ນັກວິໄຈກ່າວ ອາຍຸ 26 ປີຄືໄວທີ່ເໝາະສົມສຳລັບການ "ແຕ່ງດອງ" ທີ່ສຸດ - ອິດສະຫຼະ

ນັກວິໄຈກ່າວ ອາຍຸ 26 ປີຄືໄວທີ່ເໝາະສົມສຳລັບການ "ແຕ່ງດອງ" ທີ່ສຸດ



ຖ້າເວົ້າເຖິງການແຕ່ງດອງ ມັນບໍ່ແລ້ວແຕ່ຄວາມພ້ອມຂອງແຕ່ລະຄົນ ບາງຄົນອາດຈະພ້ອມຫຼັງອາຍຸ 30 ແຕ່ບາງຄົນອາດຄິດວ່າແຕ່ງກ່ອນ 30 ກໍ່ໄດ້ບໍ່ເຫັນຈະເປັນຫຍັງ ເຊິ່ງເລື່ອງແບບນີ້ບໍ່ໄດ້ຂຶ້ນຢູ່ກັບຄວາມຕ້ອງການຂອງຄູ່ຮັກພຽງແຕ່ຢ່າງດຽວ ແຕ່ຍັງຕ້ອງອາໄສປັດໄຈຕ່າງໆເຂົ້າມາປະກອບເຊັ່ນ: ເລື່ອງເງິນໆຄຳໆ ແລ້ວຄຳຖາມທີ່ເຫຼືອຄືອາຍຸເທົ່າໃດຈຶ່ງຈະຖືວ່າເໝາະສົມ?

ກ່ອນໜ້ານີ້ຖ້າວ່າກັນຕາມກົດຂອງ Rule ຫຼື ທິດສະດີເລື່ອງການຜ່ານປະສົບການຕ່າງໆມາເກີນ 37% ຈະເປັນເວລາຂອງການຕັດສິນໃຈ ຈຶ່ງເຮັດໃຫ້ເກີດເປັນທີ່ມາຂອງທິດສະດີເລື່ອງນີ້ຂຶ້ນ ເພາະມີໜັງສືທີ່ຮວບຮວມຜົນງານການວິໄຈໂດຍ Science of Human Decision ເລື່ອງ Algorithms to Live By: The Computer ໂດຍ Brian Christian ແລະ ທີມນັກວິທະຍາສາດ ລະບຸວ່າມະນຸດເຮົາມີໂອກາດໃຊ້ຊີວິດຢ່າງເບີກບານມ່ວນຊື່ນໄດ້ເຕັມທີ່ໃນຊ່ວງອາຍຸ 18-40 ປີ ແລະ 37% ຂອງໄລຍະເວລາທີ່ເໝາະສົມຄື ອາຍຸ 26 ປີ ຄວາມເໝາະສົມທີ່ວ່ານີ້: ຄືເໝາະສົມຈະແຕ່ງດອງ, ເລືອກຄູ່ຄອງຫຼາຍທີ່ສຸດ ເພາະຈະເຂົ້າໃຈໂລກຫຼາຍພຽງພໍແລ້ວ.

No comments

Powered by Blogger.