ລັດຖະບານສັ່ງດ່ວນ ບໍ່ອະນຸຍາດໃຫ້ຂຶ້ນລາຄານໍ້າປະປາພາຍໃນປີ 2017 - ອິດສະຫຼະ

ລັດຖະບານສັ່ງດ່ວນ ບໍ່ອະນຸຍາດໃຫ້ຂຶ້ນລາຄານໍ້າປະປາພາຍໃນປີ 2017



ລັດຖະບານມີຄໍາສັ່ງໃຫ້ໂຈະແຈ້ງຂຶ້ນລາຄາຄ່ານໍ້າປະປາໃໝ່ 2017 ດ່ວນ ເພາະເຫັນວ່າການຂຶ້ນລາຄານໍ້າປະປາອາດກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນຫາເຊົ້າກິນຄໍ່າ ສະນັ້ນກ່ອນລັດວິສາຫະກິດນໍ້າປະປາຈະຂຶ້ນນັ້ນຄວນນໍາບັນຫາດັ່ງກ່າວໄປຜ່ານກອງປະຊຸມຄະນະລັດຖະບານຄັກແນ່ເພື່ອສຶກສາຄົ້ນຄວ້າ ແລະ ເບິ່ງເຫດຜົນ ຫລື ຄວາມເປັນໄປໄດ້.

ຂະນະທີ່ ເຈົ້າໜ້າທີ່ລັດວິສາຫະກິດນໍ້າປະປາຢືນຢັນວ່າແຈ້ງຂຶ້ນລາຄາຄ່ານໍ້າປະປາໃໝ່ 2017 ໄດ້ນໍາເຂົ້າສູ່ກອງປະຊຸມລັດຖະບານແລ້ວ ແລະ ກໍໄດ້ໂຈະໄວ້ກ່ອນເພື່ອທົບທວນເບິ່ງວ່າແມ່ນເໝາະສົມ ຫລື ບໍ່.

ຈາກ: ສຳນັກຂ່າວສານປະເທດລາວ

No comments

Powered by Blogger.