ໄຂມັນທີ່ກິນແລ້ວດີ - ອິດສະຫຼະ

ໄຂມັນທີ່ກິນແລ້ວດີ




ເມື່ອເວົ້າເຖິງອາຫານຫຼັກ 5 ໝວດ ແນ່ນອນວ່າໃນແຕ່ລະໝວດໂພຊະນາການທີ່ເຮົາກິນເຂົ້າໄປນັ້ນ ຍ່ອມໃຫ້ປະໂຫຍດແກ່ຮ່າງກາຍ ບໍ່ເວັ້ນ "ໄຂມັນ" ທີ່ຫຼາຍໆຄົນອາດຫຼົງເຂົ້າໃຈຜິດວ່າເປັນອາຫານທີ່ບໍ່ມີປະໂຫຍດ ແລະ ຄວາມຈຳເປັນຕໍ່ຮ່າງກາຍ

ໄຂມັນທີ່ເຮົາກິນເຂົ້າໄປ ບໍ່ໄດ້ຖືກຈຳກັດມາໃນຮູບແບບຂອງຊິ້ນສັດພຽງຢ່າງດຽວເທົ່ານັ້ນ ແຕ່ຍັງມາໃນຮູບແບບຂອງສ່ວນປະກອບອື່ນໆໃນລາຍການອາຫານທີ່ເຮົາຄຸ້ນເຄີຍ ເຊິ່ງໄຂມັນໃນອາຫານທີ່ເຮົາກິນເຂົ້າໄປນັ້ນ ປຽບດັ່ງມີດສອງຄົມ ຫາກເລືອກກິນໄຂມັນດີກໍ່ຍ່ອມເກີດປະໂຫຍດ ແຕ່ຫາກກິນໄຂມັນບໍ່ດີກໍ່ຍ່ອມໃຫ້ໂທດແກ່ຮ່າງກາຍ

ໄຂມັນດີ (HDL) ຫຼື High Density Lipoprotein ຄືໄຂມັນບໍ່ອິ່ມຕົວທີ່ມີຄວາມໜາແໜ້ນຂອງໄຂມັນສູງ ຈຶ່ງຖືກຈັດວ່າເປັນໄຂມັນທີ່ດີສຳລັບຫຼອດເລືອດແດງ ເພາະໄຂມັນດີຈະຕ້ອງກັນບໍ່ໃຫ້ໄຂມັນບໍ່ດີ (LDL) ຫຼື Low Density Lipoprotein ໄປສະສົມໃນຫຼອດເລືອດແດງ ເຊິ່ງຫາກລະດັບໄຂມັນດີໃນເລືອດຕ່ຳນັ້ນເທົ່າກັບວ່າເປັນການເພີ່ມໂອກາດໃຫ້ເກີດພາວະຫຼອດເລືອດແດງແຂງ ກ່ອນທີ່ຈະກໍ່ໃຫ້ເກີດການເຈັບປ່ວຍດ້ວຍໂລກທີ່ບໍ່ຕິດຕໍ່ຊຳເຮືອ ຫຼື NCDs ຕ່າງໆເຊັ່ນ ໂລກຄວາມດັນເລືອດສູງ, ໂລກຫຼອດເລືອດສະໝອງ, ໂລກຫຼອດເລືອດຫົວໃຈຕີບ, ໂລກໝາກໄຂ່ຫຼັງ, ໂລກອຳມະພຶກ, ໂລກອຳມະພາດ ເປັນຕົ້ນ ເຊິ່ງການເຮັດວຽກຂອງໄຂມັນດີຈະຕ່າງກັບການເຮັດວຽກຂອງໄຂມັນບໍ່ດີຢ່າງຊັດເຈນ ເພາະໄຂມັນບໍ່ດີ ຈະມີໜ້າທີ່ລຳລຽງໄຂມັນຈາກຕັບເຂົ້າສູ່ກະແສເລືອດໃນຮ່າງກາຍນັ້ນເອງ

ໄຂມັນເປັນສານອາຫານທີ່ມີຄວາມຈຳເປັນຕໍ່ຮ່າງກາຍ ມີສ່ວນສຳຄັນຕໍ່ການເຮັດວຽກຂອງລະບົບອະໄວຍະວະຕ່າງໆ ໂດຍສະເພາະການເຮັດວຽກຂອງລະບົບສະໝອງ ລວມທັງການສ້າງຮໍໂມນ ແລະ ຜິວພັນ ກົດໄຂມັນດີສົ່ງຜົນດີຕໍ່ການເຮັດວຽກຂອງຫົວໃຈ ໂດຍສ່ວນຫຼາຍໄຂມັນດີ ຈະພົບໃນໝາກອະໂວຄາໂດ, ນ້ຳມັນໝາກກອກ, ປາ, ຖົ່ວ, ເນີຍຖົ່ວ ເປັນຕົ້ນ

ເຊິ່ງຮ່າງກາຍຄວນໄດ້ຮັບແຄລໍຣີປະມານ 20-35% ຕໍ່ວັນ ແລະ ທີ່ສຳຄັນຄວນເນັ້ນໄປທີ່ໄຂມັນດີເປັນຫຼັກ ຫາກໄດ້ຮັບຫຼາຍເກີນໄປອາດເປັນປັດໄຈທີ່ສົ່ງຜົນໃຫ້ເກີດພາວະອ້ວນໄດ້ ເນື່ອງຈາກໄຂມັນຍັງຄົນເປັນອາຫານທີ່ໃຫ້ພະລັງງານທີ່ມີແຄລໍຣີສູງຫຼາຍ

ໄຂມັນດີຈາກກົດໄຂມັນໂອເມກ້າ 3
ກົດໄຂມັນໂອເມກ້າ 3 ພົບໄດ້ທັງໃນປາ ແລະ ພືດ ພົບຫຼາຍໃນປາທະເລນ້ຳເລິກເຊັ່ນ: ປາແຊວມ້ອນ, ປາທູນ້າ, ປານ້ຳຈືດບາງຊະນິດ, ພົບໃນພືດເຊັ່ນ: ຖົ່ວວໍນັດ, ຖົ່ວເຫຼືອງ, ຜັກຂີຂຽວບາງຊະນິດເຊັ່ນ: ຜັກໂຫມ, ກະລໍ່າ

ປະໂຫຍດຈາກກົດໄຂມັນໂອເມກ້າ 3 ນັ້ນມີຫຼາກຫຼາຍ ບໍ່ວ່າຈະຊ່ວຍຫຼຸດລະດັບຄໍເຣສເຕີຣໍທີ່ບໍ່ດີ (LDL-C), ຫຼຸດຄວາມໜຽວຂອງເລືອດ, ຫຼຸດການອັກເສບພາຍໃນຮ່າງກາຍ, ຫຼຸດຄວາມສ່ຽງຕໍ່ໂລກຫຼອດເລືອດຫົວໃຈ, ຫຼອດເລືອດສະໝອງ ແຖມຍັງມີ DHA ທີ່ຊ່ວຍເພີ່ມເມຕ້າບໍລິຊຶ້ມຂອງເຊວໄຂມັນໃນຮ່າງກາຍໂດຍສະເພາະບໍລິເວນໜ້າຫ້ອງ

ໄຂມັນດີ ຈາກກົດໄຂມັນໂອເມກ້າ 6
ກົດໄຂມັນໂອເມກ້າ 6 ມີໜ້າທີ່ຊ່ວຍສະໜັບສະໜູນການເຮັດວຽກຂອງໂອເມກ້າ 3 ຄື ຊ່ວຍເພີ່ມຄວາມແຂງຕົວຂອງເລືອດໃຫ້ດີຂຶ້ນ ເມື່ອກິນຄູ່ກັບໂອເມກ້າ 3 ຍິ່ງເປັນການຊ່ວຍເສີມລະບົບການໄຫຼວຽນເລືອດໃນຮ່າງກາຍໃຫ້ສົມດຸນຫຼາຍຍິ່ງຂຶ້ນ

ໂອເມກ້າ 6 ພົບຫຼາຍໃນນ້ຳມັນພືດຊະນິດຕ່າງໆເຊັ່ນ: ນ້ຳມັນຖົ່ວເຫຼືອງ, ນ້ຳມັນໝາກກອກ, ນ້ຳມັນໃນດອກຕາເວັນ, ນ້ຳມັນຮຳເຂົ້າ... ຂໍ້ສຳຄັນຄືຄວນໃຊ້ໃນຂະບວນການປຸງແຕ່ງອາຫານທີ່ໃຊ້ຄວາມຮ້ອນບໍ່ຫຼາຍເກີນໄປ

ໄຂມັນດີ ຈາກກົດໄຂມັນບໍ່ອິ່ມຕົວ
ພົບຫຼາຍໃນນັ້ນມັກໝາກກອກ, ໝາກອະໂວຄາໂດ, ຖົ່ວອາວມ້ອນ, ຖົ່ວດິນ, ໃນໝາກມ່ວງຫິມະພານ ປະໂຫຍດຂອງການກິນກົດໄຂມັນບໍ່ອິ່ມຕົວຄື ກົດໄຂມັນບໍ່ອິ່ມຕົວມີສ່ວນຊ່ວຍໃນກົນໄກການຫຼຸດນ້ຳໜັກ ຊ່ວຍຢຸດການກັບມາເພີ່ມຂຶ້ນຂອງນ້ຳໜັກຕົວ

ທັງນີ້ ເພື່ອການມີສຸຂະພາບຮ່າງກາຍທີ່ສົມບູນແຂງແຮງ ຄວນກິນອາຫານໃຫ້ຖືກຫຼັກໂພຊະນາການຄົບ 5 ໝວດ ຫຼຸດຜ່ອນລົດຊາດຫວານ, ມັນ ແລະ ເຄັມລົງ ລວມເຖິງກິນຜັກ ແລະ ໝາກໄມ້ໃຫ້ໄດ້ມື້ລະ 400 ກຣາມ ຄວນກິນອາຫານທີ່ມີປະລິມານພໍເໝາະພໍຄວນ ແລະ ດຸໝັ່ນອອກກຳລັງກາຍຢ່າງສະໝ່ຳສະເໝີ

ຈາກ: ສຳນັກງານກອງທຶນສະໜັບສະໜູນການສ້າງເສີມສຸຂະພາບ (ສສສ) ປະເທດໄທ.

No comments

Powered by Blogger.