ພຶດຕິກຳທາງເພດທີ່ເໝາະສົມສຳລັບຊີວິດຄູ່ - ອິດສະຫຼະ

ພຶດຕິກຳທາງເພດທີ່ເໝາະສົມສຳລັບຊີວິດຄູ່



ລ່າສຸດຈາກຜົນການສຶກສາທີ່ໄດ້ຖືກຕີພິມລົງໃນວາລະສານ Social Psychological and Personality Science ກ່ຽວກັບພຶດຕິກຳທາງເພດທີ່ເໝາະສົມສຳລັບຄູ່ຮັກ ແລະ ໄດ້ເປີດເຜີຍວ່າ ຄົນເຮົາບໍ່ຄວນທີ່ຈະຄາດຫວັງເລື່ອງຄວາມຕ້ອງການທາງເພດສູງເກີນໄປ ແລະ ນອກຈາກນັ້ນເຮົາຄວນທີ່ຈະຍຶດໝັ້ນຢູ່ກັບຄວາມເປັນຈິງ ບໍ່ຕ້ອງໂຫຍຫາເລື່ອງເພດສຳພັນທີ່ມັນຢູ່ໄກເກີນຕົວຄືດັ່ງທີ່ໄດ້ຝັນ ຫຼື ຈິນຕະນາການເອົາໄວ້ ໂດຍຍັງໄດ້ກ່າວຕື່ມອີກວ່າ ການມີເພດສຳຄັນຢ່າງໜ້ອຍອາທິດລະຄັ້ງຈະສາມາດຊ່ວຍຮັກສາຄວາມສຳພັນໃຫ້ມີຄວາມຫວານຊື່ນໃນຊີວິດຄູ່ຕໍ່ໄປໄດ້.

Any Muise ຜູ້ສຶກສາ ແລະ ຄົ້ນຄວ້າເລື່ອງຄວາມໂມແມັນຕິກ ແລະ ຄວາມສຳພັນຈາກມະຫາວິທະຍາໄລ Toronto Missuaga ຍັງໄດ້ເປີດເຜີຍຂໍ້ມູນຕື່ມອີກວ່າ ມັນເປັນເລື່ອງທີ່ມະນຸດເຮົາຄວນທີ່ຈະເຮັດເພື່ອຮັກສາຄວາມສຳພັນສຳລັບຊີວິດຄູ່ເອົາໄວ້ ແຕ່ເລື່ອງຄວາມຄາດຫວັງກ່ຽວກັບເພດສຳພັນໃຫ້ອອກມາດັ່ງຄາດຫວັງ ແລະ ຝັນໄວ້ກໍ່ເປັນສິ່ງທີ່ສຳຄັນເຊັ່ນກັນ ແຕ່ຕ້ອງຢູ່ໃນຂອບເຂດທີ່ເປັນໄປໄດ້ ແລະ ບໍ່ເຮັດໃຫ້ຮູ້ສຶກຜິດຫວັງຈົນເກີດຄວາມເບື່ອນ່າຍ.

No comments

Powered by Blogger.