ເກົາຫຼີເໜືອ ເຝິກຊ້ອມທາງການທະຫານຄັ້ງຍິ່ງໃຫຍ່ ໃກ້ເຂດແບ່ງເໜືອ-ໃຕ້ - ອິດສະຫຼະ

ເກົາຫຼີເໜືອ ເຝິກຊ້ອມທາງການທະຫານຄັ້ງຍິ່ງໃຫຍ່ ໃກ້ເຂດແບ່ງເໜືອ-ໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 26 ສິງຫາ 2017 ວ່າ: ສຳນັກຂ່າວທາງການຂອງເກົາຫຼີເໜືອ (KCNA) ໄດ້ລາຍງານວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໄດ້ລົງຕິດຕາມການເຝິກຊ້ອມຮົບຄັ້ງໃຫຍ່ຂອງກອງທັບປະຊາຊົນເກົາຫຼີ ເຊິ່ງເປັນການກຽມຄວາມພ້ອມທາງການທະຫານໃນການໂຈມຕີເກາະແບງນະຢອງ ແລະ ເກາະຢອນພະຢອງ ໂດຍເກາະທັງສອງແຫ່ງຕັ້ງຢູ່ໃກ້ກັບເສັ້ນຈຳກັດເໜືອ (NLL) ທີ່ສະຫະປະຊາຊາດໃຊ້ແບ່ງອານາເຂດຂອງທະເລເຫຼືອງໃຫ້ກັບເກົາຫຼີເໜືອ ແລະ ເກົາຫຼີໃຕ້ ແລະ ທັງສອງປະເທດຢຶດເປັນເສັ້ນແບ່ງເຂດແດນທາງທະເລ.




No comments

Powered by Blogger.