UN ອອກລາຍງານປະນາມທະຫານ-ຕຳຫຼວດມຽນມາ ລະເມີດສິດທິມະນຸດຂອງຊາວໂຣຮິນຈາ - ອິດສະຫຼະ

UN ອອກລາຍງານປະນາມທະຫານ-ຕຳຫຼວດມຽນມາ ລະເມີດສິດທິມະນຸດຂອງຊາວໂຣຮິນຈາ



ສະຫະປະຊາຊາດ ຫຼື UN ອອກມາປະນາມເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງມຽນມາວ່າ ໄດ້ກະທຳການລະເມີດສິດທິມະນຸດຊາວໂຣຮິນຈາຢ່າງຮ້າຍແຮງ ເຊິ່ງລວມເຖິງການຂົ່ມຂູ່, ການທຸບຕີຢ່າງໂຫດຮ້າຍ ແລະ ສັງຫານເດັກນ້ອຍ ໂດຍຂໍ້ກ້າວຫາດັ່ງກ່າຍປາກົດໃນລາຍງານຂອງ UN ທີ່ໄດ້ໂອ້ລົມກັບຊາວໂຣຮິນຈາກວ່າ 200 ຄົນທີ່ຫຼົບໜີອອກຈາກມຽນມາໄປປະເທດບັງກລາເທດ

ເຊິ່ງຊາວໂຣຮິນຈາປະມານ 65,000 ຄົນທີ່ເດີນທາງອອກຈາກມຽນມາໄປບັງກລາເທດ ເພື່ອຫຼົບໜີ້ຄວາມຮຸນແຮງຕັ້ງແຕ່ເດືອນຕຸລາປີທີ່ຜ່ານມາ ໂດຍຊາວໂຣຮິນຈາກວ່າເຄິ່ງໜຶ່ງທີ່ UN  ສຳພາດລະບຸວ່າຄົນໃນຄອບຄົວຖືກສັງຫານ ແລະ ໃນບັນດາແມ່ຍິງ 101 ຄົນທີ່ UN  ສຳບາດ 52 ຄົນລະບຸວ່າຖືກຂົ່ມຂືນ ຫຼື ມີປະສົບການອັນຊົ່ວຮ້າຍຮຸນແຮງທາງເພດກັບເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງ ຂະນະທີ່ຫຼາຍຄົນລະບຸວ່າຕຳຫຼວດ ແລະ ທະຫານຕັ້ງໃຈເຜົ້າບ້ານເຮືອນຂອງຊາວໂຣຮີນຈາ ລວມທັງໂຮງຮຽນ, ຕະຫຼາດ, ຮ້ານຄ້າ ແລະ ມັດສະຢິດ


No comments

Powered by Blogger.