ຫອມປ້ອມ ມີດີກວ່າທີ່ຄິດ - ອິດສະຫຼະ

ຫອມປ້ອມ ມີດີກວ່າທີ່ຄິດ



ເຊື່ອວ່າທຸກຄົນຮູ້ຈັກຫອມປ້ອມດີ ຖືໄດ້ວ່າເປັນຜັກເປັນຫອມສາມັນປະຈຳເຮືອນຄົວໄດ້ເລີຍ ແລະ ຫຼ້າສຸດທີ່ຍີ່ປຸ່ນກຳລັງນິຍົມ ເພາະມີຜົນການວິໄຈຢືນຢັນວ່າມັນເປັນຢາວິເສດຫຼາຍຢ່າງ ຫອມປ້ອມມີວິຕາມິນຊີ, ວິຕາມິນເຄ, ໂປຣຕີນ, ແຄວຊຽມ, ໂພແທັສຊຽມ, ທາດເຫຼັກ, ຟອສຟໍຣັສ, ເສັ້ນໃຍອາຫານ ແລະ ສາມາດຫຼຸດຄໍເລສເຕີຣໍທີ່ເປັນໂທດຕໍ່ຮ່າງກາຍ (LDL) ແລະ ຊ່ວຍຜະລິດຕະພັນຄໍເລສເຕີຣໍຊະນິດດີ (HDL) ໃນເສັ້ນເລືອດ ນອກຈາກນີ້ຍັງເລັ່ງລະບົບຍ່ອຍອາຫານໃຫ້ເຮັດວຽກໄດ້ດີຂຶ້ນ

1. ຊ່ວຍຂັບຍ່ຽວ ບຳລຸງໝາກໄຂ່ຫຼັງ ຫອມປ້ອມມີຄຸນສົມບັດຫຼຸດອາການບວມນ້ຳ ອາການນ້ຳຄັ້ງໃນຮ່າງກາຍພ້ອມກັບບຳລຸງໝາກໄຂ່ຫຼັງໃຫ້ເຮັດວຽກໄດ້ປົກກະຕິ ມີຄຸນເປັນຢາຂັບຍ່ຽວ, ສາວຄົນໃດຢູ່ນໃນໄລຍະມີປະຈຳເດືອນຄວນກິນຫອມປ້ອມຫຼາຍໆ ເພາະມັນຫຼຸດອາການບວມນ້ຳ ແລະ ແກ້ອ່ອນເພຍໄດ້

2. ເລືອດໄຫຼວຽນດີ ໃນຫອມປ້ອມອຸດົມໄປດ້ວຍທາດເຫຼັກ, ວິຕາມິນບີ 12, ໂຟລິກ ມີສ່ວນຊ່ວຍບຳລຸງເລືອດລົມ ຖ້າກິນປະຈຳຈະໄດ້ຮັບວິຕາມິນຊີຫຼາຍຂຶ້ນ ເຊິ່ງຊ່ວຍໃຫ້ຮ່າງກາຍດູດຊຶມທາດເຫຼັກມາໃຊ້ສະດວກ ຫາກໃຜມີບັນຫາເລືອດຈາງລອງກິນຫອມປ້ອມສົດໆເປັນປະຈຳກໍ່ຊ່ວຍແກ້ບັນຫານີ້ໄດ້ ແລະ ຍັງເພີ່ມສານຕ້ານອະນຸມູນອິດສະຫຼະໃນເລືອດ, ປົກປ້ອງຮ່າງກາຍຈາກຄວາມເສືອມ, ການຕິດເຊື້ອ, ການອັກເສບ ລວມທັງປ້ອງກັນມະເຮັງໄດ້ອີກດ້ວຍ

3. ປັບຮໍໂມນໃຫ້ສົມດຸນ ອີກໜຶ່ງຂໍ້ດີສຳລັບແມ່ຍິງ ຄືຫອມປ້ອມຊ່ວຍຫຼຸດອາການບວມນ້ຳຕອນມີປະຈຳເດືອນ ສົ່ງຜົນໃຫ້ປະຈຳເດືອນມາປົກກະຕິເພາະມີສານໄຟໂຕເອສໂຕຣເຈນທີ່ບັນເທົາອາການປວດກ່ອນມີປະຈຳເດືອນ

4. ບຳລຸງຕັບ, ຫຼຸດໄຂມັນ ນອກຈາກໃບເຊິ່ງໃຫ້ປະໂຫຍດຫຼາກຫຼາຍດັ່ງກ່າວມາແລ້ວ ແກ່ນ (ໃນ) ຫອມປ້ອມກໍ່ມີຄຸນປະໂຫຍດທີ່ດີຄືກັນ ມັນຊ່ວຍເສີມສ້າງການເຮັດວຽກຂອງຕັບ ໂດຍກະຕຸ້ນການຫຼັ່ງນ້ຳບີໃນຕັບເພື່ອກຳຈັດໄຂມັນ ແລະ ຂອງເສຍອອກຈາກຮ່າງກາຍ ພ້ອມກັບຜະລິດໄຂມັນດີມາທົດແທນ ຄວາມສ່ຽງທີ່ຈະເກີດໂລກໄຂມັນໃນເລືອດສູງຈະຫຼຸດໜ້ອຍລົງ.

No comments

Powered by Blogger.