5 ວິຕາມິນເພື່ອທ່ານຊາຍ ທີ່ຈະເຮັດໃຫ້ແຂງແຮງຄຶກຄັກຫຼາຍຂຶ້ນ - ອິດສະຫຼະ

5 ວິຕາມິນເພື່ອທ່ານຊາຍ ທີ່ຈະເຮັດໃຫ້ແຂງແຮງຄຶກຄັກຫຼາຍຂຶ້ນ



ມາທຳຄວາມຮູ້ຈັກກັບບັນດາວິຕາມິນ ຕົວຊ່ວຍເຮັດໃຫ້ຮ່າງກາຍຂອງທ່ານຊາຍແຂງແຮງຄຶກຄັກໄປທັງຕົວ

1. Zinc (ສັງກະສີ): ວິທີຮັບປະທານ: ກິນຕອນທ້ອງວ່າງຈະເຮັດໃຫ້ຢາຖືດດູດຊຶມໄດ້ດີທີ່ສຸດ ອາດກິນກ່ອນອາຫານຢ່າງໜ້ອຍ 1ຊມ ຫຼື 2-3 ຊມ ກໍ່ໄດ ແຫ່ງ Zinec ຈາກທຳມະຊາດ: ຜັກໂຫມ, ໃນໝາກອຶ, ກະທຽມ ແລະ ຫອຍນາງລົມ ເປັນຕົ້ນ Zinc ຫຼື ສັງກະສີ ເປັນສິ່ງຈຳເປັນໃນການຜະລິດຮໍໂມນ Testosterone ເຊິ່ງເປັນສ່ວນປະກອບຫຼັກທີ່ເຮັດໃຫ້ເກີດອາລົມຄວາມຮູ້ສຶກທັງຊາຍ ແລະ ຍິງ, ເຮັດໃຫ້ໂອກາດການເປັນໝັນຫຼຸດລົງ

2. ວິຕາມິນ E : ວິທີຮັບປະທານ: ກິນຮວມກັບອາຫານເຊົ້າ ແຫຼ່ງວິຕາມິນ E ຈາກທຳມະຊາດ: ຖົ່ວ, ທັນຍະພືດ, ກີວີ, ໝາກມ່ວງ, ໝາກເລັ່ນ, ນໍ້າມັນສະກັດຈາກພືດ ແລະ ຜັກໃບຂຽວ ເປັນຕົ້ນ ວິຕາມິນ E ເປັນສານຕ້ານອະນຸມູນອິດສະຫຼະທີ່ມີປະສິດທິພາບ ຊ່ວຍໃນເລື່ອງຂອງລະບົບໄຫຼວຽນເລືອດ ເຮັດໃຫ້ເຫຍື່ອຫຸ້ມເຊວສືບພັນແຂງແຮງ ແລະ ຊ່ວຍໃຫ້ມີສະມັດທະພາບທີ່ດີຂຶ້ນ

3. ວິຕາມິນ C : ວິທີຮັບປະທານ: ກິນຮ່ວມກັບອາຫານເຊົ້າ ແຫຼ່ງວິຕາມິນ C ຈາກທຳມະຊາດ: ຜັກຂີ້ເຫຼັກ, ໝາກນາວ, ໝາກກ້ຽງ, ໝາກຫຸ່ງສຸກ ແລະ ສະຕໍເບີຣີ ເປັນຕົ້ນ ວິຕາມິນ C ຈະເຮັດວຽກຮ່ວມກັບວິຕາມິນ E ຊ່ວຍໃນການໄຫຼວຽນໄປສູ່ສ່ວນຕ່າງໆຂອງຮ່າງກາຍ ວິຕາມິນ C ຍັງຊ່ວຍໃຫ້ເຊວສືບພັນບໍ່ຈັບກັນເປັນກຸ່ມເປັນກ້ອນ

4. ວິຕາມິນ B ລວມ: ວິທີຮັບປະທານ ກິນກ່ອນ/ພ້ອມອາຫານ ແຫຼ່ງວິຕາມິນ B ຈາກທຳມະຊາດແມ່ນຈາກຜັກໃບຂຽວ, ນົມ, ຖົ່ວ, ປາ, ຕັບ ເປັນຕົ້ນ ວິຕາມິນ B ລວມ ທັງຫຼາຍຈະຊ່ວຍໃນເລື່ອງຄວາມຕ້ອງການທາງເພດ ເຮັດໃຫ້ລະບົບເລືອດໄຫຼວຽນດີຄ້າຍໆກັບວິຕາມິນ E

5. L-Arginine (ແອວ-ອາຈິນິນ) ວິທີຮັບປະທານ: ກິນຮ່ວມກັບນົມຖົ່ວເຫຼືອງຕອນເຊົ້າ/ກ່ອນນອນ ແຫຼ່ງຂອງ L-Arginine ຈາກທຳມະຊາດແມ່ນ ອາຫານທະເລ, ຖົ່ວຊະນິດຕ່າງໆ, ຜັກໂຫມ ແລະ ໄຂ່ເຫຼືອງ L-Arginine ເປັນກົດອະມິໂນຕົວໜຶ່ງທີ່ຈຳເປັນຕໍ່ຮ່າງກາຍ ແລະ ເປັນສານຕັ້ງຕົ້ນໃນການສ້າງ Nitric Oxide ທີ່ຊ່ວຍໃຫ້ຫຼອດເລືອດຂະຫຍາຍຕົວ ເພີ່ມຄວາມໄວຕໍ່ຄວາມຮູ້ສຶກ ແລະ ໃຊ້ໃນການຮັກສາໂລກເສື່ອມສະມັດຕະພາບຂອງທ່ານຊາຍ.

No comments

Powered by Blogger.