ລັດຖະມົນຕີກະຊວງກະສິກຳສັ່ງໃຫ້ຢຸດເຊົາການເກັບຄ່າບໍລິການ ສີດພົ່ນຢາຂ້າເຊື້ອໃສ່ພາຫະນະທຸກປະເພດ - ອິດສະຫຼະ

ລັດຖະມົນຕີກະຊວງກະສິກຳສັ່ງໃຫ້ຢຸດເຊົາການເກັບຄ່າບໍລິການ ສີດພົ່ນຢາຂ້າເຊື້ອໃສ່ພາຫະນະທຸກປະເພດ



ອີງຕາມຄຳສັ່ງເລກທີ 3773/ກປ ລົງວັນທີ 14 ທັນວາ 2016 ກ່ຽວກັບການຢຸດຕິຊົ່ວຄາວ ການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປທີ່ເຂົ້າມາ ສປປ.ລາວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກຄຳສັ່ງດັ່ງນີ້:

1. ໃຫ້ຍຸດຕິຊົ່ວຄາວການສີດພົ່ນຢາຂ້າເຊື້ອພາຫະນະທົ່ວໄປ ທີ່ບໍ່ໄດ້ຂົນສົ່ງສັດ, ຜະລິດຕະພັນສັດ ຫຼື ພືດ, ຜະລິດຕະພັນພືດ ຢູ່ບັນດາດ່ານຊາຍແດນໃນຂອບເຂດທົ່ວປະເທດ ຈົນກວ່າຈະໄດ້ຮັບແຈ້ງການຢ່າງເປັນທາງການຈາກກະຊວງກະສິກຳ ແລະ ປ່າໄມ້
2. ສຳລັບພາຫະນະຂົນສົ່ງສະເພາະສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ ທີ່ເຂົ້າມາ ສປປ.ລາວ ແມ່ນອະນຸຍາດໃຫ້ສີດພົ່ນຕາມຫຼັກວິຊາການ
3. ໃຫ້ຢຸດເຊົາການເກັບຄ່າບໍລິການ ສິດພົ່ນຢາຂ້າເຊື້ອໃສ່ພາຫະນະທຸກປະເພດທີ່ເຂົ້າມາ ສປປ.ລາວ (ພາຫະນະທົ່ວໄປ ແລະ ພາຫະນະຂົນສົ່ງສັດ, ຜະລິດຕະພັນສັດ, ພືດ ຫຼື ຜະລິດຕະພັນພືດ)
4. ໃນໄລຍະຢຸດຕິຊົ່ວຄາວນີ້, ໃຫ້ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ເອົາໃຈໃສ່ປະຕິບັດບາງວຽກຈຸດສຸມດັ່ງນີ້:
- ສຳລັບເຈົ້າໜ້າທີ່ກັກກັນພືດ ແລະ ເຈົ້າໜ້າທີ່ສັດຕະວະແພດປະຈຳດ່ານ ແມ່ນໃຫ້ສືບຕໍ່ປະຕິບັດການກວດກາສັດ ແລະ ພືດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ
- ສືບຕໍ່ບົວລະບັດຮັກສາເຄື່ອງມືອຸປະກອບເປັນຕົ້ນ ເຄື່ອງສີດພົ່ນຢາຂ້າເຊື້ອພາຫະນະ ໃຫ້ຢູ່ໃນສະພາບຮັບປະກັນໃຊ້ງານໄດ້
- ສຳລັບດ່ານທີ່ຍັງບໍ່ທັນໄດ້ມາດຕະຖານນັ້ນ ໃຫ້ສ້າງເປັນໂຄງການ ເພື່ອນຳສະເໜີຂັ້ນເທິງພິຈາລະນາອະນຸຍາດຈັດຕັ້ງປະຕິບັດ
- ຂຶ້ນແຜນງົບປະມານ ເພື່ອຈັດຊື້ຢາ (ສຳລັບສີດພົ່ນ), ຄ່າສິ້ນເປືອງອື່ນໆ ເພື່ອກະກຽມແຜນສຸກເສີນກຽມພ້ອມຮັບມືໃນກໍລະນີທີ່ມີການລະບາດຂອງພະຍາດສັດ ຫຼື ພືດ
5. ໃຫ້ກົມປູກຝັງ ແລະ ກົມລ້ຽງສັດ ແລະ ການປະມົງ ເປັນເຈົ້າການຕິດຕາມ, ປະເມີນຄວາມສ່ຽງ ແລະ ເຝົ້າລະວັງສະພາບການລະບາດຂອງສັດຕູພືດ ແລະ ພະຍາດສັດ ຢູ່ບັນດາປະເທດໃກ້ຄຽງ, ຂົງເຂດ, ພາກພື້ນ ແລະ ສາກົນຢ່າງໃກ້ຊິດ. ໃນກໍລະນີມີຄວາມຈຳເປັນຕ້ອງໄດ້ປະຕິບັດມາດຕະຖານສີດພົ່ນຢາຂ້າເຊື້ອຍານພາຫະນະທົ່ວໄປນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ຈະເປັນຜູ້ອອກແຈ້ງການຕາມຄວາມຈຳເປັນໃນແຕ່ລະໄລຍະ
6. ມອບໃຫ້ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ, ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫຼວງວຽງຈັນ ແລະ ດ່ານກັກກັນພືດ-ສັດ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ, ຜ່ານການຈັດຕັ້ງປະຕິບັດມີຂໍ້ສະດວກ, ຫຍຸ້ງຍາກແນວໃດໃຫ້ລາຍງານການນຳກະຊວງກະສິກຳ ແລະ ປ່າໄມ້ຊາບເປັນປົກກະຕິ
7. ຄຳສັ່ງສະບັບນີ້ ມີຜົນສັກສິນໃນທາງປະຕິບັດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້
ລຽນ ທິແກ້ວ

No comments

Powered by Blogger.