ເກົາຫຼີເໜືອ ທົດລອງຂີປະນາວຸດຫຼາຍລູກ ຕົກໃນທະເລຍີ່ປຸ່ນ - ອິດສະຫຼະ

ເກົາຫຼີເໜືອ ທົດລອງຂີປະນາວຸດຫຼາຍລູກ ຕົກໃນທະເລຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ 26 ສິງຫາ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ຖະແຫຼງວ່າເມື່ອເວລາປະມານ 06:49 ນາທີ ຂອງເຊົ້າວັນເສົານີ້ ຕາມເວລາທ້ອງຖິ່ນ ເກົາຫຼີເໜືອໄດ້ຍິງຂີປະນາວຸດພິໄສໃກ້ຈຳນວນຫຼາຍລູກ ຈາກຖານຍິງໃນແຂວງຄັງວອນ ຕັ້ງຢູ່ທິດຕາເວັນອອກຂອງເກົາຫຼີເໜືອ ຍິງໄປທາງທິດຕາເວັນອອກສຽງເໜືອ ແລ້ວຕົກໃນທະເລຍີ່ປຸ່ນ ໂດຍໄລຍະການຍິງອອກໄປປະມານ 250 ກິໂລແມັດ, ຂະນະນີ້ທາງໜ່ວຍຂ່າວກອງຂອງສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ກຳລັງກວດສອບຂໍ້ມູນເພີ່ມເຕີມ.

ເຊິ່ງເກົາຫຼີເໜືອ ໄດ້ເນັ້ນວ່າຈະທົດລອງຂີປະນາວຸດຕໍ່ໄປ ເພື່ອຕອບໂຕ້ການຮ່ວມຊ້ອມຮົບທາງທະຫານຂອງສະຫະລັດາອາເມຣິກາ ກັບ ເກົາຫຼີໃຕ້ ເຊິ່ງເກົາຫຼີເໜືອຕີລາຄາວ່າ ການຊ້ອມຮົບດັ່ງກ່າວເປັນການກຽມຄວາມພ້ອມເພື່ອບຸກໂຈມຕີເກົາຫຼີເໜືອ ເຊິ່ງກຳລັງທະຫານຂອງສະຫະລັດອາເມຣິກາ ແລະ ເກົາຫຼີໃຕ້ຫຼາຍພັນຄົນໄດ້ເຂົ້າຮ່ວມການຊ້ອມຮົບ Ulchi Freedom Guardian ທີ່ເປັນການຊ້ອມຮົບໂດຍຈຳລອງຈາກຄອມພິວເຕີເປັັນສ່ວນໃຫຍ່ ໄລຍະເວລາການເຝິກຊ້ອມ 2 ອາທິດ ເລີ່ມຕັ້ງແຕ່ວັນທີ 21 ສິງຫາ 2017 ທີ່ຜ່ານມາ.

No comments

Powered by Blogger.