6 ວິທີຟື້ນຟູ "ຕັບ" ຈາກສິ່ງມຶນເມົາ - ອິດສະຫຼະ

6 ວິທີຟື້ນຟູ "ຕັບ" ຈາກສິ່ງມຶນເມົາ




ຕັບເປັນອະໄວຍະວະສຳຄັນຫຼາຍຕໍ່ຮ່າງກາຍ ປຽບດັ່ງໂຮງງານກຳຈັດຂີ້ເຫຍື້ອ ທີ່ເຮັດໜ້າທີ່ກຳຈັດສານພິດ ແລະ ຂອງເສຍອອກຈາກຮ່າງກາຍ ແຕ່ບໍ່ແມ່ນພຽງເທົ່ານັ້ນຕັບຍັງເປັນແຫຼ່ງສັງເຄາະພະລັງງານຕ່າງໆທີ່ຮ່າງກາຍຕ້ອງການເຊັ່ນ: ໂປຣຕີນ, ນ້ຳຕານ ແລະ ສ້າງນ້ຳບີທີ່ໃຊ້ຍ່ອຍໄຂມັນ ລອງຄິດເບິ່ງວ່າ ຖ້າຫາກເຮົານຳສານພິດເຂົ້າຮ່າງກາຍປະລິມານຫຼາຍ ຈົນຕົບຂອງເຮົາເສື່ອມປະສິດທິພາບ ແລະ ບໍ່ສາມາດກຳຈັດສານພິດອອກໄປໄດ້ໝົດ ຮ່າງກາຍຂອງເຮົາຈະເປັນຍັງ?

ສານພິດທີ່ມີຢູ່ໃນ "ສິ່ງມຶນເມົາ" ຄືສາເຫດສຳຄັນຢ່າງໜຶ່ງທີ່ທຳລາຍຕັບຫຼາຍທີ່ສຸດ ເພາະສິ່ງມຶນເມົາບໍ່ມີສານອາຫານຍັງນອກຈາສານພິດທີ່ຕ້ອງຖືກສົ່ງໄປໃຫ້ຕັບທຳລາຍ ແລະ ກຳຈັດອອກ ແຕ່ເມື່ອມີໃນປະລິມານຫຼາຍເກີນກວ່າທີ່ຕັບຈະຮັບມືໄດ້ແລ້ວນັ້ນ ຕັບກໍ່ກາຍເປັນຜູ້ຖືກທຳລາຍຈົນອັກເສບເກີດຮູຮົ່ວ ເຮັດໃຫ້ເອນໄຊໃນຕັບຮົ່ວໄຫຼໄປຕາມກະແສເລືອດ ດັ່ງນັ້ນ, ຫາກກວດພົບເອນໄຊຕັບໃນເລືອດຫຼາຍ ສະແດງວ່າ ຕັບຂອງທ່ານກຳລັງມີບັນຫາຢ່າງແນ່ນອນ

ຫຼາຍຄົນອາດຈະບອກວ່າ "ກະກິນມາຕັ້ງດົນຕັ້ງນານບໍ່ເຫັນເຮັດຫຍັງ ຍັງແຂງແຮງຄືເກົ່າ" ແຕ່ຄວາມຈິງແລ້ວ ພິດຂອງສິ່ງມຶນເມົານັ້ນຈະບໍ່ໄດ້ສະແດງໃນທັນທີທັນໃດ ແຕ່ຈະໄປທຳລາຍເຊວທີ່ຢູ່ພາຍໃນຕັບໃຫ້ອ່ອນແອ ແລະ ຕາຍໄປເລື້ອຍໆ ເຊິ່ງຫາກເຊວຕັບຕາຍລົງ ຈະບໍ່ສາມາດສ້າງໃໝ່ໄດ້ອີກ ເມື່ອຕັບຂອງເຮົາເສື່ອມປະສິດທິພາບ ຜົນທີ່ຕາມມາຮ່າງກາຍຂອງເຮົາຈະຄ່ອຍໆສະແດງອອກໃຫ້ເຫັນເຊັ່ນ: ເມື່ອຍງ່າຍ, ນອນບໍ່ຫຼັບ, ອ່ອນເພຍງ່າຍ

ຖ້າເຮົາຍັງເລັ່ງທຳລາຍຕັບ ໃນໄລຍະຍາວກໍ່ຈະສົ່ງຜົນຮຸນແຮງເຖິງຊີວິດ ຈຶ່ງບໍ່ແປກທີ່ນັກດື່ມທົ່ວໄປຈະບໍ່ທັນລະວັງຕົວເອງ ກວ່າຈະຮູ້ສຶກກໍ່ອາດສວາຍກີນແກ້ ເຮັດໄດ້ພຽງກິນຢາຮັກສາປະທັງຊີວິດໄປເທົ່ານັ້ນ ແຕ່ກໍ່ຍັງບໍ່ສວາຍເກີນໄປ ຫາກຈະເລີ່ມຟື້ນຟູຕັບໃນຕອນນີ້ ຮູ້ຫຼືບໍ່ວ່າ ຕັບສາມາດຟື້ນຟູຕົວມັນເອງໄດ້ງ່າຍໆພຽງແຕ່ທ່ານບໍ່ທຳລາຍມັນເພີ່ມ ແລະ ເບິ່ງແຍງໃຫ້ດີ ເຊວທີ່ເຄຍອ່ອນແອ ກໍ່ຈະກັບມາແຂງແຮງໄດ້ດັ່ງເດີມ ດ້ວຍວິທີດັ່ງນີ້:

1. ເຊົາດື່ມຂອງມຶນເມົາທຸກຊະນິດທີ່ເປັນຕົວທຳລາຍຕັບ ພຽງແຕ່ເຊົາດື່ມ ກໍ່ຊ່ວຍໃຫ້ຕັບບໍ່ຕ້ອງເຮັດວຽກໜັກ ແລະ ຟື້ນກັບມາແຂງແຮງໄດ້ຢ່າງວ່ອງໄວ
2. ເຂົ້ານອນຕັ້ງແຕ່ 22:00 ໂມງ ເພາະໃນໄລຍະເວລາ 22:00-2:00 ໂມງ ເປັນໄລຍະທີ່ຕັບຈະປິ່ນປົວຕົວເອງໄດ້ດີທີ່ສຸດ
3. ບໍ່ຄວນກິນຢາຫາກບໍ່ຈຳເປັນ ເພາະຢາເປັນສິ່ງທຳລາຍຕັບໂດຍກົງ
4. ຂັບຖ່າຍໃຫ້ເປັນເວລາ ເພາະການທີ່ເຮົາບໍ່ຖ່າຍຈະເຮັດໃຫ້ຕັບເຮັດວຽກໜັກຂຶ້ນ
5. ບໍ່ຄວນກິນອາຫານທີ່ປຸງແຕ່ງເຊັ່ນ: ໃສ່ສີປະສົມອາຫານ, ໃສ່ສານກັນບູດ ແລະ ນ້ຳຕານທຽມ
6. ຢ່າປ່ອຍໃຫ້ເກີດໂລກອ້ວນ ແລະ ຢ່າກິນອາຫານປະເພດມີຄາໂບໄຮເດດສູງໃນປະລິມານຫຼາຍ ເພາະອາດຈະສ່ຽງເປັນໄຂມັນແຊກໃນຕັບໄດ້

ເພາະຕັບຂອງເຮົາມີພຽງໜຶ່ງດຽວ ບໍ່ໄດ້ມີອາໄຫຼ່ສຳຮອງ ທີ່ເພແລ້ວປ່ຽນໄດ້ ດັ່ງນັ້ນ, ການຖະໜອມຮັກສາໃຫ້ຕັບສຸຂະພາບດີຈຶ່ງຂຶ້ນຢູ່ກັບຕົວຂອງທ່ານເອງ.

No comments

Powered by Blogger.