ລາຍຊື່ຊະນິດຂອງ "ທະນີ" ທີ່ມີຢູ່ໃນ ສປປ.ລາວ - ອິດສະຫຼະ

ລາຍຊື່ຊະນິດຂອງ "ທະນີ" ທີ່ມີຢູ່ໃນ ສປປ.ລາວ




ໃນເຂດອາຊີຕາເວັນອອກສ່ຽງໃຕ້ ສປປ.ລາວ ແມ່ນໜຶ່ງໃນບໍ່ຫຼາຍປະເທດທີ່ມີຊື່ສຽງທາງດ້ານຄວາມອຸດົມສົມບູນ ຂອງຊັບພະຍາກອນປ່າໄມ້ ແລະ ສັດປ່ານາໆພັນ. ຄວາມລືຊື່ດັ່ງກ່າວນັ້ນອາດເປັນພຽງແຕ່ຕຳນານ ຖ້າຫາກວ່າ ພວກເຮົາບໍ່ເລີ່ມເອົາໃຈໃສ່ ໃນການອະນຸລັກຢ່າງຈິ່ງຈັງ. ປ່າໄມ້ທີ່ບໍ່ມີສັດຈະເຮັດໃຫ້ລະບົບນິເວດວິທະຍາປ່າໄມ້ຂາດຄວາມສົມດູນ ແລະ ອ່ອນແອໃນທີ່ສຸດ. ທະນີເປັນໜຶ່ງໃນບັນດາສັດປ່າທີ່ສຳຄັນທີ່ສຸດ ທັງເປັນສັດຕົວແທນ ສຳລັບການອະນຸລັກ ແລະ ບາງຕົວຊີ້ບອກຂອງປ່າທີ່ມີການລົບກວນໜ້ອຍ. ແຕ່ເປັນທີ່ໜ້າເສຍດາຍທະນີທີ່ເຄີຍມີຢ່າງຫຼວງຫຼາຍໃນ ສປປ.ລາວ ໄດ້ຫຼຸດລົງຢ່າງໜ້າເປັນຫ່ວງ ເຊິ່ງປັດຈຸບັນພວກເຮົາຫາຟັງສຽງຮ້ອງຂອງທະນີໃນທຳມະຊາດໄດ້ຍາກຍິ່ງຂື້ນ.

ບັນຫາຫຼັກທີ່ເປັນໄພຂົ່ມຂູ່ຕໍ່ພວກມັນຄືການລ່າ ແລະ ການສູນເສຍຖິ່ນທີ່ຢູ່ອາໄສເຊິ່ງເຮັດໃຫ້ຄົນເຂົ້າໄປລ່າໄດ້ງ່າຍ ເຮັດໃຫ້ມີການກະທົບຕໍ່ການຢູ່ລອດຂອງພວກມັນຫຼາຍຂື້ນ. ເຖິງແນວໃດກໍຕາມ, ໂດຍທົ່ວໄປແລ້ວຜົນການປະເມີນສະຖານະພາບຂອງທະນີໃນ ສປປ.ລາວ ໃນໄລຍະທີ່ຜ່ານມາສະແດງໃຫ້ເຫັນວ່າ ສປປ.ລາວ ຍັງມີທະນີອຸດົມສົມບູນ ຖ້າທຽບໃສ່ປະເທດອື່ນໆທີ່ໃກ້ຄຽງ ໂດຍສະເພາະທະນີກຸ່ມນໍມັດສະກັດ “nomascus” ເຊິ່ງປະຊາກອນຂອງພວກມັນມີຄວາມສຳຄັນໃນການອະນຸລັກສູງ. ສປປ.ລາວ ມີທະນີທັງໝົດ 6 ຊະນິດທີ່ມີຄວາມສຳຄັນລະດັບໂລກໃນການອະນຸລັກ ເປັນປະເທດທີ່ມີທະນີຫຼາຍ ມີການກະຈາຍຢູ່ທຸກພາກຂອງປະເທດເຊັ່ນ:
1. ທະນີແກ້ມຂາວຖິ່ນເໜືອ (N. leucogenys ) ຢູ່ພາກຕາເວັນອອກສ່ຽງເໜືອນັບແຕ່ເຂດແຂວງວຽງຈັນຂື້ນເມືອ ແລະ ແຂວງບໍລິຄຳໄຊ,
2. ທະນີແກ້ມຂາວຖິ່ນໃຕ້ (N. siki ) ຢູ່ພາກຕາເວັນອອກສ່ຽງໃຕ້ເຂດສາຍພູຫຼວງ ສ່ວນຫຼາຍຢູ່ແຂວງຄຳມ່ວນ ແລະ ອາດລວມຕອນເໜືອຂອງແຂວງສະຫວັນນະເຂດ,
3. ທະນີແກ້ມເຫຼືອງ (N. annamensis ) ພົບຢູ່ທາງພາກໃຕ້ຂອງລາວ ທາງທິດຕາເວັນອອກຂອງແມ່ນ້ຳຂອງ,
4. ທະນີແກ້ມດຳ (Nomascus concolor ) ມີຢູ່ພາກຕາເວັນຕົກສ່ຽງເໜືອທີ່ແຂວງບໍ່ແກ້ວ ແລະ ແຂວງຫຼວງນ້ຳທ່າ,
5. ທະນີມືຂາວ (Hylobates lar ) ມີສະເພາະຢູ່ຝັ່ງຕາເວັນຕົກແມ່ນ້ຳຂອງຕອນເໜືອທີ່ແຂວງໄຊຍະບູລີ,
6. ທະນີມົງກຸດ (H. pileatus ) ພົບຢູ່ທີ່ເມືອງມຸນລະປະໂມກ ແຂວງຈຳປາສັກ, ທະນີທຸກຊະນິດທີ່ພົບຢູ່ໃນ ສປປ.ລາວ ແມ່ນນອນຢູ່ໃນພື້ນທີ່ປ່າສະຫງວນແຫ່ງຊາດຍົກເວັ້ນທະນີມຸງກຸດ.

ອ້າງອີງ: ແຜນດຳເນີນງານ ອະນຸລັກທະນີຂອງ ສປປ.ລາວ 2011-2020 | ກະຊວງກະສິກຳ ແລະ ປ່າໄມ້

No comments

Powered by Blogger.