ທາງການກຳປູເຈຍ-ສິງກະໂປ ແລະ UAE ຍັງປະຕິເສດ ແລະ ບໍ່ສະແດງຄວາມເຫັນເລື່ອງທ່ານ ນາງ ຍິ່ງລັກ ໜີອອກປະເທດ - ອິດສະຫຼະ

ທາງການກຳປູເຈຍ-ສິງກະໂປ ແລະ UAE ຍັງປະຕິເສດ ແລະ ບໍ່ສະແດງຄວາມເຫັນເລື່ອງທ່ານ ນາງ ຍິ່ງລັກ ໜີອອກປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 26 ສິງຫາ 2017 ວ່າ: ຈາກກໍລະນີທີ່ທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ບໍ່ໄປຂຶ້ນສານ ຕາມເວລານັດໝາຍເມື່ອວັນສຸກທີ່ຜ່ານມາ  ເພື່ອຟັງຄຳຕັດສິນກ່ຽວກັບໂຄງການຈຳນຳເຂົ້າ ໂດຍໃຫ້ເຫດຜົນວ່າມີອາກາດບໍ່ສະບາຍຄື ນ້ຳໃນຫູບໍ່ເທົ່ານັ້ນ ແຕ່ຜູ້ພິພາກສາບໍ່ເຊື່ອເຫດຜົນດັ່ງກ່າວ ແລະ ໄດ້ອອກໝາຍຈັບໃຫ້ທ່ານ ນາງ ຍິ່ງຫຼັກ ເຂົ້າມາຮັບຟັງການອ່ານຄຳຕັດສິນທີ່ມີການເລື່ອນອອກໄປເປັນວັນທີ 27 ກັນຍາ 2017 ນີ້ ແລະ ຫາກມີຄວາມຜິດແທ້ອາດຕ້ອງຮັບໂທດຕິດຄຸກສູງສຸດເຖິງ 10 ປີ ທ່າມກາງກະແສຂ່າວທີ່ວ່າອະດີດນາຍົກຍິງຂອງໄທໄດ້ຫຼົບໜີອອກນອກປະເທດແລ້ວ.

ສຳນັກງານຕຳຫຼວດກວດຄົນເຂົ້າເມືອງຂອງກຳປູເຈຍເປີດເຜີຍກັບສຳນັກຂ່າວ Reuters ວ່າ: ທ່ານ ນາງ ຍິ່ງລັກ ບໍ່ໄດ້ເດີນທາງເຂົ້າມາໃນປະເທດ ພາຍຫຼັງທີ່ຮອງນາຍົກລັດຖະມົນຕີຂອງໄທກ່າວວ່າ "ມີຄວາມເປັນໄປໄດ້" ທີ່ທ່ານ ນາງ ຍິ່ງລັກຈະຫຼົບໜີອອກນອກປະເທດແລ້ວ ແລະ ສັ່ງກວດສອບລາຍງານທີ່ລະບຸວ່າທ່ານ ນາງ ຍິ່ງລັກ ໄດ້ເດີນທາງຜ່ານເກາະຊ້າງ ເຊິ່ງຢູ່ໃກ້ກັບຊາຍແດນກຳປູເຈຍ, ໃນຂະນະທີ່ສຳນັກງານຕຳຫຼວດກວດຄົນເຂົ້າເມືອງຂອງສິງກະໂປກໍ່ຍັງບໍ່ສະແດງທ່າທີ່ຕໍ່ລາຍງານຂອງສຳນັກຂ່າວທຸກແຫ່ງທັງໃນ ແລະ ຕ່າງປະເທດ ທີ່ອ້າງແຫຼ່ງຂ່າວວ່າອະດີດນາຍົກລັດຖະມົນຕີຂອງໄທເດີນທາງຜ່ານສິງກະໂປກ່ອນຕໍ່ຍົນໄປຍັງນະຄອນບູໄບ ປະເທດສະຫະນະຄອນ ເອເມຣັດ ອາຣັບ (UAE).

ໃນດ້ານຂອງກະຊວງການຕ່າງປະເທດ UAE ແລະ ສຳນັກງານຕຳຫຼວດກວດຄົນເຂົ້າເມືອງຂອງ UAE ລວມເຖິງສຳນັກຂ່າວແຫ່ງຊາດ ຍັງບໍ່ສະແດງທ່າທີ່ຕໍ່ລາຍງານຂອງສະຖານນີໂທລະພາບ CNN ທີ່ອ້າງແຫຼ່ງຂ່າວລະດັບສູງໃນພັກເພື່ອໄທວ່າ ທ່ານ ນາງ ຍິ່ງລັກ ໄດ້ເດີນທາງເຖິງນະຄອນດູໄບແລ້ວ ຕັ້ງແຕ່ວັນທີ 23 ສິງຫາ ທີ່ຜ່ານມາ, ສ່ວນເອກອັກຄະລັດຖະທູດໄທ ປະຈຳນະຄອນຫຼວງອາບູດາບີ ກ່າວວ່າສະຖານທູດໄທໄດ້ຕິດຕາມກະແສຂ່າວດັ່ງກ່າວຢ່າງໃກ້ຊິດ ແຕ່ຍັງບໍ່ຂໍສະແດງຄວາມຄິດເຫັນຫຼາຍກວ່ານີ້ ເຊິ່ງສານໄດ້ສັ່ງຫ້າມບໍ່ໃຫ້ທ່ານ ນາງ ຍິ່ງລັກ ເດີນທາງອອກນອກປະເທດຕັ້ງແຕ່ປີ 2015 ເຊິ່ງເປັນປີທີ່ເລີ່ມການສືບສວນຄະດີໂຄງການຈຳນຳເຂົ້າ ແລະ ສານໄດ້ຮິບເງິນປະກັນ 30 ລ້ານບາດຂອງທ່ານ ນາງ ຍິ່ງລັກແລ້ວ ພາຍຫຼັງທີ່ບໍ່ໄປຂຶ້ນສານຟັງຄຳຕັດສິນໃນມື້ວານນີ້.

ເຖິງຢ່າງໃດກໍ່ຕາມ ນະຄອນບູໄບ ເຊິ່ງເປັນເມືອງຂະໜາດໃຫຍ່ຂອງ UAE ເປັນສະຖານທີ່ລີ້ໄພທາງການເມືອງຂອງທ່ານ ທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທອີກຄົນໜຶ່ງ ເຊິ່ງເປັນອ້າຍຂອງທ່ານ ນາງ ຍິ່ງລັກ ແລະ ຍັງເປັນປາຍທາງໃນການລີ້ໄພຂອງອະດີດເຈົ້າໜ້າທີ່ລະດັບສູງຂອງລັດຖະບານຫຼາຍປະເທດເຊັ່ນ: ທ່ານ ນາງ ເບນາເຊຍ ບຸດໂຕ ອະດີດນາຍົກລັດຖະມົນຕີປະກິດສະຖານ ທີ່ລີ້ໄພລະຫວ່າງປີ 1997-2007 ແລະ ຖືກລອບຂ້າເມື່ອເດີນທາງກັບເຂົ້າມາໃນປະເທດ.

No comments

Powered by Blogger.