ຜັກປັງ ຜັກພື້ນບ້ານແຄມຮົ້ວ ແຕ່ມີປະໂຫຍດຫຼາຍຕໍ່ຮ່າງກາຍ - ອິດສະຫຼະ

ຜັກປັງ ຜັກພື້ນບ້ານແຄມຮົ້ວ ແຕ່ມີປະໂຫຍດຫຼາຍຕໍ່ຮ່າງກາຍ



ຜັກປັງປູກງ່າຍເຊັ່ນດຽວກັບຜັກພື້ນບ້ານທົ່ວໆໄປ ແລະ ຍັງອອກຍອດຕະຫຼອດປີ ດັ່ງນັ້ນ, ຊາວລາວເຮົາຈຶ່ງນິຍົມປູກເພື່ອເກັບຍອດມາລວກມາແກງ, ຜັກປັງມີ 2 ຊະນິດຄື: ຊະນິດລຳຕົ້ນສີຂຽວ (ຫຼືຜັກປັງຂາວ) ແລະ ລຳຕົ້ນສີມ້ວງ

ຄຸນຄ່າທາງອາຫານ ມີເສັ້ນໃຍອາຫານຫຼາຍ, ມີສານບີຕາແຄໂຣທີນ ທີ່ເມື່ອກິນເຂົ້າໄປໃນຮ່າງກາຍຈະຖືກປ່ຽນເປັນວິຕາມິນບຳລຸງສາຍຕາແລ້ວ ຍັງມີຄຸນສົມບັດພິເສດຊ່ວຍປ້ອງກັນມະເຮັງອີກດ້ວຍ ເຊິ່ງຜັກປັງນີ້ສາມາດນຳມາປຸງແຕ່ງອາຫານໄດ້ຫຼາກຫຼາຍແລ້ວແຕ່ຄວາມມັກຂອງແຕ່ລະບຸກຄົນ.

No comments

Powered by Blogger.