ປາກົດການ ດວງເດືອນ ໃຫຍ່ທີ່ສຸດໃນຮູບ 70 ປີ 14 ພະຈິກນີ້ - ອິດສະຫຼະ

ປາກົດການ ດວງເດືອນ ໃຫຍ່ທີ່ສຸດໃນຮູບ 70 ປີ 14 ພະຈິກນີ້




ອົງການ NASA ຊວນຊົມປາກົດການ Supermoon ໃນວັນທີ 14 ພະຈິກ 2016 ເຊິ່ງດວງເດືອນຈະຢູ່ໃກ້ໂລກຫຼາຍທີ່ສຸດ ເຮັດໃຫ້ມີຂະໜາດໃຫຍ່ທີ່ສຸດໃນຮອບ 70 ປີ ຖ້າພາດໂອກາດຕ້ອງຖ້າອີກ 18 ປີ

ນອກເໜືອຈາກປາກົດການດວງເດືອນເຕັມດວງໃນວັນທີ 14 ພະຈິກນີ້ ຈະເປັນການເຂົ້າໃກ້ໂລກທີ່ສຸດໃນປີ 2016 ແຕ່ຍັງເປັນການເຂົ້າໃກ້ໂລກທີ່ສຸດໃນສັດຕະວັດທີ 21 ອີກດ້ວຍ ໂດຍການໂຄຈອນຂອງດວງຈັນເປັນສາເຫດທີ່ເຮັດໃຫ້ເກີດ Supermoon ໃຫຍ່ທີ່ສຸດໃນຮອບ 70 ປີຄັ້ງນີ້

ສ່ວນຄຳແນະນຳ ສຳລັບທ່ານທີ່ຕ້ອງການຈະເບິ່ງຈະຊົມປາກົດການນີ້ ຄວນຫາສະຖານທີ່ທີ່ເໝາະສົມເຊັ່ນ: ມີຄວາມມືດ, ບໍ່ມີແສງໄຟລົບກວນ ເພາະຈະຊ່ວຍໃຫ້ເຫັນດວງເດືອນຊັດເຈນຂຶ້ນ ແຕ່ຫາກເສຍໂອກາດຄັ້ງນີ້ແລ້ວ ຄັ້ງຕໍ່ໄປກໍ່ຄືວັນທີ 25 ພະຈິກ 2034 ຫຼື ອີກ 18 ປີຂ້າງໜ້າ

No comments

Powered by Blogger.