ອີຣານ ປະກາດຊ້ອມຮົບຫຼັງຖືກສະຫະລັດ ອາເມຣິກາຄວໍ້າບາດ - ອິດສະຫຼະ

ອີຣານ ປະກາດຊ້ອມຮົບຫຼັງຖືກສະຫະລັດ ອາເມຣິກາຄວໍ້າບາດ



ກອງກຳລັງພິທັກປະຕິວັດອີຣານກຽມການຊ້ອມຮົບດ້ວຍຂີປະນາວຸດ ຢູ່ທາງພາກເໜືອຂອງປະເທດ ຫຼັງຖືກສະຫະລັດ ອາເມຣິກາປະກາດຄວໍ້າບາດຄັ້ງໃໝ່

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງເຕຫະຣານ ປະເທດອີຣານ ເມື່ອວັນທີ 4 ກຸມພາ 2017 ວ່າກອງກຳລັງພິທັກປະຕິບັດອີຣານ ອອກຖະແຫຼງການໃນວັນເສົ້າ ເລື່ອງການຈັດໃຫ້ມີການຊ້ອມຮົບໃນແຂວງເຊມນານ ທາງພາກເໜືອຂອງປະເທດ ໂດຍຈະມີການເຝິກຊ້ອມຍິງຂີປະນາວຸດ ຖະແຫຼງການດັ່ງກ່າວຍັງລະບຸວ່າຈຸດປະສົງຂອງການເຝິກຊ້ອມໃນຄັ້ງນີ້ເປັນການກຽມຄວາມພ້ອມໃນການປະເຊີນໜ້າກັບ "ໄພຮຸກຮານ" ແລະ ມາດຕະການຄວໍ້າບາດ "ທີ່ຖືເປັນການດູໝິ່ນ" ຈາກລັດຖະບານສະຫະລັດ ອາເມຣິກາ

ເນື່ອງຈາກທຳນຽມຂາວປະກາດມາດຕະການຄວໍ້ບາດທາງເສດຖະກິດຕໍ່ບຸກຄົນທຳມະດາ 13 ຄົນ ແລະ ນິຕິບຸກຄົນອີກ 12 ແຫ່ງ ເຊິ່ງລວມເຖິງບໍລິສັດຂ້າມຊາດຈາກຈີນ, ລີບັງ ແລະ ສະຫະນະຄອນ ເອເມຣັດ ອາຣັບ ໃນຖານມີສ່ວນກ່ຽວຂ້ອງກັບໂຄງການພັດທະນາຂີປະນາວຸດຂອງລັດຖະບານອີຣານ ແລະ ການສະໜັບສະໜູນກຸ່ມກະບົດຮູຕີໃນເຢເມນ ຂະນະທີ່ພົນເອກ ເຈມ ແມດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ອາເມຮິກາກ່າວລະຫວ່າງການຢ້ຽມຢາມປະເທດຍີ່ປຸ່ນໃນທ້າຍອາທິດນີ້ວ່າ ອີຣານຖືເປັນ "ປະເທດສະໜັບສະໜູນກຸ່ມກໍ່ການຮ້າຍລາຍໃຫຍ່ທີ່ສຸດ" ແຕ່ສະຫະລັດຍັງບໍ່ມີແຜນເພີ່ມຈຳນວນທະຫານ ແລະ ອາວຸດຍຸດໂທປະກອນໃນຕາເວັນອອກາງ

No comments

Powered by Blogger.