ລາວສຶກສາໂຄງການສ້າງທໍ່ສົ່ງນ້ຳມັນເຂົ້າປະເທດ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEjX9uLxDRysUa2q-JQbJxv24MkjskUTk0Lepp9iTUlK7NjGl7GzQRysH0SQb1w0gSvuV8clrDvSlbhmnuUgQhDb0GbR17nep7AZ6wNHKVzq2vGoLZ_tSibq-l3mzmwISiRm3cE3WbQQvjQ/s1200/%25E0%25BA%2597%25E0%25BB%258D%25E0%25BB%2588%25E0%25BA%25AA%25E0%25BA%25BB%25E0%25BB%2588%25E0%25BA%2587%25E0%25BA%2599%25E0%25BB%2589%25E0%25BA%25B3%25E0%25BA%25A1%25E0%25BA%25B1%25E0%25BA%2599.jpg)
![]() |
ພາບປະກອບ: ຈາກຕ່າງປະເທດ |
ກະຊວງພະລັງງານ-ບໍ່ແຮ່ ໄດ້ເປັນຄະນະກຳມະການຮ່ວມເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງລະບົບທໍ່ສົ່ງນ້ຳມັນຈາກປະເທດເພື່ອນມິດຫວຽດນາມເຂົ້າມາປຸງແຕ່ງ ແລະ ຈໍາໜ່າຍຢູ່ ສປປ ລາວ. ໃນຂະນະດຽວກັນ ກໍມີຫລາຍບໍລິສັດໃຫ້ຄວາມສົນໃຈກຳລັງຊອກຫາແຫລ່ງທຶນ ເພື່ອສະໜອງແກ່ການຈັດຕັ້ງປະຕິບັດໂຄງການນີ້ໃນອະນາຄົດ ເຊິ່ງປັດຈຸບັນພວມຢູ່ໃນຂັ້ນຕອນສຶກສາຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ ລວມທັງຜົນທີ່ຈະໄດ້ຮັບຕ່າງໆ.
ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ເປີດເຜີຍວ່າ: ລັດຖະບານລາວ ຈະຕ້ອງມີການສຶກສາຢ່າງລະອຽດກ່ຽວກັບໂຄງການດັ່ງກ່າວ ໂດຍສະເພາະຜົນກະທົບດ້າສິ່ງແວດລ້ອມ,
ຫາກເມື່ອໃດມີຄວາມພ້ອມກໍຈະດຳເນີນການທັນທີ ເຊິ່ງຄາດວ່າຈະມີການສ້າງທໍ່ສົ່ງນ້ຳມັນຈາກທະເລຫວຽດນາມເຂົ້າມາເກັບໄວ້ຢູ່ສາງໃນບໍລິເວນຂົວຂ້າມນ້ຳຂອງແຂວງຄຳມ່ວນ. ພ້ອມນັ້ນ ຍັງຈະມີການສ້າງໂຮງງານປຸງແຕ່ງເພື່ອຈຳໜ່າຍພາຍໃນ ແລະ ການນຳເຂົ້ານ້ຳມັນແບບສຳລັດຮູບຈຳນວນໜຶ່ງ. ສຳລັບການສຶກສາເບິ່ງບັນຫາຕ່າງໆໃນຂະນະນີ້ ໄດ້ມີການສົມທຽບເຖິງຂໍ້ດີ ແລະ ຂໍ້ເສຍໃນກໍລະນີການນຳເຂົ້າປະເພດນ້ຳມັນດິບ ຫລື ນ້ຳມັນສຳເລັດຮູບ ເຊິ່ງຕ້ອງໄດ້ພິຈາລະນາໃຫ້ມີຄວາມເໝາະສົມ ແລະ ສອດຄ່ອງກັບເງື່ອນໄຂຂອງປະເທດ ເພື່ອເຮັດໃຫ້ການປະຕິບັດໂຄງການໄດ້ຮັບໝາກຜົນດີ ແລະ ຕໍ່ບັນຫານີ້, ທ່ານລັດຖະມົນຕີກະຊວງພະລັງງານ-ບໍ່ແຮ່ ຍັງໃຫ້ທັດສະນະວ່າ: ລັດຖະບານຄວນນຳເຂົ້ານ້ຳມັນດິບເພື່ອມາປຸງແຕ່ງ ແລະ ຈໍລະຈອນຈຳໜ່າຍພາຍໃນປະເທດອາດຈະມີຜົນດີກວ່າ ເພາະນ້ຳມັນດິບໃນຕະຫລາດໂລກມີລາຄາຖືກ.
ຈາກ: ໜັງສືພິມລາວພັດທະນາ
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ