ອາຫານ 7 ຢ່າງປ້ອງກັນມະເຮັງ - ອິດສະຫຼະ

ອາຫານ 7 ຢ່າງປ້ອງກັນມະເຮັງ



ມະເຮັງຖືເປັນໂລກຮ້າຍທີ່ຂ້າຊີວິດຄົນເປັນຈຳນວນຫຼາຍຕໍ່ປີ ແລະ ແນ່ນອນວ່າບໍ່ມີໃຜຢາກເປັນ ແຕ່ຊິເຮັດຈັ່ງໃດຈຶ່ງຊິຫຼີກລ້ຽງໂລກຮ້າຍນີ້ໄດ້ ເຊິ່ງແນ່ນອນວ່າການຮັບປະທານອາຫານຖືເປັນອີກທາງເລືອກໜຶ່ງໃນການປ້ອງກັນໂລກຮ້າຍນີ້

ເວັບໄຊທ໌ China Radio ໄດ້ແນະນຳເຖິງເລື່ອງນີ້ ໂດຍອາຫານປ້ອງກັນມະເຮັງມີຫຼາກຫຼາຍຢ່າງ ທີ່ເຮົາກິ່ນຢູ່ເລື້ອຍ ແລະ ຫຼາຍທີ່ສຸດມີດັ່ງນີ້:

1. ໃບຊາ ນັກວິທະຍາສາດເອົາໃບຊາປະສົມໃນອາຫານລ້ຽງສັດແລ້ວໃຫ້ໜູທົດລອງທີ່ເປັນມະເຮັງກິນ ປາກົດວ່າຫຼັງຈາກກິນເປັນເວລາ 3 ອາທິດແລ້ວ ເຊວມະເຮັງໃນໂຕໜູຫຼຸດລົງ ແລະ ສານບາງຊະນິດໃນໃບຊາສາມາດປ້ອງກັນບໍ່ໃຫ້ເຊວມະເຮັງແຜ່ໄປທົ່ວທັງຕົວ ການດື່ມນ້ຳຊາຢູ່ເລື້ອຍໆບໍ່ພຽງແຕ່ປ້ອງກັນໂລກຊຳເຮື້ອຫຼາຍຊະນິດເທົ່ານັ້ນ ແຕ່ຍັງປ້ອງກັນມະເຮັງໄດ້ອີກດ້ວຍ

2. ສາລີ ເຊິ່ງນອກຈາກມີສັບພະຄຸນປ້ອງກັນ ແລະ ຊ່ວຍຮັກສາໂລກຄວາມດັນເລືອດສູງ, ຫຼອດເລືອດແຂງຕົວ ແລະ ໜິ້ວແລ້ວ ຍັງມີບົດບາດປ້ອງກັນມະເຮັງອີກດ້ວຍ ໂດຍສະເພາະໃນແກນສາລີມີກົດອະມິໂນຫຼາຍຊະນິດ ປ້ອງກັນມະເຮັງ ແລະ ຂ້າເຊວມະເຮັງໄດ້

3. ຖົ່ວເຫຼືອງ ມີສານປ້ອງກັນມະເຮັງຢ່າງໜ້ອຍ 5 ຊະນິດ ເຊິ່ງມີຊະນິດໜຶ່ງຄ້າຍຄືກັບຢາຮັກສາມະເຮັງເຕົ້ານົມທີ່ໃຊ້ທົ່ວໄປໃນຕອນນີ້ ຈຶ່ງມີສັບພະຄຸນປ້ອງກັນມະເຮັງເຕົ້ານົມໄດ້ດີ

4. ຜັກຈຳພວກຫອມບົ່ວ, ກະທຽມ ຜົນການທົດລອງໃນສັດປາກົດວ່າ ຜັກປະເພດນີ້ສາມາດປ້ອງກັນມະເຮັງລຳໄສ້ໃຫຍ່, ມະເຮັງກະເພາະອາຫານ, ມະເຮັງປອດ ແລະ ມະເຮັງຕັບ ໂດຍສະເພາະໃນຫົວຫອມບົ່ວມີສານຊະນິດໜຶ່ງສາມາດເສີມສ້າງພູມຄຸ້ມກັນ ແລະ ປ້ອງກັນການແຜ່ກະຈາຍຂອງເຊວມະເຮັງໄດ້

5. ເຫັດ ເປັນອາຫານປ້ອງກັນມະເຮັງທີ່ໄດ້ຮັບການຍອມຮັບໂດຍທົ່ວໄປແລ້ວ ໂດຍສະເພາະເຫັດຫອມ ສາມາດເສີມພູມຕ້ານທານຂອງເຊວໃນຮ່າງກາຍ ຄ້າຍໆກັບການບຳລຸງເລືອດລົມ

6. ໝາກແອັບເປິ້ນ ຜົນການວິໄຈພົບວ່າ ວິຕາມິນຊີໃນແອັບເປິ້ນສາມາດປ້ອງກັນການເກີດສານກໍ່ມະເຮັງ ທຳລາຍເຊວມະເຮັງ ແລະ ເຮັດໃຫ້ເຊວມະເຮັງກາຍເປັນເຊວປົກກະຕິ

7. ສາຫຼາຍທະເລ ເລືອດຂອງຜູ້ປ່ວຍມະເຮັງສ່ວນໃຫຍ່ມີລັກສະນະເປັນກົດ ໃນສາຫຼາຍທະເລມີແຄວຊຽມຫຼາຍ ສາມາດປັບປຸງຄວາມສົມດຸນລະຫວ່າງກົດກັບດ່າງໃນເລືອດ ຈຶ່ງປ້ອງກັນມະເຮັງໄດ້ ນອກຈາກນີ້ເຊວລູໂຣສໃນສາຫຼາຍທະເລຍ່ອຍຍາກ ເມື່ອຮັບປະທານແລ້ວຈະເຮັດໃຫ້ປະລິມານອາຈົມເພີ່ມຂຶ້ນ ຈຶ່ງຊ່ວຍຂັບຖ່າຍສານກໍ່ມະເຮັງອອກຈາກຮ່າງກາຍໄດ້.

No comments

Powered by Blogger.