ປະຊາຊົນໄດ້ຮັບເງິນຄ່າລົບກວນຜູ້ລະ 120,000 ກີບຈາກເຂື່ອນໄຟຟ້າໄຊຍະບູລີ - ອິດສະຫຼະ

ປະຊາຊົນໄດ້ຮັບເງິນຄ່າລົບກວນຜູ້ລະ 120,000 ກີບຈາກເຂື່ອນໄຟຟ້າໄຊຍະບູລີ



ປະຊາຊົນບ້ານປາກໄຜ່ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈຳນວນ 21 ຄອບຄົວ ມີ 108 ຄົນ ພາຍຫຼັງຖືກຜົນກະທົບຈາກໂຄງການໄຟຟ້າພະລັງນໍ້າໄຊຍະບູລີ ກໍ່ໄດ້ຮັບການຊົດເຊີຍ ແລະ ຍັບຍ້າຍໄປຢູ່ບ້ານຈັດສັນປາກໄຜ່ ພ້ອມດຽວກັນນັ້ນຍັງໄດ້ຮັບເງິນຄ່າລົບກວນອີກຜູ້ລະ 15 ໂດລາ ຫຼື ປະມານ 120,000 ກີບ.

ໃນພິທີໄດ້ຜ່ານບົດສະຫຼຸບຫຍໍ້ກ່ຽວກັບການຈັດສັ້ນຄອບຄົວທີ່ຖືກຜົນກະທົບ ເຊິ່ງພາຍໃນບ້ານປາກໄຜ່ມີຄອບຄົວຜູ້ທີ່ຖືກຜົນກະທົບທັງໝົດ 21 ຄອບຄົວ ໃນຈຳນວນ 108 ຄົນ, ໃນນັ້ນມີ 3 ຄອບຄົວມີຈຳນວນພົນ 8 ຄົນ ໄດ້ເຮືອນຄອບຄົວລະ 2 ຫຼັງ, ລວມທັງໝົດ 24 ຫຼັງຄາເຮືອນເປັນເຮືອນ 2 ຊັ້ນ, ຊັ້ນເທິງເຮັດດ້ວຍໄມ້, ມຸງສັງກະສີ, ມີ 1 ຫ້ອງນໍ້າພ້ອມກ໊ອກນໍ້າ ການກໍ່້ສ້າງບ້ານຈັດສັນດັ່ງກ່າວແມ່ນໄດ້ເລີ່ມລົງມືຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2015 ມາຮອດປັດຈຸບັນຖືວ່າສຳເລັດ 100% ລວມມູນຄ່າການກໍ່ສ້າງທັງໝົດ 5 ຕື້ກວ່າກີບ.

ແຫຼ່ງຂ່າວ: ເສດຖະກິດ-ສັງຄົມ

No comments

Powered by Blogger.