ທ່ານສູບ ລູກສູບ ໄພຮ້າຍເກີນກວ່າຄິດ - ອິດສະຫຼະ

ທ່ານສູບ ລູກສູບ ໄພຮ້າຍເກີນກວ່າຄິດ



ທຸກຄົນຮູ້ຢູ່ແກ່ໃຈວ່າ ຢາສູບເປັນສິ່ງເສບຕິດບໍ່ເຄີຍສ້າງຄຸນໃຫ້ແກ່ໃຜທັງນັ້ນ ແຕ່ເປັນຫຍັງຜູ້ທີ່ສູບຢາເອົາຄວັນພິດນີ້ຈິ່ງ "ເຊົາ" ສູບບໍ່ໄດ້ ມາເບິ່ງນຳກັນວ່າ ຫາກມື້ໜຶ່ງທ່ານເຊົາສູບຢາບໍ່ໄດ້ ຈະເກີດຫຍັງຂຶ້ນກັບລູກຂອງທ່ານໃນອະນາຄົດ

ຄວັນຢາສູບທີ່ເກີດຈາກການເຜົາໄໝ້ ລ້ວນແຕ່ເປັນອັນຕະລາຍແກ່ຮ່າງກາຍຂອງຜູ້ສູບ ແລະ ຜູ້ທີ່ຢູ່ໃກ້ຊິດ ແຕ່ຮູ້ຫຼືບໍ່ວ່າຍັງມີ "ຄວັນຢາສູບມືສາມ" ຫຼື ອະນຸພາກລະອອງສານເຄມີຈາກຄວັນຢາສູບທີ່ອົບອວນຕິດຢູ່ຕາມຫ້ອງ, ວັດຖຸສິ່ງຂອງ ຫຼື ຈາກຕົວຜູ້ສູບເອງ ບໍ່ວ່າຈະເປັນເຄື່ອງນຸ່ງ, ຜິວໜັງ, ເສັ້ນຜົມ ຯລຯ ຫຼື ຮອດເຄື່ອງຫຼິ້ນຂອງລູກ ຫຼື ເດັກນ້ອຍ ທີ່ເປັນຕົວການຮ້າຍສາເຫດຂອງໂລກມະເຮັງທີ່ເປັນຕາຢ້ານ

ພຽງລະອອງຄວັນຢາສູບກໍ່ມີໂທດຕໍ່ເດັກນ້ອຍ
ຫາກເຮືອນໃດທີ່ມີເດັກນ້ອຍໆ ໄດ້ໄປສຳຜັດກັບສິ່ງເຫຼົ່ານັ້ນ ເທົ່າກັບວ່າລູກໄດ້ຮ່ວມສູບຢາໄປກັບທ່ານ ໂດຍບໍ່ທັນຄາດຄິດເລີຍ ເພາະດ້ວຍການທີ່ເດັກນ້ອຍມີພູມດ້ານທານຕຳ ສາມາດຊຶມຊັບຝຸ່ນລະອອງໄດ້ຫຼາຍກວ່າຜູ້ໃຫຍ່ເຖິງ 2 ເທົ່າ ແລະ ພຶດຕິກຳຂອງເດັກນ້ອຍທີ່ມັກຈະຄານຫຼິ້ນຕາມພື້ນ ເຮັດໃຫ້ຫາຍໃຈໃກ້ຊິດກັບພື້ນຜິວຕ່າງໆ ຫຼື ອາດນຳສິ່ງຂອງທີ່ມີລະອອງຄວັນຢາສູບຕົກຄ້າງເຂົ້າປາກ ຈຶ່ງສ່ຽງໄດ້ຮັບອະນຸພາກໂລຫະໜັກ, ສານກຳມັນຕະລັງສີ ແລະ ສານກໍ່ມະເຮັງແບບໂດຍກົງແລ້ວຄ່ອຍໆສະສົມໄປເທື່ອລະໜ້ອຍ

ແມ່ສູບ ແຕ່ລູກຄືຜູ້ຮັບຜົນກຳ
ສ່ວນແມ່ຖືພາຫາກຢູ່ໃນສິ່ງແວດລ້ອມທີ່ເຕັມໄປດ້ວຍຄວັນຢາສູບ ຮູ້ບໍ່ວ່າລູກໃນທ້ອງຂອງທ່ານກໍ່ໄດ້ຮັບຄວັນຢາສູບໄປພ້ອມໆກັນດ້ວຍ ແລະ ຫາກທ່ານໄດ້ຮັບເປັນປະຈຳຈົນຫຼາຍເກີນ ຫຼື ຕົວຜູ້ເປັນແມ່ສູບເອງ ສິ່ງທີ່ເປັນຕາຢ້ານທີ່ສຸດກໍ່ຈະຕາມມານັ້ນກໍ່ຄື ຈະເຮັດໃຫ້ເດັກນ້ອຍໃນທ້ອງຈະເລີນເຕີບໃຫຍ່ຊ້າ ນ້ຳໜັກຕົວໜ້ອຍ, ເກີດກ່ອນກຳນົດ ອາດມີພາວະພິການແຕ່ກຳເນີດເຊັ່ນ: ປາກແຫວ່ງ, ເພດານໂຫວ່, ຫົວໃຈພິການ, ຫົວໃຈເດັນຜິດປົກກະຕິເພາະອາດອົກຊີແຊນ, ລຳໄສ້ອອກມາທີ່ໜ້າທ້ອງ ຫຼື ເຖິງຂັ້ນຫຼຸລູກໄດ້ເລີຍ ສ່ວນເດັກທີ່ອອກມາຈະມີຜົນຮ້າຍໄລຍະຍາວ ສ່ຽງຕໍ່ການເປັນໂລກໄຫຼຕາຍໃນເດັກນ້ອຍ ຫາກໃຫຍ່ຂຶ້ນຈະເຮັດໃຫ້ເປັນເດັກສະມາທິສັ້ນ, ເປັນພູມແພ້ຊຳເຮື້ອ, ຄວາມດັນເລືອດສູງ, ຕິດເຊື່ອທາງເດີນຫຍໃນງ່າຍ, ສ່ຽງຕໍ່ການເກີດໂລກໃນກຸ່ມປອດເຊັ່ນ: ປອດອັກເສບ, ກ່ອງສຽງອັກເສບ, ຫຼອດລົມອັກເສບ ໝາຍເຖິງ 4.3 ເທົ່າ ໂລກລະບົບທາງເດີນຫາຍໃນສ່ວນລຸ່ມ 3.8 ເທົ່າ ແລະ ໂລກຫອບຫຶດ 2.9 ເທົ່າຂອງເດັກນ້ອຍປົກກະຕິ

ພຶດຕິກຳຮຽຮແບບ ແລະ ຄວາມເຄີຍຊິນ
ນອກຈາກນີ້ຍັງມີຜົນສຳຫຼວດທີ່ສ້າງຄວາມໜ້າຕົກໃຈເພີ່ມເຕີມອີກວ່າ "ເຮືອນ" ທີ່ໃຜໆກໍ່ຄິດວ່າເປັນສະຖານທີ່ທີ່ປອດໄພຈາກຄວັນຢາສູບຫຼາຍທີ່ສຸດ ກັບກາຍເປັນພື້ນທີ່ສ່ຽງທີ່ເດັກນ້ອຍຈະໄດ້ຮັບອັນຕະລາຍຫຼາຍທີ່ສຸດອີກດ້ວຍ ແລະ ໃນທາງຈິດຕະວິທະຍາຍັງພົບອີກວ່າ ຫາກເຮືອນໃດທີ່ມີພໍ່ແມ່ສູບຢາ ລູກໆຂອງເຂົາເຈົ້າຈະມີໂອກາດສູບຢາຫຼາຍກວ່າເຮືອນທີ່ພໍ່ແມ່ບໍ່ສູນເຖິງ 2 ເທົ່າ ເພາະເກີດຈາກການພຶດຕິກຳການຮຽນແບບ ບວກກັບບັນຍາກາດຄວາມເຄີຍຊິນທີ່ເຫັນພໍ່ແມ່ສູບເປັນປະຈຳທຸກມື້ ເດັກນ້ອຍຈຶ່ງບໍ່ເຫັນເຖິງໂທດອັນໂຫດຮ້າຍຂອງຢາສູບເລີຍ

ຄວນຢາສູບມີຜົນຕໍ່ຈິດໃຈຂອງເດັກນ້ອຍ
ໃນດ້ານຜົນກະທົບຕໍ່ຈິດໃຈຂອງເດັກ ຄວັນຢາສູບເຮັດໃຫ້ສຸຂະພາບຈິດຂອງເດັກຕົກຕ່ຳລົງ ມີພຶດຕິກຳຂ້ອນຂ້າງຕິດລົບ, ຂີ້ດື້, ອາລົມຫງຸດຫງິດ, ໃຈຮ້າຍບໍ່ສົດໃສ, ພັດທະນາການສະໝອງຕ່ຳກວ່າເກນ, ຄວບຄຸມຄວາມຮູ້ສຶກບໍ່ໄດ້ດີ ຫາກມີບັນຫາມັກຈະຕິດສິນດ້ວຍອາລົມ

ເມື່ອຮູ້ເຖິງໄພຮ້າຍຂອງຢາສູບແລ້ວ ທ່ານຈະບໍ່ຄິດເຊົາສູບ ເພື່ອຄົນທີ່ທ່ານຮັກ ແລະ ລູກຫຼານຂອງທ່ານທີ່ຢູ່ອ້ອມຂ້າງບໍ່...?...

No comments

Powered by Blogger.