ລັດຖະບານອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ 80 ກວ່າບໍລິສັດໃນລາວ - ອິດສະຫຼະ

ລັດຖະບານອະນຸຍາດສຳປະທານຂຸດຄົ້ນບໍ່ແຮ່ 80 ກວ່າບໍລິສັດໃນລາວ



ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງບົ່ມຊ້ອນທາງດ້ານຊັບໃນດິນສິນໃນນ້ຳ ຊຶ່ງເປັນທີ່ດຶງດູດໃຫ້ບັນດານັກທຸລະກິດຈາກ ພາຍໃນ ແລະຕ່າງປະເທດ,
ໂດຍໃນ 9 ເດືອນຂອງສົກປີແລ້ວລັດຖະບານໄດ້ອະນຸມັດໂຄງການສໍາປະທານຂຸດຄົ້ນບໍ່ແຮ່ທັງໝົດ 80 ບໍລິສັດ ມີ 141 ກິດຈະການ, ຂະນະທີ່ລາຄາແຮ່ທາດຍັງຕໍ່າ ໂດຍສະເພາະຢູ່ຕະຫຼາດໂລກຍັງຢູ່ໃນສະພາວະຕົກຕໍ່າ ຊຶ່ງເປັນບັນຫາຕໍ່ການສົ່ງອອກແຮ່ທາດ.

ອີງຕາມຂໍ້ມູນການລາຍງານ ຂອງລັດຖະບານທີ່ກອງປະຊຸມສະພາໃຫ້ຮູ້ວ່າ: ພາຍໃນໄລຍະ 9 ເດືອນສົກປີ 2015-2016 ລັດຖະບານໄດ້ອະນຸມັດໂຄງການສໍາປະທານຂຸດຄົ້ນບໍ່ແຮ່ທັງໝົດ 80 ບໍລິສັດ, ມີ 141 ກິດຈະການ, ໃນນັ້ນ ເປັນຂອງພາຍໃນ 19 ບໍລິສັດ (29 ກິດຈະການ) ແລະຕ່າງປະເທດ 59 ບໍລິສັດ (104 ກິຈະການ), ໂຄງການທີ່ກໍາລັງຂຸດຄົ້ນ ແລະຜະລິດມີ 52 ບໍລິສັດ, ກໍາລັງກໍ່ສ້າງໂຮງງານປຸງແຕ່ງ ແລະກຽມຂຸດຄົ້ນ 28 ບໍລິສັດ 35 ກິດຈະການ, ປະຈຸບັນມີການຜະລິດແຮ່ທາດທັງໝົດ 20 ຊະນິດ, ລວມຍອດມູນຄ່າການຜະລິດໄດ້ 8.846 ຕື້ກີບ.

ສຳລັບການຈໍາໜ່າຍແມ່ນສາມາດປະຕິບັດໄດ້ 14,6 ລ້ານໂດລາ ໃນນັ້ນສົ່ງອອກແຮ່ທາດກວມ ອັດຕາສ່ວນສູງໄດ້ແກ່: ທອງເຂັ້ມຂຸ້ນພູເບ້ຍ 544,5 ລ້ານໂດລາ; ທອງແຜ່ນເຊໂປນ 292,15 ລ້ານໂດລາ; ເກືອໂປຕັດຄໍາມ່ວນ ແລະວຽງຈັນ 80,1 ລ້ານໂດລາ; ແຮ່ກົ່ວ ຫີນກາວ ແຮ່ອັງຕີມອນ ແລະແຮ່ເຫຼັກຕາມລໍາດັບ.

ແຕ່ລາຄາແຮ່ທາດຢູ່ຕະຫຼາດ ສາກົນຍັງຢູ່ໃນສະພາວະຕົກຕໍ່າ ຊຶ່ງສົ່ງຜົນໃຫ້ມີຄວາມຕ້ອງການໃນ ກຸ່ມວັດຖຸດິບ ແລະຜະລິດຕະພັນ ດ້ານແຮ່ທາດມີແນວໂນ້ມຫຼຸດລົງ ແລະເຮັດໃຫ້ການດໍາເນີນທຸລະກິດຂຸດຄົ້ນແຮ່ຢູ່ໃນໄລຍະລໍ ຕົວຍ້ອນການຜະລິດໃຫ້ຜົນຕອບ ແທນຕໍ່າ.

ເຖິງວ່າໃນຕະຫຼາດໂລກຍັງມີ ບັນຫາຕໍ່ລາຄາແຮ່ທາດກໍຕາມແຕ່ ລັດຖະບານຍັງຄາດຄະເນໝົດສົກ ປີຈະສາມາດປະຕິບັດໄດ້ 14.054 ຕື້ກີບ ເກີນແຜນ 10,6% (12.697 ຕື້ກີບ), ທຽບໃສ່ໄລຍະດຽວກັບ ປີຜ່ານມາໃຫ້ເພີ່ມຂຶ້ນ 2,74%.

ຢ່າງໃດກໍຕາມ ສຳເລັດການ ຂຸດຄົ້ນແຮ່ທາດນັບແຕ່ກາງປີ 2012 ເປັນຕົ້ນມາຖືກລັດຖະ ບານໄດ້ມີການໂຈະອະນຸຍາດ ໂຄງການໃໝ່ຊອກຄົ້ນ ແລະສຳຫຼວດແຮ່ຫຼາຍຊະນິດ ທັງນີ້ເພື່ອກວດສອບຄືນໂຄງການເກົ່າຮັບ ປະກັນຄຸນນະພາບ  ແລະປະສິດ ທິພົນຂອງໂຄງການແຕ່ສຳລັບ ໂຄງການທີ່ອະນຸຍາດໃນ 9 ເດືອນ ສົກແລ້ວນັ້ນກໍຂໍຝາກທາງພາກ ສ່ວນກ່ຽວຂ້ອງຊ່ວຍກວດສອບ ເບິ່ງຄື່ນຕື່ມ.

ຈາກ: ເສດຖະກິດ-ສັງຄົມ

No comments

Powered by Blogger.