ກະເດົາຜັກພື້ນບ້ານ ແຕ່ຄຸນປະໂຫຍດຫຼາກຫຼາຍ - ອິດສະຫຼະ

ກະເດົາຜັກພື້ນບ້ານ ແຕ່ຄຸນປະໂຫຍດຫຼາກຫຼາຍ



ກະເດົາຜັກພື້ນບ້ານທີ່ຂຶ້ນຊື່ເລື່ອງຄວາມຂົມທີ່ເປັນເອກະລັກ ທີ່ຫາກິນໄດ້ຕາມລະບູການ ປອດໄພຈາກສານພິດ ການກິນກະເດົານິຍົມນຳມາລວກກ່ອນແລ້ວນຳໄປກິນຄູ່ກັບແຈ່ວ, ກັບລາບ ແລະ ອື່ນໆ

ເຖິງຈະມີລົດຂົມແຕ່ຖືໄດ້ວ່າເປັນສຸດຍອດຂອງດີສະຊິດໜຶ່ງທີ່ຊ່ວຍຫຼຸດອາການໄຂ້, ຫຼຸດຄວາມຮ້ອນ, ບຳລຸງທາດ, ເຮັດໃຫ້ຈະເລີນອາຫານ ທັງນີ້ຫາກຕ້ອງການຫຼຸດຜ່ອນຄວາມຂົມຂອງກະເດົາໃຫ້ນຳໄປລ້າງນ້ຳໃຫ້ສະອາດລວກໃນນຳຮ້ອນ 2 ຄັ້ງ ເພື່ອໃຫ້ຄວາມຂົມອອກໄປບາງສ່ວນ ຈຶ່ງຊິບໍ່ຂົມຫຼາຍແລ້ວນຳໄປແຊ່ນ້ຳເຢັນເພື່ອໃຫ້ຜັກມີສີຂຽນສົດເປັນຕາໜ້າກິນ.

No comments

Powered by Blogger.