10 ຂໍ້ຂອງການກິນ ເພື່ອສຸຂະພາບທີ່ດີ - ອິດສະຫຼະ

10 ຂໍ້ຂອງການກິນ ເພື່ອສຸຂະພາບທີ່ດີ



ສຳລັບບາງຄົນເລື່ອງກິນເປັນເລື່ອງໃຫຍ່ ແລະ ນັ້ນເຮັດໃຫ້ຫຼາຍຄົນທີ່ວ່າກາຍເປັນຄົນຕາມໃຈປາກ ແລະ ສົ່ງຜົນກະທົບຕໍ່ເນື່ອງໄປສູ່ສຸຂະພາບ ເຊິ່ງຖ້າທ່ານບໍ່ຢາກທີ່ຈະກາຍເປັນຄົນມີບັນຫາທາງດ້ານສຸຂະພາບເພາະການກິນ ນີ້ຄື 10 ຂໍ້ທີ່ຄວນໃສ່ໃຈ

1. ຕອນເຊົ້າຫຼັງຈາກຕື່ນນອນ ດື່ມນ້ຳອຸ່ນໜຶ່ງຈອກຈະຊ່ວຍລ້າງລຳໄສ້ ແລະ ກະເພາະ ຫຼຸດຄວາມຂຸ້ນຂອງເລືອດ, ຂັບສານພິດອອກຈາກຮ່າງກາຍ ແລະ ປ້ອງການໜິ້ວໝາກໄຂ່ຫຼັງ ຄວນດື່ມນ້ຳຢ່າງໜ້ອຍມີລະ 8 ຈອກ ແຕ່ຊ່ວງການງຄືນບໍ່ຄວນດື່ມນ້ຳຫຼາຍ

2. ດື່ມນ້ຳກ່ອນຮັບປະທານອາຫານເຄິ່ງຊົ່ວໂມງ ຊ່ວຍຫຼໍ່ລ້ຽງລຳໄສ້ ແລະ ກະເພາະ ກະຕຸ້ນການຫຼັ່ງນ້ຳຍ່ອຍ ລະຫວ່າງຮັບປະທານອາຫານຢ່າດື່ມນ້ຳຫຼາຍ ເພາະຈະເຮັດໃຫ້ນ້ຳຍ່ອຍໃນກະເພາະເຈືອຈາງເຊິ່ງບໍ່ດີຕໍ່ການຍ່ອຍອາຫານ

3. ພະຍາຍາມຫຼີກລ້ຽງອາຫານປະເພດຈືນ ແລະ ອາຫານປິ້ງທີ່ມີຄວັນ ເພາະຈະກໍ່ໃຫ້ເກີດມະເຮັງໄດ້ ຄວນກິນອາຫານທີ່ອຸດົມດ້ວຍເສັ້ນໃຍເປັນປະຈຳ ຢ່າສົນໃຈແຕ່ລົດຊາດຢ່າງດຽວ ຄຸນຄ່າທາງໂພຊະນາການຄວນເປັນສິ່ງທຳອິດທີ່ຕ້ອງໃສ່ໃຈເວລາເລືອກກິນອາຫານ ອາຫານບາງຢ່າງເຖິງມີລົດຊາດແຊບຊ້ອຍແຕ່ແທ້ຈິງແລ້ວບໍ່ມີປະໂຫຍດຕໍ່ສຸຂະພາບເລີຍ ນອກຈາກນີ້ຄວນຄວບຄຸມປະລິມານການບໍລິໂພກເກືອບໍ່ໃຫ້ເກີນດ 6 ກຣາມຕໍ່ມື້

4. ອາຫານ ບາງຢ່າງທີ່ກິນແລ້ວຊ່ວຍເພີ່ມຄວາມສຸກໄດ້ແກ່: ປາທະເລນ້ຳເລິກ, ກ້ວຍ, ໝາກກກ້ຽງ, ຜັກ,​ ເຂົ້າໜົມປັງ, ກະທຽມ, ໝາກອຶ, ນົມໄຂມັນຕ່ຳ, ຊິ້ນໄກ່

5. ອາຫານທີ່ມີໄຂມັນສູງຢ່າກິນຫຼາຍ ເພາະຕ້ອງໃຊ້ເວລາໃນການຍ່ອຍ 5-7 ຊົ່ວໂມງ ເຮັດໃຫ້ເລືອດທີ່ລ້ຽງສະໝອງຕ້ອງມາຊ່ວຍກະເພາະຍ່ອຍອາຫານຈົນເລືອດໃນສະໝອງຫຼຸດໜ້ອຍລົງ ເຮັດໃຫ້ເກີດອາການວິນຫົວ ແລະ ຢາກນອນ

6. ຫຼັງ 5 ໂມແລງແລ້ວຢ່າກິນອາຫານໜັກ ເພາະຮ່າງກາຍບໍ່ຕ້ອງການພະລັງງານຫຼາຍໃນຕອນແລງ ກ່ອນນອນ 3 ຊົ່ວໂມງບໍ່ຄວນກິນອາຫານ ເພາະຈະເຮັດໃຫ້ຕຸ້ຍ

7. ກິນອາຫານໃນຊ່ວງກາງຄືນເລື້ອຍໆ ມີໂອກາດເປັນມະເຮັງກະເພາະເພີ່ມຂຶ້ນ ເພາະກະເພາະບໍ່ໄດ້ພັກຜ່ອນເທົ່າທີ່ຄວນ

8. ບໍ່ຄວນດື່ມເຫຼົ້າເກີນມີລະ 1 ຈອກ ເພາະທາດເຫຼົ້າຈະລະງັບການຈະເລີນເຕີບໃຫຍ່ຂອງເຊວສ້າງພູມຕ້ານທານໂລກ ຈົນເພີ່ມໂອກາດຕິດທີ່ແບັດທີເຣຍ

9. ໝາກແອັບເປິ້ນເປັນໝາກໄມ້ບຳລຸງປອດທີ່ດີທີ່ສຸດ ກິນມື້ລະໜ່ວຍຊ່ວຍຟອກປອດໃຫ້ສະອາດ

10. ຄວນກິນອາຫານໃນປະລິມານທີ່ພໍດີ ຢ່າກິນຫຼາຍຈົນແໜ້ນ

No comments

Powered by Blogger.