ສະຫະລັດ ອາເມຣິກາ ຈະໃຫ້ການຄຸ້ມຄອງແກ່ຍີ່ປຸ່ນ - ອິດສະຫຼະ

ສະຫະລັດ ອາເມຣິກາ ຈະໃຫ້ການຄຸ້ມຄອງແກ່ຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຕກຽມ ປະເທດຍີ່ປຸ່ນ 4 ກຸມພາ 2017 ວ່າທ່ານນາງ ໂທໂມມິ ອິນາດະ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ ກ່າວລະຫວ່າງການຫາລືຮ່ວມກັບທ່ານພົນເອກະ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາວ່າ ສະຖານະການດ້ານຄວາມໝັ້ນຄົງໃນພູມມິພາກອາຊີ-ປາຊີຟິກ ມີຄວາມຕຶງຄຽດຫຼາຍຂຶ້ນ ແລະ ເກົາຫຼີໃຕ້ຖືເປັນໜຶ່ງໃນປະເທດເພື່ອນບ້ານທີ່ສຳຄັນຂອງຍີ່ປຸ່ນ ທ່ານນາງ ຫວັງເປັນຢ່າງຍິ່ງວ່າການເດີນທາງການຢ້ຽມຢາມປະເທດຍີ່ປຸ່ນ ຂອງລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ຈະຊ່ວຍເສີມສ້າງ ແລະ ຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໂດຍສະເພາະດ້ານຄວາມໝັ້ນຄົງລະຫວ່າງສາມປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນໄປອີກ.

ເຊິ່ງ ພົນເອກ ແມັດທິສ ກໍ່ໄດ້ເຂົ້າພົບກັບທ່ານນາຍົກລັດຖະມົນຕີ ຊິນໂຊ ອາເບະ ແລະ ກ່າວຢໍ້າເຖິງສົນທິສັນຍາຂອງສະຫະລັດໃນການປະຕິບັດຕາມມາດຕາ 5 ຂອງສົນທິສັນຍາດ້ານຄວາມໝັ້ນຄົງລະຫວ່າງສອງປະເທດທີ່ລົງນາມເມື່ອປີ 1960 ແລະ ລະບຸວ່າສະຫະລັດຈະໃຫ້ຄວາມຄຸ້ມຄອງ ແລະ ປົກປ້ອງອະທິປະໄຕຂອງ "ດິນແດນທຸກແຫ່ງ" ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຍີ່ປຸ່ນ ເຊິ່ງແນ່ນອນວ່າຕ້ອງຄວບຄຸມເຖິງບັນດາໝູ່ເກາະໃນທະເລຈີນຕາເວັນອອກ ເຊິ່ງເປັນກໍລະນີພິພາດຍືດເຍື້ອຍາວນານລະຫວ່າງຍີ່ປຸ່ນກັບຈີນ.

ອີກດ້ານໜຶ່ງ ການເດີນທາງຢ້ຽມຢາມເກົາຫຼີໃຕ້ ແລະ ຍີ່ປຸ່ນຂອງພົນເອກ ແມັດທິສ ໃນອາທິດນີ້ ຖືວ່າເປັນຄວາມຕ້ອງການຟື້ນຟູຄວາມເຊື່ອໝັ້ນຈາກພັນທະມິດດ້ານຄວາມໝັ້ນຄົງໃນອາຊີ ທີ່ເປັນຫ່ວງຢ່າງໜັກຕໍ່ຄຳກ່າວຂອງປະທານາທິບໍດີ ໂດໂນ ທຣຳ ເຊິ່ງກ່າວກ່ອນຮັບຕຳແໜ່ງຢ່າງເປັນທາງການວ່າທັງສອງປະເທດ "ໄດ້ຮັບຜົນປະໂຫຍດຫຼາຍເກີນໄປ" ຈາກການຢູ່ພາຍໃຕ້ການຄຸ້ມຄອງຂອງສະຫະລັດ ອາເມຣິກາ ແລະ ເຖິງເວລາແລ້ວທີ່ຕ້ອງປ່ຽນແປງ ປັດຈຸບັນສະຫະລັດມີທະຫານປະຈຳການຢູ່ໃນເກົາຫຼີໃຕ້ປະມານ 28,500 ຄົນ ແລະ ໃນຍີ່ປຸ່ນອີກປະມານ 47,000 ຄົນ

No comments

Powered by Blogger.