5 ເຫດຜົນ ເປັນຫຍັງຜູ້ຍິງຈຶ່ງ ນອກໃຈ ຜູ້ຊາຍ - ອິດສະຫຼະ

5 ເຫດຜົນ ເປັນຫຍັງຜູ້ຍິງຈຶ່ງ ນອກໃຈ ຜູ້ຊາຍ



ຕົ້ນເຫດທີ່ຄູ່ຮັກເລີ່ມຄອນແຄນ ບາງຄັ້ງກໍ່ບໍ່ໄດ້ມາຈາກຄວາມມັກຫຼິ້ນມັກກິ່ນ ຫຼື ໂທດຝ່າຍຍິງຝ່າຍດຽວກໍ່ອາດບໍ່ຢຸດຕິທຳ

1. ບໍ່ໝັ້ນໃຈໃນຄວາມສຳພັນ: ເຂົາເຈົ້າບໍ່ຮູ້ສະຖານະຄວາມສຳພັນ ຫຼື ສະຖານະການທີ່ເປັນຢູ່ນັ້ນເອີ້ນວ່າຫຍັງ ຄົນຮັກກໍ່ຍັງບໍ່ແມ່ນ, ຄົນຮູ້ໃຈກໍ່ບໍ່ແນ່ ບາງຄັ້ງອາດຄາຢູ່ທີ່ຝ່າຍຊາຍທີ່ປາກແຂງຮັກກໍ່ບໍ່ບອກ ສະແດງອອກກໍ່ບໍ່ຊັດເຈນ ບໍ່ຢາກໃຫ້ຖ່າຍຮູບຄູ່ນຳ ຫຼື ຂໍເປັນໝູ່ກັນໄປກອ່ນ ຍັງບໍ່ພ້ອມທີ່ຈະເອີ້ນວ່າແຟນ ຯລຯ ຫຼື ອາດຢ້ານເປັນການຕັດທາງເລືອກຂອງຕົນທີ່ໝັ້ນໃຈວ່າຕົວເອງຍັງມີທາງເລືອກຢູ່ ເຮັດໃຫ້ອີກຝ່າຍເບິ່ງຄືກັບບໍ່ມີຕົວຕົນ ຄິດນ້ອຍໃຈເຮັດຄືກັບເຂົາເຈົ້າເປັນຄົນບໍ່ມີຕົວຕົນ ແລະ ເມື່ອເຖິງເວລາເຂົາເຈົ້າຈາກໄປ ຫັນໄປມີຊາຍອື່ນທີ່ຊັດເຈນໃນຄວາມສຳພັນ ຜັດມາແອບຄິດຮອດໃນພາຍຫຼັງ ຈົນມາຮູ້ສຶກອີກຄັ້ງວ່າຕົວເອງຜິດພາດໄປແລ້ວ

2. ຝ່າຍຊາຍບໍ່ຮັບຟັງ: ຜູ້ຍິງຕາມຕຳລາມັກເປັນຝ່າຍເຈລະຈາ ຖ້າພົບຖ້າເຈີຜູ້ຊາຍຄົນໃດທີ່ເວົ້າຫຼາຍກວ່າ ກໍ່ມັກຈະອອກອາກາດຫງຸດຫງິດ ແຖມຜູ້ຊາຍບາງຄົນປະຕິບັດຕໍ່ຄົນຮັກປານເປັນພໍ່ຄົນທີ່ສອງ ສັ່ງສອນອົບຮົມປານລູກ ເມື່ອມີຄວາມເຫັນບໍ່ລົງຮອຍກັນ ຫຼ ຍາມມີບັນຫາກໍ່ມັກຈະຄິດວ່າຕົນເປັນຝ່າຍຖືກ ນອກຈາກບໍ່ຮັບຟັງບາງຄັ້ງເຮັດຜິດກໍ່ບໍ່ຂໍໂທດ ແລະ ເມື່ອຝ່າຍຍິງຢາກມີສ່ວນຮ່ວມຊ່ວຍຄິດຊ່ວຍທຳ ກໍ່ເຮັດເປັນລຳຄານຄືກັບຢ້ານເຂົາເຈົ້າໄປຫຼຸດບົດບາດຄວາມເປັນຜູ້ນຳຂອງເພິ່ນ ແລະ ມັກມີຄ່ານິຍົມວ່າຜູ້ຊາຍຕ້ອງເກັ່ງກວ່າ ຈຶ່ງປິດກັ້ນທັງຕົວເອງ ແລະ ຄວາມເຫັນອື່ນ ຂະໜາດເປັນຄົນຮັກຍັງເວົ້າຈາກັນບໍ່ໄດ້ ຈຶ່ງເປັນເຫດໃຫ້ຜູ້ຍິງຫັນໄປຫາຊາຍອື່ນທີ່ຍອມຮັບຟັງເຂົາເຈົ້າຫຼາຍກວ່າ

3. ບໍ່ສົນໃຈເຂົາເຈົ້າຜູ້ແຕ່ກ່ອນ: ຜູ້ຊາຍທີ່ຖ້າເອົາອົກເອົາໃຈກາຍເປັນອະດີດໄປແລ້ວ ຫຼື ຈາກທີ່ເຂົາເຈົ້າເຮັດຫຍັງກໍ່ເຫັນດີໄປໝົດ ກິ່ນຕົດກໍ່ຫອມ ແຕ່ພໍເວລາຜ່ານໄປທຸກຢ່າງເລີ່ມປ່ຽນແປງ ຖ້າຢູ່ໃນລະດັບທີ່ຝ່າຍຍິງຮັບໄດ້ກໍ່ບໍ່ເປັນເລື່ອງໃຫຍ່ ເພາະຫຼາຍຄູ່ຍ່ອມເຂົ້າໃຈເຖິງຄວາມຮູ້ສຶກນີ້ ແຕ່ກໍລະນີທີ່ຫຍັບເຂົ້າໃກ້ກໍ່ຜິດ, ຖາມໜ້ອຍດຽວກໍ່ຖືກຮ້າຍ ເມື່ອເຮັດຫຍັງກໍ່ຜິດໄປໝົດ ດັ່ງນັ້ນ, ການຄົບຄົນໃຫຍ່ອາດເປັນເລື່ອງທີ່ຖືກຕ້ອງສຳລັບເຂົາເຈົ້າກໍ່ໄດ້

4. ເຫັນຝ່າຍຊາຍນອກໃຈ ຝ່າຍຍິງເລີຍເຮັດຕາມ: ຝ່າຍຊາຍອາດໄປມີຄວາມສຳພັນຊັບຊ້ອນກັບຜູ້ຍິງອື່ນ ເມື່ອຝ່າຍຍິງຮູ້ກໍ່ອາດກະທຳສິ່ງດັ່ງກ່າວເພື່ອເປັນການປະຊົດ ເຖິງເຈົ້າບໍ່ສົນໃຈ ຊາຍອື່ນກໍ່ຍັງມີໃຫ້ເລືອກ

5. ຕອບສະໜອງຄວາມຕ້ອງການຝ່າຍຍິງບໍ່ໄດ້: ຜູ້ຍິງບໍ່ແມ່ນຕຸກກະຕາຢາງ ເຂົາເຈົ້າມີອາລົມ, ມີຄວາມຮູ້ສຶກ ເມື່ອຝ່າຍຊາຍບໍ່ສະມາດຕອບສະໜອງໄດ້ໃນຈຸດທີ່ພໍໃຈ ຫຼື ຕອບສະໜອງໄດ້ແຕ່ຂາດຊີວິດຊີວາ ດົນໄປເຂົາເຈົ້າກໍ່ຮູ້ສຶກວ່າໜ້າເບື່ອ ຈົນເຖິງຂັ້ນທົນບໍ່ໄຫວ ຕ້ອງລອງຊາຍໃໝ່ທີ່ໃຫ້ຄວາມສຸກໄດ້ດີກວ່າ

No comments

Powered by Blogger.