ປະໂຫຍດຈາກໄຂ່ໄກ່ທີ່ທ່ານອາດບໍ່ເຊື່ອ - ອິດສະຫຼະ

ປະໂຫຍດຈາກໄຂ່ໄກ່ທີ່ທ່ານອາດບໍ່ເຊື່ອ



ໄຂ່ໄກເປັນຂອງຂວັນທີ່ໄດ້ມາຈາກທຳມະຊາດ ອຸດົມດ້ວຍຄຸນຄ່າທາງອາຫານ ຖືເປັນຄັງສາງໂພຊະນາການຂອງມະນຸດເລີຍກໍ່ວ່າໄດ້

ໄຂ່ໄກ່ມີຄຸນປະໂຫຍດຫຍັງແດ່ ແລະ ສຳລັບກຸ່ມຄົນທີ່ຕ່າງກັນ ຮັບປະທານແບບໃດຈຶ່ງຈະໄດ້ຜົນດີທີ່ສຸດ

ໄຂ່ໄກ່ມີໂປຣຕີນເລຊີທິນ (Lecithin), ວິຕາມິນ A, B1, B2, D, ແຄນຊຽມ ແລະ ທາດເຫຼັກ ລ້ວນແຕ່ເປັນສານໂພຊະນາການທີ່ຮ່າງກາຍຕ້ອງການເຊັ່ນ ເລຊີທິນ ມີຄຸນປະໂຫຍດໃນການບຳລຸງສະໝອງ ເພາະສ່ວນປະກອບສຳຄັນຂອງສະໝອງຄືເລຊີທິນ ຖ້າຮູ້ສຶກສະໝອງບໍ່ສົດໃສ, ເມື່ອຍ ຈະຕ້ອງເສີມເລຊີທິນ ໄຂ່ເຫຼືອງອຸດົມດ້ວຍເລຊີທິນ ສາມາດຊ່ວຍບຳລຸງສະໝອງ ເຮັດໃຫ້ສະໝອງຟື້ນຟູຄວາມສົດໃສໄດ້, ວິຕາມິນ B ມີປະໂຫຍດຄາຍຄວາມຄຽດ ຊ່ວຍເຮັດໃຫ້ນໍ້າຕານກາຍເປັນພະລັງງານ, ໃນໄຂ່ເຫຼືອງທຸກ 100 ກຣາມ ມີທາດເຫຼັກເຖິງ 150 ມິນລີກຣາມ ສາມາດຊ່ວຍໃຫ້ຮ່າງກາຍສ້າງເຊວເມັດເລືອດໄດ້ຫຼາຍຂຶ້ນ

ສຳລັບຜູ້ທີ່ຕ້ອງເຮັດວຽກຕິດໜ້າຈໍຄອມພິວເຕີໝົດມື້ ໄຂ່ໄກ່ເປັນອາຫານທີ່ດີໃນການຊ່ວຍຜ່ອນຄາຍຄວາມຄຽດ ຫຼຸດຜ່ອນຄວາມເມື້ອຍລ້າ ແລະ ຟື້ນຟູກຳລັງແຮງ

ຮ່າງກາຍມະນຸດຈຳເປັນຕ້ອງມີສານໂພຊະນາການ 7 ປະເພດໄດ້ແກ່ ໂປຣຕີນ, ຄາໂບໄຮເຕດ, ວິຕາມິນ, ເຊວລູໂຣສ, ແຮ່ທາດ, ໄຂມັນ ແລະ ນ້ຳ ໄຂ່ໄກ່ມີເກືອບທຸກຢ່າງຍົກເວັ້ນເຊວລູໂຣສ

ແຕ່ຖ້າຮັບປະທານໄຂ່ໄກ່ຫຼາຍເກີນຄວນອາດຈະເຮັດໃຫ້ກະເພາະ ແລະ ລຳໄສ້ເຮັດວຽກໜັກຂຶ້ນ

ຜູ້ສູງອາຍຸຈຳນວນບໍ່ໜ້ອຍບໍ່ຄ່ອຍຮັບປະທານໄຂ່ໄກ່ ເພາະຄິດວ່າໄຂ່ເຫຼືອງມີຄໍເລສເຕີຣໍສູງ ແຕ່ຄວາມຈິງໄຂ່ເຫຼືອງຍັງມີເລຊີທິນຫຼາຍ ເຊິ່ງສາມາດເຮັດໃຫ້ໄຂມັນ ແລະ ຄໍເລສເຕີຣໍລະລາຍເປັນເມັດນ້ອຍໆຈົນຂັບອອກຈາກຫຼອດເລືອດໄດ້ ເປັນຜົນຕີຕໍ່ການປ້ອງກັນຫຼອດເລືອດຕີບ, ຮັກສາຄວາມຫົດຢືດ ດັ່ງນັ້ນ, ຜູ້ສູງອາຍຸຄວນຮັບປະທານໄຂ່ໄກ່ມື້ລະ 1 ໜ່ວຍເພື່ອສຸຂະພາບທີ່ດີຂຶ້ນ

ປັດຈຸບັນຜູ້ຍິງໃຫ້ຄວາມສຳຄັນຫຼາຍຕໍ່ການຮັກສາສຸຂະພາບ ແລະ ຮູບຮ່າງ ຜູ້ຊ່ຽວຊານສະເໜີວ່າບໍ່ຕ້ອງອົດອາຫານ ພຽງແຕ່ຮັບປະທານໄຂ່ໄກ່ 2 ໜ່ວຍໃນຕອນເຊົ້າກໍ່ຈະໄດ້ຜົນ ເພາະໃນໄຂ່ໄກ່ອຸດົມດ້ວຍສານໂພຊະນາການທີ່ຮ່າງກາຍຕ້ອງການ ແລະ ແຕ່ລະໜ່ວຍມີພຽງ 75 ແຄຣໍລີເທົ່ານັ້ນ ເຊິ່ງບໍ່ພຽງແຕ່ໄດ້ຮັບສານອາຫານຢ່າງພຽງພໍເທົ່ານັ້ນ ແຕ່ຍັງເຮັດໃຫ້ຮູ້ສຶກອິ່ມທ້ອງນຳອີກ ນອກຈາກນີ້ວິຕາມິນ B1 ແລະ B2 ໃນໄຂ່ໄກ່ມີສ່ວນຊ່ວຍລ້າງໄຂມັນ ແລະ ທາດເຫຼັກໃນໄຂ່ໄກ່ສາມາດຊ່ວຍຜະລິດເຊວເມັດເລືອດເຮັດໃຫ້ໃບໜ້າສົດໃສອີກດ້ວຍ.

No comments

Powered by Blogger.