ໄຟໂຕເອສໂຕຣເຈນ ໃນຖົ່ວເຫຼືອງ ແລະ ຄຸນຄ່າທາງໂພຊະນາການຫຼາກຫຼາຍ - ອິດສະຫຼະ

ໄຟໂຕເອສໂຕຣເຈນ ໃນຖົ່ວເຫຼືອງ ແລະ ຄຸນຄ່າທາງໂພຊະນາການຫຼາກຫຼາຍ


ຖົ່ວເຫຼືອງຖືເປັນອາຫານທີ່ມີຄຸນຄ່າທາງໂພຊະນາການສູງ ປະກອບດ້ວຍໂປຣຕີນ 35%, ໄຂມັນ 20% ເຊິ່ງເປັນກົດໄຂມັນຊະນິດບໍ່ອິ່ມຕົວເປັນສ່ວນໃຫຍ່ ແລະ ຍັງມີໃຍອາຫານ, ມີແຮ່ທາດຕ່າງໆບໍ່ວ່າຈະເປັນແຄວຊຽມ, ເຫຼັກ, ວິຕາມິນບີ 1 ແລະ ວິຕາມິນບີ 2

ປະໂຫຍດຈາກການບໍລິໂພກຖົ່ວເຫຼືອງມີຫຼາກຫຼາຍ ບໍ່ວ່າຈະເປັນການຊ່ວຍຫຼຸດຄວາມສ່ຽງຕໍ່ໂລກກະດູກພ່ອຍເພາະມີແຄວຊຽມສູງ ນອກຈາກນີ້ໂປຣຕີນໃນຖົ່ວເຫຼືອງຍັງຊ່ວຍປ້ອງກັນຮ່າງກາຍຂອງເຮົາໃຫ້ສູນເສຍແຄວຊຽມໜ້ອຍລົງ ຊ່ວຍຫຼຸດຄວາມສ່ຽງຂອງໂລກມະເຮັງ ສານປະກອບໃນຖົ່ວເຫຼືອງເປັນສານທີ່ຊ່ວຍໃນການປ້ອງກັນການເຮັດວຽກຂອງເອນໄຊທີ່ຈະປ່ຽນເຊວປົກກະຕິໄປເປັນເຊວມະເຮັງ ໂປຣຕີນໃນຖົ່ວເຫຼືອງຍັງໄປຊ່ວຍຫຼຸດລະດັບຄໍເລສເຕີຣໍໃນເລືອດ, ຫຼຸດຄວາມສ່ຽງຕໍ່ການເກີດໂລກຫົວໃຈຂາດເລືອດ

ໃນຖົ່ວເຫຼືອງຍັງມີສານທີ່ຊື່ວ່າ "ໄຟໂຕເອສໂຕຣເຈນ" ເຊິ່ງເປັນສານທີ່ມີຄຸນສົມບັດຄ້າຍກັບຮໍໂມນເອສໂຕຣເຈນໃນຜູ້ຍິງ ຖືເປັນສານທີ່ມີປະໂຫຍດຕໍ່ຜູ້ຍິງຊ່ວຍໃຫ້ຮໍໂມນເຮັດວຽກໄດ້ປົກກະຕິ ແລະ ດີຂຶ້ນ ຫຼຸດຄວາມສ່ຽງຂອງມະເຮັງເຕົ້ານົມ ດີຕໍ່ສຸຂະພາບຂອງຜູ້ຍິງໄວໝົດປະຈຳເດືອນ ການບໍລິໂພກອາຫານທີ່ເຮັດຈາກຖົ່ວເຫຼືອງເປັນປະຈຳຈຶ່ງເປັນປະໂຫຍດຫຼາຍຕໍ່ຮ່າງກາຍຂອງເຮົາ

No comments

Powered by Blogger.