3 ສາເຫດທີ່ເຮັດໃຫ້ການອອກກຳລັງກາຍບໍ່ເປັນຜົນ ແລະ ເປັນຕົວການທຳລາຍສຸຂະພາບ - ອິດສະຫຼະ

3 ສາເຫດທີ່ເຮັດໃຫ້ການອອກກຳລັງກາຍບໍ່ເປັນຜົນ ແລະ ເປັນຕົວການທຳລາຍສຸຂະພາບ



ການທີ່ຈະໄດ້ຫຸ່ນທີ່ດີນັ້ນບໍ່ແມ່ນວ່າຈະໄດ້ມາຈາກການອອກກຳລັງກາຍຢ່າງດຽວສະເໝີໄປ ມັນຕ້ອງມາຈາກຫຼາຍໆສ່ວນປະກອບກັນ ບໍ່ວ່າຈະເປັນການກິນ, ການໃຊ້ຊີວິດ ລວມໄປເຖິງການຄວບຄຸມແບ່ງສັນປັນສ່ວນການອອກກຳລັງກາຍອີກດ້ວຍ ເຮົາຕ້ອງໃຊ້ຫຼາຍໆສິ່ງທີ່ລວມກັນ ແລະ ເຄັ່ງຄັດເພື່ອໃຫ້ໄດ້ຫຸ່ນດີຫຸ່ນງາມມາ ແຕ່ເຊື່ອວ່າບາງສິ່ງບາງຢ່າງທີ່ເຮົາເຮັດໃນຊີວິດປະຈຳວັນໂດຍບໍ່ໄດ້ຕັ້ງໃຈນັ້ນແລະ ທີ່ເປັນຕົວການທຳລາຍສຸຂະພາບ ສາເຫດທີ່ເຮັດໃຫ້ອອກກຳລັງກາຍບໍ່ໄດ້ຜົນຕາມທີ່ຄາດໝາຍ ລອງມາເບິ່ງນຳກັນວ່າມີຫຍັງແດ່:

1. ກິນຊົດເຊີຍຫຼັງຈາກອອກກຳລັງກາຍ
ເຖິງແມ່ນວ່າຈະເປັນການກິນອັນໃດກໍ່ແລ້ວແຕ່ ເພື່ອເປັນລາງວັນໃຫ້ກັບຕົວເອງຫຼັງຈາກການອອກກຳລັງກາຍບອກເລີຍວ່າ ນີ້ຄືຕົວທຳລາຍຮ່າງກາຍ ຮ່າງກາຍຂອງເຮົາອອກກຳລັງເຜົາຜານແຄລໍຣີສ່ວນເກີນອອກໄປແລ້ວ ແຕ່ເຮົາຜັດຍັງເພີ່ມປະລິມານໃຫ້ມັນອີກ ເຖິງຈະໜ້ອຍຫຼືຫຼາຍກໍ່ຕາມ ແຕ່ວ່າຂອງກິນບາງຊະນິດກໍ່ມີແຄລໍຣີສູງຈົນເຮັດໃຫ້ການອອກກຳລັງກາຍຂອງເຮົາເສຍໄປລ້າໆ

2. ຄຽດເກີນໄປ
ການຄຽດເກີນໄປ ນອກຈາກຈະສົ່ງຜົນເສຍຕໍ່ສຸຂະພາບໂດຍລວມຂອງເຮົາແລ້ວ ມັນຍັງສົ່ງຜົນກະທົບຕໍ່ສຸຂະພາບຫຸ່ນຂອງເຮົານຳອີກດ້ວຍ ເພາະວ່າເມື່ອໃດທີ່ເຮົາຮູ້ສຶກຄຽດ ຮ່າງກາຍຂອງເຮົາຈະເຮັດໃຫ້ການຫຼັ່ງຮໍໂມນຄໍຕີຊໍອອກມາ ເຊິ່ງມັນຈະໄປກະຕຸ້ນເຊວໃນຮ່າງກາຍໃຫ້ເກັບໄຂມັນຫຼາຍຂຶ້ນ ແລະ ສົ່ງຜົນໃຫ້ເຮົາມີຄວາມຢາກອາຫານ ຈົນນຳໄປສູ່ການກິນຈົນເສຍຫຸ່ນທີ່ດີໄປ

3. ພັກຜ່ອນຮ່າງກາຍບໍ່ພຽງພໍ
ການທີ່ເຮົານອນໜ້ອຍ ຫຼື ນອນເດິກ ນັ້ນປຽບດັ່ງໄພຮ້າຍຂອງການຫຼຸດນໍ້າໜັກເລີຍກໍ່ວ່າໄດ້ ເພາະນອກຈາກຈະເຮັດໃຫ້ຮ່າງກາຍຂອງເຮົາເຜົາຜານພະລັງງານໄດ້ຊ້າລົງແລ້ວ ຍັງເຮັດໃຫ້ເມຕາບໍລິຊຶມ ຫຼື ທີ່ຮູ້ຈັກກັນດີໃນຊື່ ລະບົບເຜົາຜານຂອງຮ່າງກາຍເຮັດວຽກໄດ້ຊ້າລົງເປັນຜົນເຮັດໃຫ້ຄວາມຢາກອາຫານຂອງເຮົາຫຼາຍຂຶ້ນອີກດ້ວຍ

No comments

Powered by Blogger.