ຈີນ ເຕືອນສະຫະລັດ ອາເມຣິກາ ຢ່າຫວັງທຳລາຍຄວາມໝັ້ນຄົງອາຊີຕາເວັນອອກ - ອິດສະຫຼະ

ຈີນ ເຕືອນສະຫະລັດ ອາເມຣິກາ ຢ່າຫວັງທຳລາຍຄວາມໝັ້ນຄົງອາຊີຕາເວັນອອກ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ປະເທດຈີນ ໃນວັນທີ 4 ກຸມພາ 2017 ວ່າກະຊວງການຕ່າງປະເທດຈີນອອກຖະແຫຼກງານໃນວັນເສົາ ວິຈານຄຳກ່າວຂອງພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ທີ່ໄດ້ກ່າວໃນການການຢ້ຽມຢາມຍີ່ປຸ່ນກ່ຽວກັບມາດຕາ 5 ຂອງສົນທິສັນຍາດ້ານຄວາມໝັ້ນຄົງລະຫວ່າງສະຫະລັດກັບຍີ່ປຸ່ນ ສະບັບປີ 1960 ມີເນື້ອໃນສຳຄັນຄືສະຫະລັດຈະໃຫ້ຄວາມຄຸ້ມຄອງ ແລະ ປົກປ້ອງອະທິປະໄຕຂອງ "ດິນແດນທຸກແຫ່ງ" ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຍີ່ປຸ່ນ ວ່າລັດຖະບານສະຫະລັດຄວນຢຸດຕິການສະແດງຄວາມຄິດເຫັນ "ທີ່ຜິດໆ" ກ່ຽວກັບເກາະຕຽວຫຍູ ເພື່ອບໍ່ໃຫ້ສະຖານະການຫຍຸ້ງຍາກໄປຫຼາຍກວ່ານີ້ ເຊິ່ງອາດສົ່ງຜົນກະທົບຕໍ່ສະຖຽນລະພາບດ້ານຄວາມໝັ້ນຄົງໃນອາຊີຕາເວັນອອກ

ທັງນີ້ໝູ່ເກາະຂະໜາດໃຫຍ່ໃນທະເລຈີນຕາເວັນອອກ ທີ່ຍີ່ປຸ່ນຮຽກວ່າເຊນກາກຸ ຕັ້ງຢູ່ລະຫວ່າງເກາະໄຕ້ຫວັນກັບເກາະໂອກິນາວາ ຢູ່ພາຍໃຕ້ກາບຄອບຄອງຂອງສະຫະລັດຕັ້ງແຕ່ສິ້ນສຸດສົງຄາມໂລກຄັ້ງທີ 2 ກອ່ນທີ່ລັດຖະບານສະຫະລັດຈະມອບໃຫ້ແກ່ຍີ່ປຸ່ນເມື່ອປີ 1972 ສ້າງຄວາມບໍ່ພໍໃຈຢ່າງຮຸນແຮງໃຫ້ແກ່ລັດຖະບານຈີນ ເຊິ່ງຍົກຫຼັກຖານທາງປະຫວັດສາດມາໃຊ້ໃນການອ້າງກຳມະສິດ ຂະນະທີ່ສະຖານະການທະວີຄວາມຕຶງຄຽດຫຼາຍຂຶ້ນ ນັບຕັ້ງແຕ່ລັດຖະບານຍີ່ປຸ່ນຊື້ເກາະຂະໜາດນ້ອຍບາງແຫ່ງຈາກນັກທຸລະກິດທ້ອງຖິ່ນເມື່ອປີ 2012 ໄດ້ກາຍເປັນຈຸດເລີ່ມຕົ້ນໃຫ້ເກີດການຈະລາຈົນ ແລະ ກອງທັບຂອງທັງສອງປະເທດສົ່ງເຮືອ ແລະ ເຮືອບິນມາປະເຊີນໜ້າກັນໃນເຂດພິພາດດັ່ງກ່າວ.

ເຖິງຢ່າງໃດກໍ່ຕາມ ລັດຖະບານຈີນອອກມາສະແດງຄວາມບໍ່ພໍໃຈຕໍ່ຖ້ອຍຄຳຖະແຫຼງຂອງພົນເອກ ແມັດທິສ ຕັ້ງແຕ່ເມື່ອວັນພະຫັດ ເຊິ່ງເປັນການຫາລືກັບເຈົ້າໜ້າທີ່ລະດັບສູງຂອງລັດຖະບານເກົາຫຼີໃຕ້ ໂດຍທ່ານ ລູ່ ຄັງ ໂຄສົກກະຊວງການຕ່າງປະເທດຈີນ ກ່າວຢໍ້າວ່າຈີນບໍ່ມີທາງຍອມຮັບການທີ່ສະຫະລັດຈະນຳລະບົບຕໍ່ຕ້ານຂີປະນາວຸດເຂົ້າມາຕິດຕັ້ງໃນເກົາຫຼີໃຕ້ເດັດຂາດ ຫຼັງພົນເອກ ແມັດທິສຢືນຢັນວ່າລັດຖະບານຂອງປະທານາທິບໍດີໂດໂນ ທຣຳ ຈະສານຕໍ່ນະໂຍບາຍຂອງປະທານາທິບໍດີບາຣັກ ໂອບາມາ ໃນເລື່ອງດັ່ງກ່າວ.

No comments

Powered by Blogger.