ເດັກນ້ອຍດື່ມນົມຖົ່ວເຫຼືອງແທນນົມງົວໄດ້ບໍ່ - ອິດສະຫຼະ

ເດັກນ້ອຍດື່ມນົມຖົ່ວເຫຼືອງແທນນົມງົວໄດ້ບໍ່



ການສົ່ງເສີມໃຫ້ດື່ມນົມງົວ ເພື່ອໃຫ້ໄດ້ຮັບແຄວຊຽມພຽງພໍ ແລະ ຍັງເປັນແຫຼ່ງຂອງສານອາຫານອື່ນທີ່ສຳຄັນເຊັ່ນ: ໂປຣຕີນ, ວິຕາມິນເອ, ວິຕາມິນບ 2 ແລະ ວິຕາມິນບີ 12 ສ່ວນນົມຖົ່ວເຫຼືອງຈະໃຫ້ແຄວຊຽມໜ້ອຍລວມທັງມີວິຕາມິນບີ 2 ແລະ ວິຕາມິນບີ 12 ໜ້ອຍ ເຖິງຈະເປັນແຫຼ່ງຂອງໂປຣຕີນ ແລະ ຄຸນນະພາບຂອງໄຂມັນທີ່ດີກວ່ານົມງົວ

ຖ້າຫາກດື່ມນົມຖົ່ວເຫຼືງແທນນົມງົວ ຈະຕ້ອງກິນອາຫານທີ່ເປັນແຫຼ່ງແຄວຊຽມອື່ນໆເຊັ່ນ: ປານ້ອຍ, ສັດຕົວນ້ອຍທີ່ກິນໄດ້ທັງກະດູກເຊັ່ນ: ກົບ, ຂຽດ ເປັນຕົ້ນ, ເຕົ້າຫູ້ແຂງ, ເຕົ້າຫູອ່ອນ ເຖິງຢ່າງໃດກໍ່ຕາມຈາກການສຳຫຼວດພົບວ່າ ປະລິມານແຄວຊຽມທີ່ໄດ້ຈາກອາຫານອື່ນທີ່ບໍ່ແມ່ນນົມໄດ້ພຽງ 300 ມິນລີກຣາມຕໍ່ມື້ ບໍ່ພຽງພໍຕໍ່ຄວາມຕ້ອງການແຄວຊຽມຂອງເດັກນ້ອຍປະຖົມ (6-12 ປີ) ດັ່ງນັ້ນ, ເດັກນ້ອຍໄວ້ນີ້ຈຶ່ງຄວນດື່ມນົມງົວທີ່ເປັນນົມສົດຈືດທຸກມື້ ມື້ລະ 2-3 ຈອກ (200 ຊີຊີ/ຈອກ)

No comments

Powered by Blogger.