງ ລາຍງານຜົນການນໍາໃຊ້ ໃຫ້ລັດຖະບານ ຊາບຕື່ມອີກ.

ສໍາລັບບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງລັດຖະກອນ ປະຈໍາປີ 2017 ແລະ ແຜນຄວາມຕ້ອງການລັດຖະກອນໃໝ່ ປີ 2018 ຜ່ານການຮັບຟັງການລາຍງານ ຈາກຂະແໜງການທີ່ກ່ຽວຂ້ອງ ໃນປີ 2017 ທົ່ວປະເທດມີພະນັກງານ-ລັດຖະກອນ ທັງໝົດ 183.680 ຄົນ, ຍິງ 84.268 ຄົນ (ຂັ້ນສູນກາງ ມີຈໍານວນ 26.727 ຄົນ, ຍິງ 11.546 ຄົນ, ຂັ້ນແຂວງ ມີຈໍານວນ 36.170 ຄົນ, ຍິງ 15.109 ຄົນ ແລະ ຂັ້ນເມືອງ ມີຈໍານວນ 120.783 ຄົນ, ຍິງ 57.613 ຄົນ) ເຊິ່ງຕົວເລກພະນັກງານ-ລັດຖະກອນທັງໝົດ ເມື່ອທຽບໃສ່ພົນລະເມືອງແລ້ວ ເທົ່າກັບ 2,8% ທຽບໃສ່ບັນດາໃນປະເທດອາຊຽນ ແມ່ນຢູ່ອັນດັບທີ 3. ກອງປະຊຸມໄດ້ຕົກລົງເປັນເອກະພາບກັນວ່າ: ເຫັນດີອະນຸມັດຕົວເລກລັດຖະກອນໃໝ່ ປະຈໍາປີ 2018 ເພື່ອທົດແທນພະນັກງານ-ລັດຖະກອນ ທີ່ໄດ້ອອກທຸກຮູບການເທົ່ານັ້ນ ສ່ວນຕົວເລກລາຍລະອຽດ ແມ່ນຈະໄດ້ມີຂໍ້ຕົກລົງວ່າດ້ວຍການ ອະນຸມັດຕົວເລກລັດຖະກອນ ປີ 2018 ສະເພາະ. ໃນນັ້ນ, ໃຫ້ທຸກໆພາກສ່ວນຢູ່ສູນກາງ ແລະ ທ້ອງຖິ່ນ ກວດກາຄືນບັນດາຕໍາແໜ່ງງານ ອັນໃດທີ່ຈໍາເປັນ ແລະ ອັນໃດທີ່ບໍ່ຈໍາເປັນ ເພື່ອເຮັດໃຫ້ພະນັກງານຜູ້ໜຶ່ງ ສາມາດເຮັດວຽກໄດ້ຫຼາຍຕໍາແໜ່ງງານ ສິ່ງສໍາຄັນ ກົງຈັກການຈັດຕັ້ງແຕ່ສູນກາງລົງຫາທ້ອງຖິ່ນ ແມ່ນບໍ່ໄດ້ຂະຫຍາຍເພີ່ມ ຄຽງຄູ່ກັບການເພີ່ມມາດຕະຖານພະນັກງານ-ລັດຖະກອນ ເພື່ອຮັບປະກັນໃຫ້ມີຄຸນນະພາບ, ມີປະສິດທິພາບ, ມີຄວາມຮັບຜິດຮັບຊອບ ໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງຕົນ.

ສ່ວນຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາ 2025 ແລະ ແຜນພັດທະນາພະລັງງານ ແລະ ບໍ່ແຮ່ 5 ປີ ຄັ້ງທີ VIII (2016-2020) ກອງປະຊຸມໄດ້ຕົກລົງເຫັນດີ ໃຫ້ນຳໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃນນັ້ນ ດ້ານບໍ່ແຮ່ ແມ່ນໃຫ້ເອົາໃຈໃສ່ຕໍ່ຂອດການຈັດຕັ້ງປະຕິບັດຕົວຈິງ ໂດຍເລີ່ມຈາກການສຶກສາສຳຫຼວດ, ຄົ້ນຄວ້າ, ເກັບກຳຂໍ້ມູນ ໃຫ້ລະອຽດ ຈຶ່ງກ້າວໄປສູ່ການວາງແຜນສະຫງວນໄວ້ ຫຼື ຂຸດຄົ້ນມານຳໃຊ້ ຕາມຄວາມເໝາະສົມ ພ້ອມກັນນັ້ນ ໃນສະເພາະໜ້າ ແມ່ນໃຫ້ເອົາໃຈໃສ່ຕໍ່ຂອດ ການຄຸ້ມຄອງການລົງທຶນໃຫ້ດີ, ມີຄວາມເຂັ້ມງວດ ຕາມກົດໝາຍ ແລະ ລະບຽບການ, ຖືກຕ້ອງຕາມເຕັກນິກ, ຂະແໜງການທີ່ກ່ຽວຂ້ອງ ຕ້ອງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງກວ່າເກົ່າ.

ສ່ວນດ້ານພະລັງງານ ແມ່ນໃຫ້ໝູນໃຊ້ທ່າແຮງ ຂອງທ້ອງຖິ່ນໃຫ້ເກີດປະໂຫຍດ ໂດຍສະເພາະ ການສ້າງ ແລະ ນຳໃຊ້ພະລັງງານທົດແທນໃຫ້ຫຼາຍຂຶ້ນ ຕິດພັນກັບສົ່ງເສີມການຊົມໃຊ້ພາຍໃນ.

ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການປະຕິບັດວຽກງານຈຸດສຸມທີ່ສໍາຄັນ ຂອງລັດຖະບານໂດຍສັງເຂບ ໃນ 01 ເດືອນຜ່ານມາ ເຊິ່ງເຫັນວ່າ ລັດຖະບານ ສາມາດປະຕິບັດຫຼາຍວຽກງານທີ່ພົ້ນເດັ່ນ ເປັນຕົ້ນ: ໄດ້ເຮັດວຽກຮ່ວມກັບຄະນະປະຈໍາສະພາແຫ່ງຊາດ ເພື່ອທົບທວນການຈັດຕັ້ງປະຕິບັດ ບັນດາມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ບັນຫາພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມຈໍານວນໜຶ່ງ; ໄດ້ຈັດກອງປະຊຸມຫຼາຍຄັ້ງ ເພື່ອປຶກສາຫາລືສະເພາະ ກ່ຽວກັບທິດທາງການແກ້ໄຂ ແລະ ກະຕຸກຊຸກຍູ້ເສດຖະກິດ ເຊີ່ງໃນນັ້ນ ໄດ້ລົງເລິກຫຼາຍຫົວຂໍ້ສຳຄັນ ເປັນຕົ້ນແມ່ນ ສົ່ງເສີມການຜະລິດເປັນສິນຄ້າ, ການແກ້ໄຂໜີ້ສິນການລົງທຶນຂອງລັດ, ການເຂົ້າເຖິງແຫຼ່ງທຶນ ຂອງພາກທຸລະກິດ ແລະ ການຄຸ້ມຄອງອັດຕາແລກປ່ຽນ; ໄດ້ພົບປະພະນັກງານຫຼັກແຫຼ່ງ ຂອງຂະແໜງການເງິນເພື່ອລົງເລິກຊຸກຍູ້ ແລະ ຊີ້ນໍາທິດທາງການເຄື່ອນໄຫວວຽກງານການເງິນໃນຕໍ່ໜ້າ ໃຫ້ມີປະສິດທິຜົນກວ່າເກົ່າ; ໄດ້ຕິດຕາມ ແລະ ແຈ້ງເຕືອນ ປະຊາຊົນ ກ່ຽວກັບສະພາບດິນຟ້າອາກາດ ແລະ ໄດ້ເອົາໃຈໃສ່ຕິດຕາມ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ. ໄພນ້ຳຖ້ວມໃນເດືອນຜ່ານມາ ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນຕໍ່ຊີວິດ, ຊັບສິນ, ຖະໜົນຫົນທາງ ແລະ ເງື່ຶອນໄຂການທຳມາຫາກິນ ຂອງປະຊາຊົນ. ລັດຖະບານໄດ້ຊີ້ນຳໃຫ້ຂະແໜງການ ແລະ ທ້ອງຖິ່ນ ລົງຕິດຕາມ ເພື່ອຟື້ນຟູຜົນເສຍຫາຍ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ; ໄດ້ດໍາເນີນກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ ເພື່ອພິຈາລະນາ ແລະ ຕົກລົງບັນຫາສໍາຄັນ ຕາມການສະເໜີ ຂອງຂະແໜງການ ແລະ ທ້ອງຖິ່ນ ເຊັ່ນ: ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດຫວຍພັດທະນາ, ແຜນຄຸ້ມຄອງ ແລະ ບໍລິຫານທ່າເຮືອຫວຸ່ງອ່າງ, ການປັບປຸງຮ່າງກົດໝາຍ 06 ສະບັບທີ່ຈະນໍາສະເໜີຕໍ່ ກອງປະຊຸມສະພາແຫ່ງຊາດສະໄໝສາມັນ ເທື່ອທີ 4 ແລະ ບັນຫາອື່ນໆ ອີກຈຳນວນໜຶ່ງ; ນາຍົກ-ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ກໍໄດ້ລົງເຄື່ອນໄຫວ ເຮັດວຽກຢູ່ທ້ອງຖິ່ນ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ຢ້ຽມຢາມ ແລະ ຊຸກຍູ້ພື້ນຖານການຜະລິດ ແລະ ກວດກາການຈັດຕັ້ງປະຕິບັດ ການຕົກລົງຕ່າງໆ ທີ່ສຳຄັນຂອງລັດຖະບານ ແລະ ວຽກງານສຳຄັນອື່ນໆ.

ເດືອນກັນຍາ ເປັນເດືອນສຸດທ້າຍຂອງໄຕມາດທີ 3 ຂອງປີ 2017, ເປັນເດືອນໜື່ງທີ່ສະມາຊິກລັດຖະບານ ຈະໄດ້ເຂົ້າຮ່ວມຫຼາຍກອງປະຊຸມສຳຄັນ (ກອງປະຊຸມລັດຖະບານເປີດກວ້າງ, ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ການເຄື່ອນໄຫວຢ້ຽມຢາມຕ່າງປະເທດຈໍານວນໜື່ງ). ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ຈິ່ງໄດ້ຮຽກຮ້ອງໃຫ້ສະມາ ຊິກລັດຖະບານ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາວຽກງານຈຸດສຸມສໍາຄັນໃນເດືອນກັນຍາ ນີ້ ເປັນຕົ້ນ:

1. ສືບຕໍ່ຕິດຕາມຢ່າງໃກ້ຊິດ ສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈຢ່າງລະອຽດ ແລະ ເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບ ທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ຕໍ່ການພັດທະນາຂອງປະເທດເຮົາ ສືບຕໍ່ການເຄື່ອນໄຫວຕ່າງປະເທດ ຢ່າງເປັນເຈົ້າການ ແລະ ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວຢ້ຽມຢາມຕ່າງປະເທດ ຂອງການນໍາພັກ-ລັດ ຕາມແຜນທີ່ໄດ້ກຳນົດ ໃຫ້ໄດ້ຮັບໝາກຜົນສູງ.

2. ສືບຕໍ່ເພີ່ມທະວີຄວາມເອົາໃຈໃສ່ ຕໍ່ວຽກງານຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ  ໂດຍສະເພາະແມ່ນການແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ທີ່ຍັງບໍ່ທັນຫຼຸດລົງ ເປັນຕົ້ນແມ່ນ: ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ, ການປູ້ນຈີ້ຊີງຊັບ ແລະ ບັນຫາອື່ນໆ. ສະເພາະເດືອນນີ້, ພວກເຮົາກໍໄດ້ຮັບລາຍງານ ກ່ຽວກັບກັບ ການລັກຊັບສິນຂອງຊາວຕ່າງປະເທດ ທີ່ມີທ່າອ່ຽງເພີ່ມຂຶ້ນ ເຊິ່ງຫາກຍັງແຜ່ຂະຫຍາຍຕໍ່ໄປ ກໍຈະກະທົບເຖິງຄວາມສະຫງົບ, ຊື່ສຽງ, ຄວາມໜ້າຢູ່, ໜ້າທ່ຽວ ແລະ ໜ້າລົງທຶນ ຂອງປະເທດເຮົາ ຕໍ່ສາກົນ ແລະ ກໍຈະກະທົບໂດຍກົງ ຕໍ່ການເປີດປີທ່ອງທ່ຽວ ໃນປີ 2018 ທີ່ຈະມາເຖິງ. ດັ່ງນັ້ນ, ຢາກໃຫ້ເອົາໃຈໃສ່ແກ້ໄຂບັນຫານີ້ໃຫ້ໄດ້.

3. ກະກຽມກອງປະຊຸມລັດຖະບານ ຮ່ວມກັບບັນດາເຈົ້າແຂວງ ແລະ ເຈົ້າຄອງນະຄອນ ຫຼວງວຽງຈັນ ເຊິ່ງຈະຈັດຂຶ້ນ ໃນວັນທີ 7-8 ກັນຍາ ໃຫ້ມີເນື້ອໃນເລິກເຊີ່ງ. ກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງນີ້ມີຄວາມໝາຍສໍາຄັນຫຼາຍ ເພາະພວກເຮົາຈະໄດ້ປຶກສາຫາລືຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນການສະຫຼຸບຕີລາຄາ ຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນທ້າຍປີ ຂອງປີ 2017 ແລະ ແຜນພັດທະນາເສດຖະກິດສັງຄົມ ສຳລັບປີ 2018. ບົດສະຫຼຸບດັ່ງກ່າວນີ້ ຈະໄດ້ລາຍງານຕໍ່ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກພັກ ເທື່ອທີ 5  ໃນກາງເດືອນກັນຍາ ແລະ ກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4  ໃນເດືອນຕຸລາ ທີ່ຈະມາເຖິງ. ແຕ່ນີ້ຮອດມື້ປະຊຸມກໍຍັງແຕ່ 2 ອາທິດ, ດັ່ງນັ້ນ,ຈຶ່ງຢາກສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໂດຍສະເພາະພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ກະກຽມເນື້ອໃນ ແລະ ການລາຍງານຂອງຕົນ ໃຫ້ກະທັດຮັດ, ມີເນື້ອໃນຊັດເຈນ ແລະ ສາມາດລົງເລິກປະເດັນທີ່ຈະປຶກສາຫາລື ໃນກອງປະຊຸມ ເພື່ອໃຫ້ສາມາດລະດົມຄວາມຄິດເຫັນ ແລະ ປັບປຸງ ເພື່ອລາຍງານຕໍ່ກອງປະຊຸມສູນກາງ ແລະ ກອງປະຊຸມສະພາດັ່ງກ່າວ. ພ້ອມນີ້, ກໍໃຫ້ຮີບຮ້ອນປັງປຸງ ແລະ ຮຽບຮຽງ ຮ່າງກົດໝາຍ 13 ສະບັບ ທີ່ຈະນຳໄປຜ່ານກອງປະຊຸມສະພາແຫ່ງຊາດ ສະໄໝສາມັນເທື່ອທີ 4  ໃນເດືອນຕຸລາ ໃຫ້ສຳເລັດ ແລ້ວສົ່ງໃຫ້ຄະນະ ປະຈຳສະພາແຫ່ງຊາດ ທັນຕາມກຳນົດເວລາ.

4. ສືບຕໍ່ສັງລວມ ແລະ ຄົ້ນຄວ້າແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຮູບແບບ ອວ່າຍໜີ້ 3 ແຈ ແລະ ວິທີການແກ້ໄຂອື່ນໆ ທີ່ເໝາະສົມ ໃຫ້ສຳເລັດໂດຍໄວ. ສືບຕໍ່ຄົ້ນຄວ້າ ປະເມີນໂຄງການລົງທຶນຂອງລັດ ກ່ອນພິຈາລະນາເຂົ້າແຜນ ໂດຍເນັ້ນໃສ່ປະສີດທິຜົນຂອງໂຄງການ, ຄວາມອາດສາມາດໃນການສະໜອງງົບປະມານ ແລະ ການຫຼຸດຜ່ອນການສ້າງໜີ້ສິນເພີ່ມ ໃຫ້ແກ່ງົບປະມານແຫ່ງຊາດ ທີ່ຍັງບໍ່ທັນເຂັ້ມແຂງ, ສືບຕໍ່ປັບປຸງລັດວິສາຫະກິດ ໂດຍສະເພາະ ລັດວິສາຫະກິດການບີນລາວ ແລະ ລັດວິສາຫະກິດໄຟຟ້າລາວ ໃຫ້ມີຄວາມຄືບໜ້າໄວຂຶ້ນ. ວຽກງານດັ່ງກ່າວນີ້ ຍັງປະຕິບັດໄດ້ຊັກຊ້າ. ດັ່ງນັ້ນ, ຍາກໃຫ້ເອົາໃຈໃສ່ ແລະ ເລັ່ງປະຕິບັດໃຫ້ໄວຂຶ້ນ;

5. ໃຫ້ສືບຕໍ່ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດ ແລະ ການບໍລິການ ຂອງບັນດາຫົວໜ່ວຍການຜະລິດ ແລະ ປະຊາຊົນ ໃຫ້ເປັນຂະບວນຟົດຟື້ນ ທັງຮັບປະກັນໃຫ້ມີຄຸນນະພາບ ແລະ ປະສິດທິຜົນໃຫ້ຫຼາຍຂຶ້ນ. ພ້ອມນີ້ ກໍໃຫ້ເອົາໃຈ ໃສ່ຄຸ້ມຄອງ ການນຳເຂົ້າສິນຄ້າ ແລະ ເຄື່ອງບໍລິໂພກ ທີ່ມີຄວາມສ່ຽງ ຕໍ່ສຸຂະພາບຂອງປະຊາຊົນ ທັງກະທົບຕໍ່ການຜະລິດພາຍໃນເຊັ່ນ: ການນຳເຂົ້າຊີ້ນສັດ, ພືດ ແລະ ເຄື່ອງບໍລິໂພກ ທີ່ມີສານປົນເປື້ອນ. ໃນເດືອນຜ່ານມາ ລັດຖະບານກໍໄດ້ຈັດກອງປະຊຸມສະເພາະ ແລະ ໄດ້ຊີ້ນຳຂະແໜງການ ແລະ ພາກສ່ວນກ່ຽວຂ້ອງແລ້ວ. ດັ່ງນັ້ນ, ໃຫ້ຈັດຕັ້ງປະຕິບັດຕາມຈິດໃຈຊີ້ນຳດັ່ງກ່າວຢ່າງເຂັ້ມງວດ.

6. ໃຫ້ສືບຕໍ່ເອົາໃຈໃສ່ຕິດຕາມສະພາບດິນຟ້າອາກາດ ແລະ ແຈ້ງເຕືອນປະຊາຊົນ ພ້ອມທັງກະກຽມຄວາມພ້ອມໃນການຮັບມື, ແກ້ໄຂ ແລະ ຊ່ວຍເຫຼືອປະຊາຊົນໃຫ້ທັນການ ໃຫ້ຮີບຮ້ອນ ປັບປຸງດ້ານນິຕິກຳ ແລະ ກົນໄກປະສານງານ ເພື່ອໃຫ້ຄະນະຮັບຜິດຊອບວຽກງານໄພພິບັດແຫ່ງຊາດ ສາມາດເຄື່ອນໄຫວຢ່າງຄ່ອງຕົວ ແລະ ມີປະສິດທິຜົນ ໃນການຮັບມືກັບ ໄພພິບັດທຳມະຊາດ ແລະ ຊ່ວຍເຫຼືອປະຊາຊົນ.

7. ສືບຕໍ່ເອົາໃຈໃສ່ເຝົ້າລະວັງ ແລະ ປ້ອງກັນເຊື້ອພະຍາດຕິດຕໍ່ ທີ່ອາດຈະເກີດຂຶ້ນຕາມລະດູການ ເປັນຕົ້ນແມ່ນ ພະຍາດໄຂ້ຫວັດໃຫຍ່, ໄຂ້ຫວັດສັດປີກ (H5N1, H7N9), ຫູໝູກ່ຳ, ປາກເປື່ອຍລົງເລັບ, ທ້ອງເບັງແບ້ ແລະ ພະຍາດລະບາດອື່ນໆ ທີ່ອາດມີສາຍເຫດຈາກໄພທຳມະຊາດ.

8. ຮີບຮ້ອນກວດກາ ແລະ ປະເມີນສະພາບເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ ຫຼື ຊຸດໂຊມມາຈາກການນຳໃຊ້ປົກກະຕິ ໃນຂອບເຂດທົ່ວປະເທດ ໃຫ້ສ້າງແຜນ ແລະ ຈັດລຽງບູລິມະສິດສ້ອມແປງຢ່າງທັນການ, ແຈ່ໃຫ້ປະຕິບັດສອດຄ່ອງຕາມລະບຽບການ, ມີຄວາມໂປ່ງໄສ, ວ່ອງໄວ ແລະ ເໝາະສົມກັບງົບປະມານ ເພື່ອບໍ່ໃຫ້ກະທົບຕໍ່ການສັນຈອນ-ຂົນສົ່ງ ແລະ ການເຄື່ອນໄຫວຜະລິດຂອງປະຊາຊົນ. ສືບຕໍ່ໃຫ້ເອົາໃຈໃສ່ກວດກາການບັນທຸກສິນຄ້າຂົນ ສົ່ງເກີນນໍ້າໜັກ ແລະ ຈໍາກັດຊ່ອງວ່າງບໍ່ໃຫ້ເຈົ້າໜ້າທີ່ສວຍ ໂອກາດເກັບເງິນ ໂດຍບໍ່ຖືກຕ້ອງ ແລະ ກາຍເປັນປະກົດການຫຍໍ້ທໍ້ໃນສັງຄົມ.

9. ກະກຽມຮອບດ້ານການເປີດສົກຮຽນໃໝ່ ສົກປີ 2017-2018 ຂອງນັກຮຽນນັກສຶກສາ ໃຫ້ເປັນລະບົບລະບຽບ ຖືເອົາໄລຍະເປີດສົກຮຽນໃໝ່ ເປັນໂອກາດສຳຄັນ ໃນການສຶກສາອົມ ຮົມນັກຮຽນນັກສຶກສາ ໃຫ້ເອົາໃຈໃສ່ໃນການຮ່ຳຮຽນ, ມີນ້ຳໃຈຮັກຊາດ, ມີຄວາມພະຍາຍາມອົດທົນ, ມີຄວາມເສຍສະຫຼະ, ຫຼີກໄກຢາເສບຕິດ ແລະ ຖຶກເອົາຄວາມເອົາໃຈໃສ່ ໃນການຮ່ຳຮຽນ ເປັນການປະກອບສ່ວນທີ່ສຳຄັນ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະ ເທດຊາດ.

10. ບັນດາສະມາຊິກລັດຖະບານ ສືບຕໍ່ຊີ້ນຳ, ຕິດຕາມ, ຊຸກຍູ້ ແລະ  ກວດກາການຈັດຕັ້ງປະຕິບັດບັນດາວຽກງານຈຸດສຸມ ພາຍໃຕ້ຄາມຮັບຜິດຊອບຂອງຕົນ ໃຫ້ມີປະສິດທິຜົນ ພ້ອມທັງ ມີການສະຫຼຸບລາຍງານ ໃຫ້ລັດຖະບານຢ່າງເປັນປົກກະຕິ ຕາມກຳນົດເວລາ.

No comments

Powered by Blogger.