10 ປະໂຫຍດ “ເຫັດເຂັມ” - ອິດສະຫຼະ

10 ປະໂຫຍດ “ເຫັດເຂັມ”



ເຫັດເຂັມເຮັດຫຍັງກິນກໍ່ແຊບ ເພາະບໍ່ວ່າຈະເອົາມາຕົ້ມ, ຜັດ, ແກງ, ທອດ, ຍໍາ, ໜຶ້ງເອົາໃສ່ລົງໄປເມນູໃດກໍແຊບໄປໝົດແລ້ວທີ່ສຳຄັນເຫັດເຂັມບໍ່ພຽງແຕ່ ແຊບເທົ່ານັ້ນຢ່າງດຽວ ເພາະຍັງມີປະໂຫຍດອີກຫຼາຍຢ່າງທີ່ອ່ານແລ້ວທ່ານຕ້ອງຢາກອອກໄປຊື້ມາກິນທັນທີຈະມີຫຍັງແດ່ມາເບິ່ງນຳກັນ.

– ຊ່ວຍດັກຈັບໄຂມັນສ່ວນເກີນ ໃນເລືອດຈິ່ງຊ່ວຍຫຼຸດນໍ້າໜັກໄດ້ ແລະຍັງປ້ອງກັນໂລກອ້ວນໄດ້ອີກດ້ວຍ.
– ເຮັດໃຫ້ລະບົບຂັບຖ່າຍດີຂຶ້ນ.
– ບຳລຸງຜິວພັນໃຫ້ມີນໍ້າມີນວນຂຶ້ນ.
– ຊ່ວຍຫຼຸດຄໍເລສເຕີຣອນໃນຮ່າງກາຍ.
– ຮັກສາໂລກຕັບກະເພາະອາຫານ ແລະລຳໄສ້ຊໍາເຮື້ອ.
– ມີສານເຟຣມມູລິນ (Flammulin) ທີ່ສາມາດຍັບຢັ້ງການຈະເລີນເຕີບໂຕ ຂອງເຊວມະເຮັງ.
– ເສີມສ້າງລະບົບພູມຄຸ້ມກັນໂລກໃຫ້ກັບຮ່າງກາຍ.
– ຊ່ວຍຄວບຄຸມລະດັບນໍ້າຕານໃນເລືອດໄດ້ ຈິ່ງເໝາະກັບຜູ້ທີ່ເປັນໂລກເບົາຫວານ.
– ບຳລຸງສະໝອງເສີມສ້າງຄວາມຈຳໃຫ້ດີຂຶ້ນ.
– ກະຕຸ້ນການເຮັດວຽກຂອງລະບົບເຜົາໄໝ້ຮ່າງກາຍຊ່ວຍໃຫ້ຮ່າງກາຍດູູສານອາຫານໄດ້ດີຂຶ້ນ.

ຈາກ: ບອກຕໍ່

No comments

Powered by Blogger.