ຄຸນຄ່າທາງອາຫານຂອງຖົ່ວງອກ - ອິດສະຫຼະ

ຄຸນຄ່າທາງອາຫານຂອງຖົ່ວງອກ



ໝາກຖົ່ວງອກ ເປັນຜັກຢ່າງໜຶ່ງທີ່ຄົນເຮົາມັກນິຍົມກິນ ເພາະໝາກຖົ່ວງອກໃຫ້ຄຸນຄ່າທາງອາຫານຫຼາຍຢ່າງເຊັ່ນ: ໂປຣ
ຕີນ, ເກືອແຮ່ ແລະວິຕາມິນຂ້ອນຂ້າງຄົບຖ້ວນໃນໝາກຖົ່ວງອກມີແຄນຊຽມ, ຟົສຟໍ ແລະ ທາດເຫຼັກສູງພ້ອມທັງວິຕາມິນຊີອີກດ້ວຍ ໂດຍຖ້າເຮົາກິນໝາກຖົ່ວງອກ 1 ຖ້ວຍ ຈະໃຫ້ວິຕາມິນຊີໃນປະລິມານ 1 ໃນ 10 ຂອງຮ່າງກາຍທີ່ເຮົາຕ້ອງການໃນແຕ່ລະມື້ ນອກຈາກນີ້ໝາກຖົ່ວງອກ ຍັງຈັດເປັນຜັກທີ່ໃຫ້ພະລັງງານຕໍ່າໃຫ້ເສັ້ນໃຍອາຫານສູງອີກດ້ວຍ ຈິ່ງເໝາະກັບສາວໆສະໄໝນີ້ທີ່ກັງວົນເລື່ອງນໍ້າໜັກ ຫຼື ຄົນທີ່ມີນໍ້າໜັກເກີນແລ້ວຕ້ອງການຈະຄວບຄຸມນໍ້າໜັກ.

ຂໍ້ຄວນລະວັງ: ໃນອຸດສາຫະ ກຳຟອກຍ້ອມແຫ ສານຊະນິດນີ້ ສາມາດຂ້າເຊື້ອຈຸລິນຊີໄດ້ ແຕ່ມີ ອັນຕະລາຍຕໍ່ຮ່າງກາຍເມື່ອກິນເຂົ້າໄປແລ້ວຈະເຮັດໃຫ້ເກີດອາການຫາຍໃຈຂັດ, ຄວາມດັນເລືອດຕໍ່າ, ປ່ວງ ໝາກຖົ່ວງອກທີ່ຂາຍໃນຕະຫຼາດທົ່ວໄປຈະມີ ການໃຊ້ສານເຄມີບາງຢ່າງເພື່ອຟອກຂາວ ໃຫ້ມີສີສັນງາມເປັນຕາກິນສານທີ່ໃຊ້ກໍຄືໂຊດຽມໄຮໂດຣຊັລໄຟ ເປັນສານຟອກສີທີ່ມີລິດຟອກຂາວໄດ້ສູງ ຄວນເລືອກຊື້ໝາກຖົ່ວ ງອກຈາກແຫຼ່ງທີ່ເຊື່ອຖື ແລະໄວ້ໃຈໄດ້ ແລະຄວນລ້າງໃຫ້ສະອາດດ້ວຍນໍ້າລ້າຫຼາຍຄັ້ງ ຈິ່ງປຸງແຕ່ງອາຫານ ເນື່ອງຈາກວ່າຄວາມຮ້ອນຈະເຮັດໃຫ້ສານຟອກຂາວຖືກທຳລາຍໄດ້.

No comments

Powered by Blogger.