ປາທູ ຂອງດີທີ່ບໍ່ຄວນເມີນ - ອິດສະຫຼະ

ປາທູ ຂອງດີທີ່ບໍ່ຄວນເມີນ



ຂະນະທີ່ໃນຈິນຕະນາການມີແຕ່ປາແຊວມອນ ຈົນລືມປາທູໜ້າງໍນອນແຕະລາຄາແສນຖືກ ພ້ອມທັງຍັງມີໂອເມກ້າ 3 ໂດຍຊີ້ນປາທູ 100 ກຣາມ ຈະໃຫ້ໂອເມກ້າ 3 ປະມານ 2-3 ກຣາມ ເຊິ່ງພຽງພໍທີ່ຮ່າງກາຍຕ້ອງການ

ຄຸນຄ່າໃນປາທູ ມີຕັ້ງແຕ່ວິຕາມິນດີ ຊ່ວຍໃນການດູດຊຶມແຄນຊຽມ ແລະ ຟອສຟໍຣັສ ເພື່ອໄປຊ່ວຍປົວແປງກະດູກ ແລະ ແຂ້ວ ຮັກສາລະບົບປະສາດ ການເຮັດວຽກຂອງຫົວໃຈ

ໄອໂດດີນ ສ່ວນປະກອບສຳຄັນຂອງຮໍໂມນ ຄວບຄຸມການເຮັດວຽກຂອງຮ່າງກາຍໃຫ້ຈະເລີນເຕີບໃຫຍ່ຢ່າງເປັນປົກກະຕິ

ກົດອະມິໂນໂປຣຕີນ ທີ່ຈຳເປັນຕໍ່ຮ່າງກາຍສູງກວ່າປາຊະນິດອື່ນ ໂດຍສະເພາະໄລຊີນ ທີ່ຊ່ວຍເພີ່ມຄວາມແຂງແຮງຂອງກ້າມເນື້ອ, ກະດູກ, ເສັ້ນເອັນ ແລະ ຂໍ້ ສ່ວນທຣີໂອນີນ ເຊິ່ງຈຳເປັນຕໍ່ການຈະເລີນເຕີບໃຫຍ່ຂອງເດັກນ້ອຍ

ໂອເມກ້າ 3 ປະໂຫຍດຈາກໂອເມກ້າ 3 ຕໍ່ຮ່າງກາຍນັ້ນຫຼາກຫຼາຍເຊັ່ນ: ຊ່ວຍປ້ອງກັນໂລກອັນໄຊເມີ້ ເນື່ອງຈາກຊ່ວຍປ້ອງກັນການເກີດກ້ອນໄຂມັນໃນສະໝອງ ຊ່ວຍຫຼຸດພາວະການອັກເສບຂອງຮ່າງກາຍ ຊ່ວຍເພີ່ມຄວາມສາມາດໃນການຮຽນຮູ້ ເພີ່ມສະມາທິ ຄວາມຈຳ ແລະ ປັບສົມດຸນຂອງອາລົມ

ຂໍ້ຄວນລະວັງ ແມ່ຍິງຖືພາບໍ່ຄວນຮັບປະທານປະທູ ລວມເຖິງປາ ແລະ ສັດນ້ຳປະເທດອື່ນຫຼາຍຈົນເກີນໄປ ເພາະເປັນອັນຕະລາຍຕໍ່ພັດທະນາການສະໝອງຂອງເດັກໃນທ້ອງໂດຍສານເມທິນເມີຄິວຣີ ເຊິ່ງເກີດຈາກນ້ຳເປື້ອນທີ່ປ່ອຍລົງແມ່ນ້ຳຕ່າງໆອາດປົນເປື້ອນໃນໂຕປາ

ປາທູແຊບຕ້ອງເປັນປາທູໃນຊ່ວງເດືອນ 8-11 ແຕ່ເຖິງຢ່າງໃດກໍ່ຕາມຍັງຄວນກິນປາທູກັນຕະຫຼອດປີ ບໍ່ຈຳເປັນຕ້ອງກິນໃນຊ່ວງທີ່ມັນແຊບເທົ່ານັ້ນ ເພື່ອສຸຂະພາບຮ່າງກາຍ ແລະ ສຸຂະພາບສະໜອງເດີ

No comments

Powered by Blogger.