ຜູ້ນຳອັງໂກລາ ປະກາດສະຫຼະອຳນາດຫຼັງປົກຄອງປະເທດມາ 38 ປີ - ອິດສະຫຼະ

ຜູ້ນຳອັງໂກລາ ປະກາດສະຫຼະອຳນາດຫຼັງປົກຄອງປະເທດມາ 38 ປີ



ສຳນັກຂ່າວຕ່າງປະເທດລາຍງານວ່າ ປະທານາທິບໍດີ ໂຊເຊ ເອດູອາໂດ ດອສ ຊານໂຕສ ເຊິ່ງປົກຄອງປະເທດອັງໂກລາມາດົນເຖິງ 38 ປີ ປະກາດໃນການປະຊຸມພັກ ແນວໜ້າປະຊາຊົນເພື່ອເສລີພາບແຫ່ງອັງໂກລາ (MPLA) ໃນວັນສຸກທີ 3 ກຸມພາ 2017 ວ່າຈະສະຫຼະຕຳແໜ່ງກ່ອນຈະມີການເລືອງຕັ້ງໃນເດືອນສິງຫາ

ທ່ານ ດອສ ຊານໂຕສ ອາຍຸ 74 ປີ ເປັນໜຶ່ງໃນຜູ້ນຳຊາດອາຟຣີກາທີ່ດຳລົງຕຳແໜ່ງຍາວນານທີ່ສຸດ ໂດຍເປັນປະທານາທິບໍດີແຫ່ງອັງໂກລາຕັ້ງແຕ່ເດືອນກັນຍາ 1979 ເຊິ່ງຊາວອັງໂກລາຫຼາຍຄົນຍົກຄວາມດີຄວາມງາມໃຫ້ແກ່ທ່ານ ທີ່ໄດ້ຊ່ວຍອັງໂກລາຟື້ນຕົວ ຫຼັງສົງຄາມກາງເມືອງທີ່ດຳເນີນມາຍາວນານເຖິງ 27 ປີ ໄດ້ຍຸດຕິລົງໃນປີ 2002 ແຕ່ກໍ່ມີຫຼາຍຄົນທີ່ກ່າວວ່າທ່ານ ດອສ ຊານໂຕສ ເປັນຜະເດັດການ

ເຖິງວ່າທ່ານ ດອສ ຊານໂຕສ ຈະປະກາດສະຫຼະຕຳແໜ່ງປະທານາທິບໍດີ ແຕ່ລາວຈະຍັງເປັນຫົວໜ້າພັກລັດຖະບານ MPLA ທີ່ຍັງຄົງມີອຳນາດຕໍ່ໄປ.

No comments

Powered by Blogger.