ຜູ້ນຳພັກ-ລັດຕ້ອງປະຢັດເພື່ອເປັນແບບຢ່າງໃນການຕ້ານຄວາມຟູມເຟື່ອຍ - ອິດສະຫຼະ

ຜູ້ນຳພັກ-ລັດຕ້ອງປະຢັດເພື່ອເປັນແບບຢ່າງໃນການຕ້ານຄວາມຟູມເຟື່ອຍ



​ເພື່ອ​ເປັນ​ການ​ປະຕິບັດ ​ຢ່າງ​ເຄັ່ງ​ຄັດ ມາດ​ຕະການ​ປະຢັດ ຕ້ານ​ການ​ຟູມ​ເຟື່ອຍ ​ໂດຍ​ເລີ່ມຈາກ ​ການ​ນຳ​ຂັ້ນ​ສູງ​ເປັນ​ແບບຢ່າງ ທ່ານ ທອງ​ລຸນ​ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ໃນ​ໂອກາດ​ເຂົ້າ​ຮ່ວມ ແລະ ​ໂອ້​ລົມ​ຕໍ່​ກອງ​ປະຊຸມ​ແນ​ະນຳ​ການຈັດ​ຕັ້ງປະຕິບັດ​ ແຜນ​ພັດທະນາ​ເສດຖະກິ-ສັງຄົມ ​ແລະ ​ແຜນ​ງົບ ປະມານ​ແຫ່ງ​ລັດ ປະຈຳ​ປີ 2017 ​ໃນ​ວັນ​ທີ 20 ທັນວາ 2016 ທີ່​ຫໍ​ປະຊຸມ​ແຫ່ງ​ຊາດ ​ໂດຍ​ທ່ານ ​ນາຍົກ​ໄດ້​ໂອ້​ລົມ ​ແລະ ປະກອບ​ຄຳ​ຄິດ​ຄຳ​ເຫັນ ໃນ​ຫລາຍ​ຈຸດ​ທີ່​ສຳຄັນ ​​ເປັນ​ຕົ້ນ ​ແມ່ນໃຫ້​ເອົາ​ໃຈ​ໃສ່ການຈັດ​ຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ທີ່​ໄດ້​ເລີ່​ມປະຕິບັດ​ມາ​ເປັນ​ປີທີ 2​ ແລ້ວ, ຮັບປະກັນ​ຄວາມ​ໝັ້ນ​ທ່ຽງ​ ເສດຖະກິດ​ມະຫາ​ພາກ ​ໃຫ້​ໄດ້ໃນ​ປີ 2017, ພ້ອມ​ທັງ​ປະຕິ​ບັດ​ໃຫ້​ໄດ້​ ຕາມ​ແຜນ​ງົບປະມານ​ແຫ່ງ​ລັດ ​ໂດຍ​ສະ​ເພາະ​ການ​ເບີກ​ຈ່າຍ​ເງິນ​ເດືອນ ​ຂອງ​ພະນັກງານ-ລັດຖະກອນ-ຄູ-ອາຈານ-ກຳລັງ​ປະກອບ​ອາວຸດ ​ໃຫ້​ໄດ້​ທັນຕາ​ມກຳນົດ​ເວລາ ​ໃນ​ທຸກໆ​ ທ້າ​ຍ​ເດືອນຂ​ອງປີ 2017, ​ເອົາ​ໃຈ​ໃສ່​ຄົ້ນ​ຄ້ວາ​ ຄວບຄຸມບັນດາ​ໜີ້​ສິນ​ຂອງ​ລັດ ​ແລະ ​ປະຕິບັດ​ມາດ​ຕະການປະຢັດ ​ຕ້ານ​ການ​ຟູມ​ເຟື່ອຍ.

​ເຊິ່ງ​ໃນ​ນັ້ນ ​ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກບາງ​ຈຸດສຳຄັນ​ວ່າ: ​ໃຫ້​ທຸກ​ຄົນ​ເອົາ​ໃຈ​ໃສ່​ຢ່າງ​ເຄັ່ງ​ຄັດ ​ ປະຕິບັດ​ມາດ​ຕະການ​ປະຢັດ ຕ້ານ​ການ​ຟູມ​ເຟື່ອຍ ​ເຊິ່ງທີ່​ຜ່ານ​ມາ​ແມ່ນ​ໄດ້​ສະ​ເໜີ ​ແລະ ​ເຄີຍ​ເວົ້າ​ໄປ​ແລ້ວ ກ່ຽວ​ກັບ​ບັນ​ຫາ​ດັ່ງກ່າວ ​ແລະ ​ໄດ້​ເຊັນ​ອອກ​ມາ​ເປັນ​ຄຳ​ສັ່ງ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ໃນ​ປີ 2013 ​ເຊິ່ງ​ໄດ້​ກວມ​ລວມຢ່າງ​ຄົບ​ຖ້ວນ​ ກ່ຽວ​ກັບ​ມາດ​ຕະການ​ ປະຢັດ​ຕ່າງ​ໆ ​ແຕ່​ກໍ່​ຍັງ​ບໍ່​ສາມາດ​ປະຕິບັດ​​ໄດ້​​ເທົ່າ​ທີ່​ຄວນ, ຖ້າ​ປະຕິບັດ​ກໍ່​ໄດ້​ໜ້ອຍ​ທີ່​ສຸດ ຫລື​ ອາດ​ຈະ​ປະຕິບັດ​ບໍ່​ໄດ້​ເລີຍ, ສະ​ນັ້ນ ຄວນ​ມີ​ການ​ແຍກ​ອອກ​ມາ​ປະຕິບັດ​​ ໃນ​ແຕ່​ລະກຳ​ລະ​ນີ​ໄປ, ​ເຊິ່ງພາຍ​ໃນ​ລັດຖະບານ ກໍ​ໄດ້​ຕົກລົງ​ເຫັນ​ດີ​ກັນ​ ໃນ​ກໍລະນີ​ການ​ນຳ​ໃຊ້​ລົດ​ປະຈຳ​ຕຳແໜ່​ງ​ ໃຫ້​ເໝາະ​ສົມ ​​ບໍ່​ຈຳ​ເປັນ​ຕ້ອງ​ນຳ​ໃຊ້​ລົດ​ຍີ່​ຫໍ້​ທີ່​ມີ​ລາຄາ​ແພງ  ​ເພື່ອ​ໃຫ້​ສອດຄ່ອງ​ກັບ​ມາດ​ຕະການ​ປະຢັດ​ ຕ້ານ​ການ​ຟູມ​ເຟື່ອຍ ທີ່​ໄດ້​ວາງ​ອອກ​ມາ​ແລ້ວນັ້ນ ໃຫ້​ມີ​ປະສິດທິພາບ. ​ເຊິ່ງທ່ານ​ນາຍົກ​ ​ໄດ້ກ່າວ​ຕື່ມວ່າ: ຍີ​ນ ດີ​ສົ່ງ​ລົດ​ ທີ່​ມີ​ຍີ່​ຫໍ້ລາຄາ​ແພງ​ຄືນໃຫ້​ແກ່​ລັດ ​ແລ້ວ​ປະມູນ​ຂາຍ ​ເຊິ່ງສາມາດ​ຊື້​ລົດທີ່​ມີ​ຄຸນ​ນະພາ​ບດີ​ລາຄາ​ສົມ​ເຫດ​ສົມ​ຜົນ​ ໄດ້​ອີກ 3 ຄັນ ​ເຊິ່ງສາມາດ​​ກຸ້ມໄດ້​ຕຳ​ແໜ່​ງ 3 ຄົນ ​ເຊິ່ງ​ເປັນ​ການ​ປະຕິບັດ​ມາດ​ຕະການ ​ປະຢັດ​ອີກ​ກໍລະນີ​ໜຶ່ງ. ພ້ອມ​ດຽວ​ກັນ​ນີ້ ​ທ່ານ​ນາຍົກ ​ຍັງ​ກ່າວ​ວ່າ: ທາງ​ກົມ​ການ​ເມືອງ​ ກໍ​ຕົກລົງ​ເຫັນ​ດີ​ກັນ​ ໃນ​ການ​ປະຕິບັດ​ໃນ​ກໍລະນີ​ດັ່ງກ່າວ ​ແລະ ການ​ນຳ​ຂັ້ນ​ສູງ​ຄວນ​ນຳພາ​ເປັນ​ແບບຢ່າງ ​ເຊິ່ງສາມາດ​ຫລຸດຜ່ອນ​ການ​ໃຊ້​ຈ່າຍ​ຕ່າງ​ໆ​ ໄດ້​ອີກ​ເຊັ່ນ: ຄ່າ​ສ້ອມ​ແປງ ​ແລະ ປະ​ຢັດ​ນ້ຳມັນ​ອີກ​ດ້ວຍ. ການ​ປັດ​ຕິ​ບັດ​ມາດ​ຕະການ​ປະຢັດ​ ໃນ​ກໍລະນີ​ດັ່ງກ່າວ​, ບໍ່​ໄດ້​ເປັນ​ການ​ລົບ​ກວນ ຫລື ການ​ກໍ່​ໃຫ້​ເກີດ​ຄວາມ​ເສຍ​ກຳລັງ​​ໃຈ​ ໃນ​ການ​ເຮັດ​ວຽກ ຫລື ປະຕິບັດ​ໜ້າ​ທີ່ ​ແຕ່​ໃນ​ທາງ​ດຽວ​ກັນ​ ບາງ​ພາກສ່ວນ​ ຊ້ຳພັດ​ຍັງ​ບໍ່​ມີ​ລົດ​ປະຈຳ​ຕໍາ​ແໜ່​ງ ​ແຕ່​ໃນ​ຕຳ​ແໜ່​ງທີ່​ເທົ່າ​ທຽມ​ກັນ​ ບາງ​ພາກສ່ວນ​ຊ້ຳພັດ​ມີ​ຫລາຍ​ຈົນ​ເກີນ​ໄປ. ສະ​ນັ້ນ​ ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ​ກັນ ​ແລະ ​ໃຫ້​ເປັນ​ເອກະ​ພາບ​ກັນ ຈຶ່ງ​ໄດ້​ແນະນຳ​ໃຫ້​ພາກສ່ວນ ຫລື ໜ່ວຍງານ​ຕ່າງ​ໆ ​ໃຫ້​ໄປ​ສຶກສາ​ວ່າ​ມີ​ລົດ​ຍີ່​ຫໍ້​ທີ່​ມີ​ລາຄາ​ແພງ​ຈັກ​ຄັນ ທີ່​ສາມາດ​ຖອນ​ໄດ້​ແລ້ວ​ປະມູນ​ຂາຍ ​ແຕ່​ຕ້ອງ​ໄດ້​ເອົາ​ລົດ​ຄັນ​ອື່ນ ທີ່​ມີ​ຍີ່​ຫໍ້​ລາຄາ​ສົມ​ເຫດ​ສົມ​ຜົນ ​ເໝາະ​ສົມ​ກັບ​ຕຳ​ແໜ່​ງ​ໄປ​ປ່ຽນ​ແທນ​ໃຫ້ ​ເຊິ່ງສະຫາຍ​ເລຂາທິການ​ໃຫຍ່​ ກໍ​ເຫັນ​ດີ ​ໃນ​ການ​ປະຕິບັດ​ມາດ​ຕະການ​ປະຢັດ ຕ້ານ​ການ​ຟູມ​ເຟື່ອຍກໍລະ​ນີນີ້ ​ເຊັ່ນ​ດຽວ​ກັນ.

ຈາກ: ສຳນັກຂ່າວສານປະເທດລາວ

No comments

Powered by Blogger.