10 ສາເຫດທີ່ເຮັດໃຫ້ເສື່ອມເສຍຄວາມເປັນຊາຍ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhE1_oMYvR8gUKAEJ7UEe9F9NIqcdxP2Ldj8cBw-ZSRNKgfF5F-22oZ_JQPdcqbJIhg83btraBv5auYy1Nc4sZ9o0MRjQD-WH47e_a_ZU1wWKrhe36QeYGiBM3ERHXEb5nk6T9AQerr0OY/s400/%25E0%25BA%259C%25E0%25BA%25B9%25E0%25BB%2589%25E0%25BA%258A%25E0%25BA%25B2%25E0%25BA%258D.jpg)
![](https://blogger.googleusercontent.com/img/b/R29vZ2xl/AVvXsEhE1_oMYvR8gUKAEJ7UEe9F9NIqcdxP2Ldj8cBw-ZSRNKgfF5F-22oZ_JQPdcqbJIhg83btraBv5auYy1Nc4sZ9o0MRjQD-WH47e_a_ZU1wWKrhe36QeYGiBM3ERHXEb5nk6T9AQerr0OY/s400/%25E0%25BA%259C%25E0%25BA%25B9%25E0%25BB%2589%25E0%25BA%258A%25E0%25BA%25B2%25E0%25BA%258D.jpg)
ຈາກຊາຍໜຸ່ມຜູ້ຫ້າວຫັນໃນວຽກບ້ານການເຮືອນ ພໍເວລາເລື່ອນຜ່ານການບ້ານບໍ່ຄ່ອຍເຮັດຄືດັ່ງເດີມ ສາເຫດອາດເປັນເພາະວ່າ:
1. ຮໍໂມນເພດຊາຍຕ່ຳ ຮໍໂມນເທສໂທສເຕີໂຣນ (Testosterone) ເປັນຮໍໂມນເພດຊາຍ ສ່ວນໃຫຍ່ຜະລິດຢູ່ໃນລູກອັນທະ ເຮັດໜ້າທີ່ສ້າງກ້າມເນື້ອ, ມວນກະດູກ ແລະ ຜະລິດສະເປີມ ເຊິ່ງລະດັບຮໍໂມນນີ້ຈະສົ່ງຜົນຕໍ່ຄວາມຕ້ອງການທາງເພດ ຍິ່ງຖ້າຮໍໂມນດັ່ງກ່າວຕ່ຳ ຄວາມຕ້ອງການຂອງທ່ານກໍ່ຈະຕ້ຳຕາມໄປດ້ວຍ
2. ການໃຊ້ຢາບາງຊະນິດ ຈະໄປຫຼຸດລະດັບຮໍໂມນ ເຮັດໃຫ້ຄວາມຕ້ອງການທາງເພດຕ່ຳລົງເຊັ່ນ: ຢາຫຼຸດຄວາມດັນ
3. ໂລກ RLS (Restless Legs Syndrome) ຫຼື ໂລກຂາຢູ່ບໍ່ເປັນສຸກ ຜູ້ທີ່ເປັນໂລກນີ້ຈະຮູ້ສຶກຄືມີຕົວອີ່ຫຍັງໄຕ່ຂາ, ຂາກະຕຸກ ຢູ່ບໍ່ເປັນສຸກຕ້ອງໄດ້ມີການຫຍັບຂາຢູ່ເລື້ອຍໆ ໂດຍນັກວິໄຈພົບວ່າຜູ້ທີ່ມີອາການຂອງໂລກ RLS ມີທິດທາງວ່າຈະເປັນໝັນຫຼາຍວ່າຜູ້ຊາຍປົກກະຕິ
4. ຊຶມເສົ້າ ຈະສົ່ງຜົນກະທົບຕໍ່ຮ່າງກາຍຫຼາຍຢ່າງເຮັດໃຫ້ບໍ່ສົດຊື່ນແຈ່ມໃສ ບໍ່ຫ້າວບໍ່ຫັນຄືແຕ່ກ່ອນ ແນ່ນອນວ່າມັນຈະເຮັດໃຫ້ຄວາມຕ້ອງການຫຼຸດລົງຈົນເສື່ອມຖອຍໃນທີ່ສຸດ
5. ເຈັບປ່ວຍຊຳເຮື້ອ ໂລກຊຳເຮື້ອບາງຢ່າງປິ່ນປົວດົນແລ້ວກໍ່ຍັງບໍ່ເຊົາ ນອກຈາກຈະສົ່ງຜົນຕໍ່ຮ່າງກາຍ ຍັງສົ່ງຜົນຕໍ່ອາລົມເພດໄດ້ອີກດ້ວຍເຊັ່ນ: ມະເຮັງ
6. ມີບັນຫາດ້ານການນອນຫຼັບ ນັກວິໄຈພົບວ່າ ຮໍໂມນເພດຊາຍມີຄວາມສຳພັນກັບການນອນ ໂດຍພົບວ່າຜູ້ຊາຍທີ່ມີລະດັບຮໍໂມນເພດຕ່ຳມັກມີບັນຫາເລື່ອງການນອນເຊັ່ນ: ນອນບໍ່ຫຼັບ, ຢຸດຫາຍໃຈໃນຂະນະນອນຫຼັບ ເປັນຕົ້ນ ພົບຫຼາຍໃນຜູ້ຊາຍທີ່ອາຍຸຂ້ອນຂ້າງສູງ
7. ອາຍຸ ຄືກັບທີ່ບອກວ່າລະດັບຮໍໂມນເພດຂາຍຍິ່ງສູງ ຄວາມຕ້ອງການກໍ່ຍິ່ງຫຼາຍ ໂດຍສະເລ່ຍແລ້ວຜູ້ຊາຍຈະມີຄວາມຕ້ອງການສູງທີ່ສຸດໃນຕອນເປັນໄວໜຸ່ມ ແລະ ຄ່ອຍໆຫຼຸດລົງໃນຊ່ວງອາຍຸ 60-65 ປີ
8. ຄວາມຄຽດ ເຮັດໃຫ້ຄວາມຕ້ອງການທາງເພດຫຼຸດລົງ ເມື່ອເກີດອາການຄຽດ ຫຼື ຄວາມກົດດັນມັກຈະໄປຫຼຸດລະດັບຮໍໂມນ ເຮັດໃຫ້ຄວາມຕ້ອງການຕ່ຳລົງໄປນຳ
9. ຕິດຕໍ່ຈໍຫຼາຍເກີນໄປ ຜົນການສຶກສາຂອງມະຫາວິທະຍາໄລ Rochester ປີ 2010 ພົບວ່າຜູ້ຊາຍທີ່ໃຊ້ເວລາໄປກັບການຢູ່ຕິດໜ້າຈໍຫຼາຍກວ່າ 20 ຊົ່ວໂມງ/ອາທິດ ຮ່າງກາຍຈະຜະລິດສະເປີມໄດ້ໜ້ອຍລົງເຖິງ 44%
10. ບໍ່ຄ່ອຍໄດ້ໃຊ້ການໃຊ້ງານປານໃດ ມີຜົນການສຶກສາທີ່ຕີພິມລົງໃນວາລະສານ American Journal of Medicine ເມື່ອປີ 2008 ພົບວ່າ ຜູ້ຊາຍທີ່ມີກິດຈະກຳຮັກຢ່າງໜ້ອຍ 1 ຄັ້ງຕໍ່ອາທິດ ມີຄວາມສ່ຽງທີ່ຈະເສຍຄວາມເປັນຊາຍຫຼາຍທີ່ສຸດ ສ່ວນຜູ້ຊາຍທີ່ມີກິດຈະກຳຮັກ 3 ຄັ້ງຕໍ່ອາທິດ ມີທິດທາງຈະຮັກສາຄວາມເປັນຊາຍໄດ້ດີກວ່າ
ສຳລັບຜູ້ຊາຍທັງຫຼາຍຖ້າໃສ່ໃຈເບິ່ງແຍງສຸຂະພາບຕົນເອງ ເຊື່ອວ່າປັດໄຈເຫຼົ່ານີ້ກໍ່ບໍ່ອາດສ້າງຄວາມອັນຕະລາຍຕໍ່ຄວາມເປັນຊາຍຂອງທ່ານໄດ້ຢ່າງແນ່ນອນ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ