ສິ່ງທີ່ມາກັບ "ປາດິບ" - ອິດສະຫຼະ

ສິ່ງທີ່ມາກັບ "ປາດິບ"



ບໍ່ວ່າຈະໃນອະດີດ ແລະ ປັດຈຸບັນຄົນລາວນິຍົມກິນປາດິບຫຼາຍ ໂດຍສະເພາະໃນເມືອງໃຫຍ່ທີ່ໄດ້ຮັບອິດທິພົນຂອງອາຫານຍີ່ປຸ່ນເຂົ້າມາເສີມຕື່ມອີກ

ປາດິບມີ 2 ຊະນິດໃຫຍ່ໆຄື: ປາດິບນ້ຳຈືດ ແລະ ປາດິບນ້ຳເຄັມ (ປາດິບທະເລ) ເຊິ່ງປາດິບທັງ 2 ຊະນິດມີເຊື້ອໂລກທີ່ແອບແຝງມາຕ່າງກັນ ປາດິບນໍ້າຈືດ ອາດພົບແມ່ພະຍາດທີ່ແອບແຝງມາເຊັ່ນ: ແມ່ທ້ອງ, ພະຍາດໃບໄມ້ໃນຕັບ, ພະຍາດໃບໄມ້ລຳໄສ້ ຯລຯ ຄົນສ່ວນຫຼາຍຄິດວ່າ ປານ້ຳເຄັມນັ້ນບໍ່ມີພະຍາດ ແຕ່ໃນຄວາມຈິງໃນປານ້ຳເຄັມນັ້ນອາດພົບ ຕົວອ່ອນຂອງພະຍາດອະນິຊາກິສ (Anisakis simplex) ໄດ້ ແຕ່ໂຊກດີທີ່ການພົບພະຍາດໃນປານ້ຳເຄັມນັ້ນພົບໜ້ອຍກວ່າປາໃນນ້ຳຈືດຫຼາຍ ແລະ ພະຍາດໃນປາດິບນ້ຳເຄັມກໍ່ມີຄວາມຮຸນແຮງໜ້ອຍກວ່າອີກດ້ວຍ ນອກຈາກນີ້ປາດິບທີ່ນຳມາປຸງແຕ່ງອາຫານຍີ່ປຸ່ນມັກຈະມາຈາກປານ້ຳເຄັມ

ເຖິງຢ່າງໃດກໍ່ຕາມຢ່າຟ້າວວາງໃຈວ່າກິນປາດິບນ້ຳເຄັມປະປອດໄພ 100% ພະຍາດອະນິຊາກິສ ເຖິງບໍ່ໄດ້ພົບຫຼາຍບໍ່ເຖິງ 10 ລາຍຕໍ່ປີໃນປະເທດອາເມຣິກາ ແຕ່ກໍ່ກໍ່ຄວາມຮຸນແຮງໄດ້ຫຼາຍ

ມາຮູ້ຈັກພະຍາດອະນິຊາກິດນຳກັນ
ພະຍາດອະນິຊາກິດ (Anisakis simplex) ເປັນພະຍາດທີ່ພົບໃນປາທະເລເຂດອົບອຸ່ນ ແລະ ເຂດຮ້ອນ, ໄລຍະຕົວອ່ອນຕົວຕິດຕໍ່ສູ່ຄົນຈະຢູ່ໃນອະໄວຍະວະພາຍໃນຊ່ອງທ້ອງຂອງປາທະເລ ເບິ່ງເຫັນດ້ວຍຕາເປົ່າໄດ້ຂະໜາດປະມານ 1-2 ຊມ. ກວ້າງປະມານ 0.3-0.5 ມມ. ບໍລິເວນປາກຈະມີໜາມຂະໜາດນ້ອຍ ບໍລິເວນປາຍຫາງຈະມີສ່ວນແຫຼມຍື່ນອອກມາ ພະຍາດຊະນິດນີ້ຈະໃຊ້ໜາມຂະໜາດນ້ອຍ ແລະ ໃຫ້ປາຍຫາງແຫຼມໃນການດັ້ນຜ່ານເນື້ອເຍື່ອຕ່າງໆ



ອາການຜິດປົກກະຕິເຊິ່ງເກີດຈາກພະຍາດອະນິຊາກິສ
ເນື່ອງຈາກພະຍາດຊະນິດດັ່ງກ່າວເປົນຕົວອ່ອນໄລຍະຕິດຕໍ່ສູ່ມະນຸດ ບໍລິເວນປາກຂອງພະຍາດຈະມີໜາມຂະໜາດນ້ອຍ ແລະ ປາຍຫາງແຫຼມ ຂະນະເຄື່ອນທີ່ດັ່ນໃນກະເພາະອາຫານ ແລະ ລຳໄສ້ຂອງຄົນ ເຮັດໃຫ້ເກີດບາດແຜຂະໜາດນ້ອຍ ແລະ ອາດເຮັດໃຫ້ມີເລືອດອອກໃນກະເພາະໄດ້ ສົ່ງຜົນໃຫ້ຜູ້ທີ່ມີພະຍາດຊະນິດນີ້ໃນກະເພາະອາຫານ ແລະ ສຳໄສ້ ມີອາການເຈັບທ້ອງ, ແນ້ນທ້ອງ, ທ້ອງອືດ ອາການມັກບໍ່ສະເພາະເຈາະຈົງຄ້າຍກັບອາການຂອງໂລກກະເພາະ ບາງລາຍອາດມີອາການເຈັບທ້ອງ ຫຼື ຖ່າຍເປັນເລືອດຖ້າມີບາດໃນກະເພາະຂະໜາດໃຫຍ່ ອາການມັກຈະເລີ່ມເກີດຫຼັງກິນອາຫານທີ່ມີພະຍາດຊະນິດດັ່ງກ່າວນັ້ນຕັ້ງແຕ່ຫຼັກຊົ່ວໂມງ ຫຼື ເປັນມື້ກໍ່ໄດ້

ການປິ່ນປົວ
ການຮັກສາແມ່ນໃຊ້ການສ່ອງກ້ອງກວດເບິ່ງກະເພາະອາຫານ ຖ້າພົບຕົວອ່ອນຂອງພະຍາດຊະນິດນີ້ກໍ່ໃຊ້ກ້ອງຄີບໂຕພະຍາດອອກ ພະຍາດຊະນິດນີ້ບໍ່ສາມາດກວດພົບໄດ້ໃນອາຈົມ ເນື່ອງຈາກມັນຈະເກາະຕິດແນ້ນກັບກະເພາະ ແລະ ລຳໄສ້

ປັດຈຸບັນຍັງບໍ່ມີຍາທີ່ໃຊ້ຮັກສາພະຍາດຊະນິດນີ້ ແຕ່ຈາກການສຶກສາໃນປະເທດຍີ່ປຸ່ນ ໂດຍຫົວໜ້າທີມວິໄຈ ໂຕຊິໂອະ ລິຍາມ້າ ພົບວ່າ ວາຊາບິ ມີລິດໃນການຂ້າພະຍາດຊະນິດນີ້ໄດ້ ແຕ່ຂະໜາດ ແລະ ປະລິມານການໃຊ້ຂ້າພະຍາດຊະນິດນີ້ຍັງຢູ່ໃນຂັ້ນຕອນການສຶກສາ ເຖິງຢ່າງໃດກໍ່ຕາມການປ້ອງກັນການຕິດພະຍາດຊະນິດນີ້ ຍັງເປັນສິ່ງທີ່ສຳຄັນ ແລະ ດີທີ່ສຸດ

ກິນປາດິບແບບໃດບໍ່ໃຫ້ເປັນພະຍາດ
ກ່ອນອື່ນຄວນຕ້ອງແນ່ໃຈວ່າ ປາດິບທີ່ນຳມາປຸງແຕ່ງອາຫານນັ້ນເປັນປາທະເລ ເພາະບາງຄັ້ງຜູ້ທີ່ຮູ້ເທົ່າບໍ່ເຖິງການນຳປາດິບນ້ຳຈືດຫຼາຍຊະນິດມາປຸງແຕ່ງອາຫານ ເຮັດໃຫ້ເກີດແມ່ທ້ອງ, ໃບໄມ້ໃນຕັບ ຫຼື ໃບໄມ້ໃນລຳໄສ້ເຊິ່ງມີຄວາມຮຸນແຮງຫຼາຍກວ່າ

ການແຊ່ແຂງອຸນຫະພຸມຕ່ຳກວ່າ -35 ອົງສາເຊ ຢ່າງໜ້ອຍ 15 ຊົ່ວໂມງ ຫຼື ຕ່ຳກວ່າ -20 ອົງສາເຊຢ່າງໜ້ອຍ 7ມື້ ຫຼື ຜ່ານຄວາມຮ້ອນຫຼາຍກວ່າ 60 ອົງສາ ຢ່າງໜ້ອຍ 5 ນາທີ ກ່ອນການປຸງແຕ່ງອາຫານຈະເຮັດໃຫ້ພະຍາດຊະນິດດັ່ງກ່າງຕາຍໄດ້


No comments

Powered by Blogger.