ໂອກາດໄປເຮັດວຽກຢູ່ ສ.ເກົາຫຼີ ຂອງຄົນລາວມາຮອດແລ້ວ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEj6uF3arjR2I4jo75IVe0TenMapjMv9jeo0A4yiZ8uWX9bbTyqzHfjdLYSQi_JeeOMCC2bA7BsMAigDepXFFYhj7JnLzryOgK2XytuhkPEaSM4US8mSlaAUbJ-L_Ryp7GSvz354qVu_8FM/s400/820e3ddb8f6ac37e0fd46749944fdeb9.jpg)
ຖືເປັນຜົນສຳເລັດອີກບາດກ້າວໜຶ່ງທີ່ທາງພັກ-ລັດ ໂດຍສະເພາະແມ່ນກະຊວງແຮງງານ ແລະສະຫວັດດີການສັງຄົມ ນຳມາສູ່ປະຊາຊົນລາວເຮົາ ເມື່ອເດືອນກັນຍາ 2016 ລັດຖະບານລາວ ແລະ ລັດຖະບານເກົາຫຼີໄດ້ລົງນາມບົດບັນທຶກຄວາມຮ່ວມມືໃນການຮັບເອົາແຮງງານລາວໄປເຮັດວຽກຢູ່ເກົາຫຼີ ແລະຫຼ້າສຸດສູນບໍລິການຈັດຫາງານກໍ່ກໍາລັງຫ້າງຫາກະກຽມໃນການອຳນວຍຄວາມສະດວກໃຫ້ແກ່ປະຊາຊົນລາວທີ່ສົນໃຈໄປເຮັດວຽກຢູ່ເກົາຫຼີ.
ທ່ານຈະໄດ້ຫຍັງແດ່ຈາກການໄປເຮັດວຽກຢູ່ເກົາຫຼີ?
ແອັດມິນຂໍໃຫ້ຂໍ້ມູນວ່າທ່ານຈະໄດ້ຜົນປະໂຫຍດຫຼາຍຈາກການໄປເຮັດວຽກຢູ່ເກົາຫຼີ ເຊິ່ງມີທັງຜົນປະໂຫຍດເປັນເງິນ ແລະ ຜົນປະໂຫຍດທີ່ບໍ່ເປັນເງິນ. ຜົນປະໂຫຍດເປັນເງິນແມ່ນທ່ານຈະໄດ້ຄ່າແຮງງານທີ່ສູງ ຄຸ້ມຄ່າ ມີທັງເງິນເດືອນ ແລະເງິນ OT ເຊິ່ງຈະເຮັດໃຫ້ທ່ານສາມາດເກັບເງິນໄດ້ຫຼາຍພໍສົມຄວນ ທ່ານສາມາດຕັ້ງຕົນຕັ້ງໂຕໄດ້ຫຼັງຈາກກັບບ້ານ; ຜົນປະໂຫຍດທີ່ບໍ່ເປັນເງິນແມ່ນທ່ານຈະໄດ້ປະສົບການ, ໄດ້ພັດທະນາພາສາເກົາຫຼີ, ໄດ້ກໍາໄລຊີວິດ, ໄດ້ພັດທະນາທັກສະການເຮັດວຽກແບບເກົາຫຼີ, ໄດ້ສະຫວັດດີການຈາກນາຍຈ້າງເກົາຫຼີ. ພາຍຫຼັງກັບມາບ້ານທ່ານສາມາດມີທຶນຮອນປະກອບທຸລະກິດສ່ວນຕົວ ຫຼື ສາມາດເຮັດວຽກນຳອົງກອນຂອງເກົາຫຼີກໍ່ໄດ້.
ເຮັດແນວໃດຈຶ່ງຈະໄດ້ໄປ?
ຜູ້ທີ່ສົນໃຈຢາກໄປເຮັດວຽກຢູ່ເກົາຫຼີ ບໍ່ຈໍາກັດຄວາມຮູ້ ບໍ່ຈຳກັດເພດ ອາຍຸ18-35ປີ ຕ້ອງໄດ້ເຂົ້າຝຶກອົບຮົມພາສາ ແລະວັດທະນະທຳເກົາຫຼີ ເສຍກ່ອນ ການຝຶກອົບຮົມໃຊ້ເວລາປະມານ 2-3ເດືອນ, ພາຍຫຼັງຝຶກອົບຮົມແລ້ວຈະມີການທົດສອບສຳພາດໂດຍຕົວແທນນາຍຈ້າງຈາກ ສ.ເກົາຫຼີ ຜູ້ທີ່ຜ່ານການທົດສອບ-ສຳພາດ ຈຶ່ງຈະຖືກສົ່ງໄປເຮັດວຽກຢູ່ເກົາຫຼີ. ແຮງງານລາວຊຸດທຳອິດທີ່ຈະຖືກສົ່ງໄປ ສ.ເກົາຫຼີ ຄາດວ່າຈະຖືກສົ່ງໄປໃນຕົ້ນປີ 2017ນີ້.
ການເດີນທາງໄປເຮັດວຽກຢູ່ຕ່າງປະເທດຢ່າງຖືກຕ້ອງ ທ່ານຈະມີຄວາມໝັ້ນໃຈ, ໄດ້ຮັບການປົກປ້ອງໂດຍກົດໝາຍ-ສະຖານທູດ ແລະ ມີຄວາມປອດໄພ. ດ້ວຍຄວາມປາດຖະໜາດີຈາກ ບໍລິສັດ ໄອຈ໋ອບ ຈຳກັດ 021 563090-1.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ