ຖ້າກິນ "ກ້ວຍ" ທຸກມື້ຈະໄດ້ຫຍັງກັບຮ່າງກາຍແດ່ - ອິດສະຫຼະ

ຖ້າກິນ "ກ້ວຍ" ທຸກມື້ຈະໄດ້ຫຍັງກັບຮ່າງກາຍແດ່



ຖ້າຕ້ອງການໃຫ້ລະດັບພະລັງງານທີ່ຫຼຸດລົງກັບຄືນມາເຕັມກຳລັງອີກຄັ້ງ ບໍ່ມີອາຫານວ່າງໃດດີໄປກວ່າໝາກກ້ວຍ ເພາະໝາກກ້ວຍນັ້ນອຸດົມໄປດ້ວນນ້ຳຕານທຳມະຊາດ 3 ຊະນິດຄື: ຊູໂຄສ, ຟຣັກໂທສ ແລະ ກລູໂຄສ ພ້ອມທັງມີເສັ້ນໃຍ ແລະ ກາກອາຫານ ໝາກກ້ວຍຈະຊ່ວຍເສີມພະລັງງານໃຫ້ກັບຮ່າງກາຍທັນທີທັນໃດ

ຈາກຜົນການວິໄຈພພົບວ່າ ກິນໝາກກ້ວຍ 2 ໝາກ ກໍ່ສາມາດເພີ່ມພະລັງງານໄດ້ຢ່າງພຽງພໍກັບການອອກກຳລັງກາຍຢ່າງເຕັມທີ່ໄດ້ດົນເຖິງ 90 ນາທີ ຈຶ່ງບໍ່ແປກໃຈທີ່ໝາກກ້ວຍເປັນໝາກໄມ້ອັນດັບໜຶ່ງຂອງນັກກິລາຊັ້ນນຳລະດັບໂລກ ບໍ່ແມ່ນພຽງແຕ່ເພີ່ມພະລັງງານເທົ່ານັ້ນ ຍັງຊ່ວຍເອົາຊະນະ ແລະ ປ້ອງກັນໂລກຕ່າງໆທີ່ເກີດກັບຮ່າງກາຍໄດ້ອີກຫຼາຍໂລກ ຈຶ່ງຄວນກິນທຸກມື້

ປະໂຫຍດທາງສຸໝຸນໄພຂອງໝາກກ້ວຍດັ່ງນີ້:
1. ໂລກເລືອດຈາງ ໃນໝາກກ້ວຍມີທາດເຫຼັກສູງ ຈະເປັນຕົວຊ່ວຍກະຕຸ້ນການຜະລິດຮີໂມໂກບິນໃນເລືອດ ແລະ ຈະຊ່ວຍໃນກໍລະນີມີສະພາວະຂາດກຳລັງໃຫ້ກັບມາມີກຳລັງ

2. ໂລກຄວາມດັນເລືອດສູງ ໝາກກ້ວຍມີທາດໂພແທັດຊຽມສູງສຸດ ແຕ່ມີປະລິມາດເກືອຕ່ຳ ເຮັດໃຫ້ເປັນອາຫານທີ່ສົມບູນແບບທີ່ສຸດ ທີ່ຈະຊ່ວຍຮັກສາຄວາມດັນເລືອດ

3. ກຳລັງສະໝອງ ນັກຮຽນກ 200 ຄົນທີ່ໂຮງຮຽນ Twickenham ໄດ້ຮັບຜົນດີຈາກການເສັງຕະຫຼອດປີ ດ້ວຍການກິນກ້ວຍໃນຕອນເຊົ້າ, ຕອນເລີກຫຼິ້ນ ແລະ ຕອນສວາຍທຸກມື້ ເພື່ອຊ່ວຍສົ່ງເສີມກຳລັງຂອງສະໝອງໃຫ້ກັບເຂົາເຈົ້າ ຈາກຜົນການວິໄຈສະແດງໃຫ້ເຫັນວ່າ ປະລິມານໂພແທັດຊຽມທີ່ມີຢູ່ໃນກ້ວຍ ສາມາດຊ່ວຍໃຫ້ນັກຮຽນມີຄວາມຕື່ນຕົວໃນການຮຽນຫຼາຍຂຶ້ນ

4. ຖ່າຍຍາກ ປະລິມານເສັ້ນໃຍ ແລະ ກາກອາຫານໃນໝາກກ້ວຍ ຊ່ວຍໃຫ້ການຂັບຖ່າຍເປັນປົກກະຕິ ແລະ ຍັງເປັນການແກ້ບັນຫາການຖ່າຍຍາກໂດຍບໍ່ຕ້ອງກິນຢາ

5. ໂລກຊຶມເສົ້າ ຈາກການສຳຫຼວດໃນຜູ້ທີ່ມີຄວາມທຸກເກີດຈາກຄວາມຊຶມເສົ້າຫຼາຍຄົນ ຈະມີຄວາມຮູ້ສຶກດີຂຶ້ນຫຼາຍ ຫຼັງຈາກກິນໝາກກ້ວຍ ເພາະມີໂປຣຕີນຊະນິດທີ່ຮຽນກວ່າ Try Potophan ເມື່ອສານນີ້ເຂົ້າໄປໃນຮ່າງກາຍຈະຖືກປ່ຽນເປັນ Serotionin ເປັນທີ່ຮູ້ຈັກກັນດີວ່າ ເປັນຕົວຊ່ວຍຜ່ອນຄາຍປັບປຸງອາລົມໃຫ້ດີຂຶ້ນໄດ້ ຄືເຮັດໃຫ້ຮູ້ສຶກມີຄວາມຫຼາຍຂຶ້ນ

No comments

Powered by Blogger.