ຢາສູບເຮັດໃຫ້ດີເອັນເອໃນເຊວປອດກາຍພັນ - ອິດສະຫຼະ

ຢາສູບເຮັດໃຫ້ດີເອັນເອໃນເຊວປອດກາຍພັນ



ຄະນະນັກວິໄຈນານາຊາດ ຕີພິມຜົນການສຶກສາຫຼ້າສຸດລົງໃນວາລະສານ Science ເຊິ່ງບົ່ງບອກວ່າ ຜູ້ທີ່ສູບຢາມື້ລະຊອງ ຫຼື 20 ກອກຕໍ່ມື້ ຈະເກີດການກາຍພັນໃນສານພັນທຸກຳ ຫຼື ດີເອັນເອຂອງເຊວປອດໂດຍສະເລ່ຍເຖິງ 150 ຄັ້ງຕໍ່ປີ ເຊ່ິງຮ່ອງຮອຍການກາຍພັນນີ້ຈະຄົງຢູ່ຕໍ່ໄປຕະຫຼອດຊີວິດ ເຖິງແມ່ນວ່າຈະເຊົາສູບຢາແລ້ວກໍ່ຕາມ ແລະ ຈະເປັນສາເຫດຂອງໂລກມະເຮັງປອດໃນທີ່ສຸດ

ຄະນະນັກວິໄຈໄດ້ວິເຄາະລຳດັບພັນທຸກຳຂອງເນື້ອຮ້າຍທີ່ພົບໃນຜູ້ປ່ວຍມະເຮັງປອດຫຼາຍພັນລາຍ ພົບວ່າປະລິມານຂອງຢາສູບທີ່ຄົນເຫຼົ່ານັ້ນສູບມາຕະຫຼອດຊີວິດ ມີຄວາມສຳພັນໂດຍກົງກັບຈຳນວນຮ່ອງຮອຍການກາຍພັນຂອງດີເອັນເອໃນເຊວປອດ ເຊິ່ງໂດຍສະເລ່ຍແລ້ວຜູ້ທີ່ສູບຢາມື້ລະຊອງ ຈະມີໂອກາດເກີດການກາຍພັນຂອງດີເອັນເອໃນເຊວວະໄວຍະວະຕ່າງໆຫຼາຍປະເພດເຊັ່ນ: ກ່ອງສຽງ, ຕັບ, ພົກຍ່ຽວ ແຕ່ຈະເກີດການກາຍພັນຢູ່ປອດເຊິ່ງເປັນອະໄວຍະວະທີ່ສຳພັນກັບການກໍ່ມະເຮັງໂດຍກົງຫຼາຍທີ່ສຸດ

ການສູບຢາໄດ້ໄປເລັ່ງໃຫ້ຂະບວນການກາຍພັນຂອງດີເອັນເອຕາມທຳມະຊາດເກີດຫຼາຍຂຶ້ນ ແລະ ໄວ້ຂຶ້ນ ແລະ ຍິ່ງເກີດການກາຍພັນຫຼາຍຄັ້ງເທົ່າໃດ ກໍ່ຍິ່ງເພີ່ມໂອກາດຂອງການເກີດມະເຮັງຂຶ້ນເທົ່ານັ້ນ ເນື່ອງຈາກມະເຮັງກໍ່ຄືເຊວຮ່າງກາຍປົກະຕິກາຍພັນມາເປັນເນື້ອຍຮ້າຍນັ້ນເອງ

ຈາກ: BBC

No comments

Powered by Blogger.