ເກີດເຫດຕ້ອງນຳຕົວຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີ ສະຫະລັດ ລົງເວທີກະທັນຫັນ - ອິດສະຫຼະ

ເກີດເຫດຕ້ອງນຳຕົວຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີ ສະຫະລັດ ລົງເວທີກະທັນຫັນ




ເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ຮີບພາຕົວທ່ານ ໂດໂນ ທຣຳ ຜູ້ສະໝັກຊິງຕຳແໜ່ງປະທານາທິບໍດີສະຫະລັດ ລົງຈາກເວທີລະຫວ່າງທີ່ກຳລັງກ່າວຫາສຽງໃນລັດເນວາດາ

ສຳນັກຂ່າວ CNN ລາຍງານວ່າ ເຈົ້າໜ້າທີ່ຮັກສາຄວາມປອດໄພຮີບພາທ່ານ ໂດໂນ ທຣຳ ລົງຈາກເວທີຫຼັງເກີດເຫດການໃນກຸ່ມຄົນທີ່ຢູ່ບໍລິເວນດ້ານໜ້າເວທີ

ເບື້ອງຕົ້ນຍັງບໍ່ມີເຈົ້າໜ້າທີ່ຊີ້ແຈງໃດໆຕໍ່ເຫດການທີ່ເກີດຂຶ້ນ ແລະ ບໍ່ຮູ້ສາເຫດທີ່ແນ່ນອນ ເຊິ່ງຫຼັງຈາກນັ້ນບໍ່ດົນ ທ່ານ ໂດໂນ ທຣຳ ກໍ່ຂຶ້ນເວທີກ່າວຫາສຽງຕໍ່ ໂດຍໄດ້ກ່າວຂອບໃຈເຈົ້າໜ້າທີ່ຮັກສາຄວາມປອດໄພ ແລະ ບອກວ່າຈະບໍ່ມີຫຍັງທັງນັ້ນທີ່ຈະມາຢຸດພວກເຮົາໄດ້

ແຕ່ໃນລະຫວ່າງທີ່ຖືກນຳຕົວລົງເວທີ ໜ່ວຍ SWAT ກໍ່ປາກົດຕົວໜ້າກຸ່ມຄົນທີ່ມາຟັງຄຳປາໄສ ພ້ອມຄວບຄຸມຕົວຜູ້ຊາຍຢ່າງໜ້ອຍ 1 ຄົນອອກຈາກບໍລິເວນດັ່ງກ່າວ ເຊິ່ງກຸ່ມຜູ້ສະໜັບສະໜູນຕ່າງກໍ່ເຂົ້າໄປເພື່ອຫວັງທຳຮ້າຍຊາຍຄັນນັ້ນ

ລ່າສຸດສຳນັກຂ່າວ ABC ລາຍງານວ່າ ຫຼັງຈາກກວດສອບໂດຍລະອຽດແລ້ວ ບໍ່ພົບອາວຸດໃນຕົວຊາຍຄົນດັ່ງກ່າວທີ່ຖືກຄວບຄຸມແຕ່ຢ່າງໃດ

No comments

Powered by Blogger.