5 ກົດເຫຼັກຂອງຄວາມສຳພັນແບບ "One Night Stand" - ອິດສະຫຼະ

5 ກົດເຫຼັກຂອງຄວາມສຳພັນແບບ "One Night Stand"




ຄວາມສຳພັນພຽງຂ້າມຄືນ ຫຼື ທີ່ຮຽກວ່າ One Night Stand ເປັນຄວາມມ່ວນຊື່ນພຽງຄືນດຽວກັບຄົນແປກໜ້າທີ່ບໍ່ຮູ້ໃຈ ມັນອາດຈະຈົບລົງດ້ວຍດີ ຫຼື ເກີດບັນຫາພາຍຫຼັງຕາມມາກໍ່ໄດ້ ແຕ່ຄວາມສຳພັນແບບນີ້ເປັນຄວາມສ່ຽງລະດັບ 8.5 ຣິກເຕີທີ່ທ່ານຕ້ອງລະວັງໃຫ້ດີ ຖ້າເກີດເຫດການ One Night Stand ກັບຕົວທ່ານຈົ່ງຈື່ກົດເຫຼົ່ານີ້ໃຫ້ຂຶ້ນໃຈ

1. ຄວາມສຳພັນຕ້ອງແນ່ນອນ ຊັດເຈນ ແລະ ໄວ້ໃຈໄດ້
ກ່ອນອື່ນທ່ານຕ້ອງຈື່ຂຶ້ນໃຈວ່ານີ້ເປັນຄວາມສຳພັນພຽງຄືນດຽວ ຢ່າຕິດອົກຕິດໃຈເຖິງແມ່ນວ່າຄົນໆນັ້ນຈະເກັ່ງປານໃດກໍ່ຕາມ ທ່ານກໍ່ຈື່ຂຶ້ນໃຈຕ້ອງຖິ້ມຄວາມສຳພັນໃຫ້ໄວ້ທີ່ສຸດ ພ້ອມກັບໝັ້ນໃຈວ່າທ່ານເລືອກຄົນບໍ່ຜິດ ສາມາດຖາມໄດ້ວ່າ "ສະເພາະຄືນນີ້ແມ່ນບໍ່" ເພື່ອຄວາມຊັດເຈນ ແລະ ກົງໄປກົງມາ

2. ຄິດວ່າມັນເປັນເລື່ອງມ່ວນຊື່ນ
ຢ່າໄປຮູ້ສຶກຜິດ ຢ່າໄປຄິດຫຼາຍ ເມື່ອຕັດສິນໃຈແລ້ວ ບໍ່ວ່າຈະດ້ວຍອາລົມພາໄປ ຫຼື ລິດຂອງສິ່ງມຶນເມົາກໍ່ຕາມ ຈົງຄິດວ່າມັນຄືເລື່ອງມ່ວນຊື່ນ ແລະ ໜ້າຕື່ນເຕັ້ນທີ່ຈະເປັນປະສົບການຄັ້ງໜຶ່ງໃນຊີວິດ

3. ມີຂັ້ນມີຕອນ ແລະ ເຫດຜົນທີ່ເຂົ້າທ່າ
ບາງຄົນມີ One Night Stand ເພື່ອຈະພິສູດວ່າຕົນເອງມີສະເໜ່ດຶງດູດເພດກົງຂ້າມ ແຕ່ຄວາມສຳຄັນແບບນີ້ທ່ານຕ້ອງຫາເຫດຜົນໃຫ້ດີໆເຊັ່ນ: ພົບຄົນທີ່ຖືກໃຈ ໄດ້ເວົ້າໄດ້ລົມກັນແລ້ວເກີດຄວາມປະທັບໃຈ ຊວນໄປຫ້ອງ ເປີດເພງສ້າງບັນຍາກາດຫາເຄື່ອງດື່ມເຢັນໆມາຕ້ອນຮັບ ເພື່ອສ້າງຄວາມຮູ້ຈັກກັນໃຫ້ລາຍຂຶ້ນແລ້ວຄອຍຈົບກັນທີ່ກິດຈະກຳຮັກ

4. ຢ່າລືມປ້ອງກັນສະເໝີ
ຫົວໃຈສຳຄັນຂອງການມີ One Night Stand ບໍ່ວ່າທ່ານຈະມັກປ້ອງກັນຫຼືບໍ່ກໍ່ຕາມ ຢ່າໄດ້ປະມາດ ເຮົາບໍ່ຮູ້ວ່າອີກຝ່າຍເປັນແບບໃດ ແລະ ຜ່ານຫຍັງມາແນ່ແລ້ວ ທາງທີ່ດີທີ່ສຸດປ້ອງກັນໄວ້ປອດໄພກວ່າ

5. ກາເຟດີກວ່າອາຫານເຊົ້າ
ຫຼັງຈາກຜ່ານຄ່ຳຄືນທີ່ແສນຕື່ນເຕັ້ນໄປແລ້ວ ໃນຕອນເຊົ້າກໍ່ຄືນຄວາມສົດຊື່ນດ້ວຍກາເຟ ບໍ່ຄວນເປັນອາຫານເຊົ້າ ເພາະມັນຈະເປັນການລົງທຶນລົງແຮງເກີນໄປ ຖ້າເປັນແບບນັ້ນຄວາມສຳພັນຂອງທ່ານກັບອີກຝ່າຍອາດຈະຍືດເຍື້ອຍາວນານບໍ່ຮູ້ຈົບ.

No comments

Powered by Blogger.