7 ຂໍ້ຄິດ ທີ່ຈະເຮັດໃຫ້ຄວາມສຳເລັດຢູ່ກັບທ່ານຢ່າງຍືນຍາວ - ອິດສະຫຼະ

7 ຂໍ້ຄິດ ທີ່ຈະເຮັດໃຫ້ຄວາມສຳເລັດຢູ່ກັບທ່ານຢ່າງຍືນຍາວ



ຫາກກ່າວເຖິງຄວາມສຳເລັດ ມັກຈະມີຄົນຢູ່ສອງປະເພດດ້ວຍກັນ ປະເທດທຳອິດຈະເປັນກຸ່ມທີ່ມີຄວາມສຸກກັບຄວາມສຳເລັດໃນໄລຍະສັ້ນໆ ສ່ວນອີກປະເທດໜຶ່ງຄືກຸ່ມທີ່ຈະພະຍາຍາມເຮັດໃຫ້ຄວາມສຳເລັດຢູ່ກັບເຂົາເຈົ້າໄປຕະຫຼອດຊີວິດ

ນັກທຸລະກິດທີ່ເຊື່ອວ່າເຂົາເຈົ້າມີພ້ອມທຸກຢ່າງທີ່ຄົນປະສົບຄວາມສຳເລັດຄວນຈະມີ ແລະ ຮູ້ທຸກຢ່າງໃນສູ່ງທີ່ເຂົາເຈົ້າຄວນຈະຮູ້ ມັກຈະບໍ່ຮູ້ຕົວວ່ານັ້ນຄືການປິດຕົວເອງໃຫ້ກັບຄວາມສຳເລັດທີ່ແທ້ຈິງ ເພາະພວກເຂົາບໍ່ຍອມປ່ຽນແປງ ແລະ ຈະມີບັນຫາກັບການຮັບຟັງຄຳແນະນະ ແລະ ຄຳວິຈານຈາກຜູ້ອື່ນ ລວມທັງຍັງຫຼີກລ້ຽງທີ່ຈະພັດທະນາຕົນເອງອີກດ້ວຍ ຄົນປະເພດນີ້ຈະບືນຕົງເອງຈົນຂຶ້ນໄປເຖິງຈຸດທີ່ສູງທີ່ສຸດໄດ້ ແຕ່ຄວາມສຳເລັດນັ້ນຈະບໍ່ມີທາງຢູ່ຢ່າງຍືນຍາວໄດ້.

ແນ່ນອນວ່າ ຫາກທ່ານຕ້ອງການຈະໃຫ້ຄວາມສຳເລັດຄົງຢູ່ກັບທ່ານຢ່າງຍືນຍາວ ກໍ່ຄວນເຂົ້າໃຈກ່ອນວ່າຄວາມສຳເລັດຈະຍາວນານໄດ້ກໍ່ຕໍ່ເມື່ອຕົວທ່ານເອງພ້ອມທີ່ຈະເຕີບໃຫຍ່ ແລະ ພ້ອມພັດທະນາຢູ່ສະເໝີເຊັ່ນກັນ ທ່ານຕ້ອງເຊື່ອວ່າ "ຍິ່ງຮຽນຮູ້ຫຼາຍຂຶ້ນເທົ່າໃດ ກໍ່ຍິ່ງມີໂອກາດທີ່ຈະປະສົບຄວາມສຳເລັດຫຼາຍຂຶ້ນເທົ່ານັ້ນ" ແລະ ນີ້ຄື 7 ຂໍ້ຄິດທີ່ຈະເຮັດໃຫ້ຄວາມສຳເລັດຢູ່ກັບທ່ານໄດ້ຢ່າງຍືນຍາວ.

1. ເຮົາສາມາດພັດທະນາໄດ້ຕະຫຼອດເວລາ: ຄວາມສຳເລັດນັ້ນຂຶ້ນຢູ່ກັບຄວາມສາມາດໃນການຮຽນຮູ້ ທ່ານຕ້ອງເປີດໃຈ ແລະ ເລັ່ງເຫັນວ່າຄູ, ອາຈານ, ເພື່ອຮ່ວມງານ ແລະ ເຈົ້ານາຍ ເປັນຜູ້ໃຫ້ຄຳປຶກສາສຳລັບທ່ານ ເຂົາເຈົ້າຈະເປັນແຫຼ່ງຄວາມຮູ້ທີ່ສຳຄັນໃຫ້ກັບທ່ານ, ຫາກເມື່ອໃດກໍ່ຕາມທີ່ທ່ານເຊື່ອວ່າທ່ານສາມາດແກ້ບັນຫາເລື່ອງຕ່າງໆໄດ້ດ້ວຍຕົວເອງ ສະແດງວ່າເມື່ອນັ້ນຄືເວລາທີ່ກຳລັງຢຸດໂອກາດທີ່ຈະປະສົບຄວາມສຳເລັດອອກໄປ, ຈົ່ງເຊື່ອວ່າການພັດທະນາເກີດຂຶ້ນໄດ້ສະເໝີ ຈົ່ງພ້ອມທີ່ຈະເປີດຮັບໃນສິ່ງທີ່ຕົນເອງບໍ່ເຄີຍໄດ້ຮູ້ມາກ່ອນ ຫາກທ່ານຮູ້ສຶກດີກັບສິ່ງທີ່ທ່ານເປັນ ແລະ ຈຸດທີ່ທ່ານຢູ່ແລ້ວ ສະແດງວ່າທ່ານມີທິດທາງທີ່ຈະບໍ່ສາມາດກ້າວໄປໄດ້ໄກກວ່າຈຸດທີ່ຢືນຢູ່ໃນປັດຈຸບັນ ດັ່ງນັ້ນ, ຄວາມສຳເລັດຈະຍືນຍາວມັກຈະມາພ້ອມກັບການຕັ້ງຄຳຖາມສະເໝີ ແລະ ການເພີ່ມພູນຄວາມຮູ້ມັກຂຶ້ນຢູ່ກັບຄວາມໃສ່ໃຈໃນການຮຽນຮູ້ຂອງຕົວທ່ານເອງອີກດ້ວຍ.

2. ຄວາມຜິດພາດຈະຊ່ວຍໃຫ້ເຮົາເຮັດໃນສິ່ງທີ່ຖືກຕ້ອງ: ຄວາມສຳເລັດຄືຂະບວນການ ບໍ່ແມ່ນເຫດການ ທ່ານຄວນກຽມພ້ອມທີ່ຈະພົບກັບຄວາມຜິດພາດ ມັນເປັນໄລຍະເວລາແຫ່ງຄວາມທ້າທາຍ ແລະ ເປັນຊ່ວຍເວລາທີ່ຈະເປັນຕົວພິສູດ ຄວາມຜິດພາດຄື ຂອງຂວັນອັນລໍ້າຄ່າທີ່ສຸດ ຫາກທ່ານເຮັດຜິດພາດ ແນ່ນອນວ່າທ່ານຍັງໄດ້ຮຽນຮູ້ວ່າແມ່ນຫຍັງຄືສິ່ງທີ່ຖືກ ມັນຄືໂອກາດທີ່ຈະເຮັດໃຫ້ທ່ານໄດ້ພັດທະນາຕົນເອງໃນຄັ້ງຕໍ່ໆໄປ ທຸກຄັ້ງທີ່ທ່ານໄດ້ປັບປ່ຽນວິທີແກ້ໄຂໃນສິ່ງທີ່ທ່ານໄດ້ເຮັດຜິດພາດໄປ ນັ້ນກໍ່ໝາຍຄວາມວ່າທ່ານກຳລັງເພີ່ມລະດັບສະຕິປັນຍາຕົວເອງໃຫ້ຫຼາຍຂຶ້ນ ແລະ ທຸກຄັ້ງທີ່ທ່ານຫາຄຳຕອບຂອງບັນຫາບໍ່ພໍ້ ແລ້ວຂໍຄວາມຊ່ວຍເຫຼືອຈາກໃຜຄົນໃດຄົນໜຶ່ງ ທ່ານກໍ່ກຳລັງເພີ່ມຄວາມຮູ້ທີ່ເປັນສ່ວນສຳຄັນໃນການພັດທະນາຕົນເອງເຊັ່ນກັນ, ຄວາມຜິດພາດຊ່ວຍໃຫ້ທ່ານປັບຕົວເອງ, ເຕີບໃຫຍ່ ແລະ ປ່ຽນແປງ ມັນສອນໃຫ້ທ່ານຮູ້ຈັກໃຫ້ອະໄພ ໃຫ້ທ່ານກ້າວຂ້າມຄວາມຢ້ານ ແລະ ຄວາມເສຍໃຈ, ການຮຽນຮູ້ທີ່ຈະພັດທະນາຕົນເອງ ມັນຊ່ວຍສອນໃຫ້ທ່ານເປັນຄົນປັບຕົວໄດ້ດີ ເຊິ່ງຄວາມສຳເລັດຈະຄ່ອຍໆກໍ່ຕົວຂຶ້ນເອງເມື່ອທ່ານຮູ້ຈັກຖ່ອມຕົວ ແລະ ພ້ອມຮຽນຮູ້ຈາກຄວາມຜິດພາດ

3. ເຮົາສາມາດຮຽຮູ້ໄດ້ຢ່າງບໍ່ມີຂີດຈຳກັດ: ທ່ານເຊື່ອໃນຂີດຈຳກັດຂອງການຮຽຮູ້ຫຼືບໍ່? ຫາກທ່ານເຊື່ອທ່ານຄວນຮູ້ໄວ່ວ່າລະບົບຄວາມຄິດແບບນີ້ຈະເຮັດໃຫ້ໂອກາດໃນການພັດທະນາຄວາມສຳເລັດໃນໄລຍະຍາວນັ້ນຖືກຂັດຂວາງ ທ່ານຄວນປ່ຽນລະບົບຄວາມຄິດໃຫ້ເຊື່ອວ່າທ່ານສາມາດຮຽນຮູ້ໄດ້ຢ່າງບໍ່ມີຂີດຈຳກັດ ເພາະທ່ານຈະບໍ່ມີທາງປະສົບຄວາມສຳເລັດຢ່າງຍືນຍົງໄດ້ ຖ້າຫາກທ່ານເກັ່ງໃນດ້ານໜຶ່ງດ້ານດຽວ, ການຮຽນຮູ້ຈະໃຫ້ຜົນດີກັບທ່ານສະເໝີ ການຮຽນຮູ້ຊ່ວຍໃຫ້ທ່ານບັນລຸເປົ້າໝາຍໄດ້ ລວມທັງຍັງຊ່ວຍເພີ່ມຄຸນຄ່າໃນຊີວິດ ແລະ ມີຄວາມອົດທົນຫຼາຍຂຶ້ນ, ໃນການຮຽນຮູ້ມັກຈະເປີດໂລກຂອງທ່ານໃຫ້ພົບກັບສິ່ງໃໝ່ໆ ແລະ ຍັງເພີ່ມພູນປະສົບການ ແລະ ໂອກາດຂອງທ່ານ ຫາກພ້ອມທີ່ຈະຮຽນຮູ້ຕະຫຼອດ ທ່ານກໍ່ຈະສາມາດປະເຊີນກັບທຸກສະຖານະການໃນຊີວິດໄດ້ເປັນຢ່າງດີ ຊ່ວຍໃຫ້ຊີວິດຂອງທ່ານກ້າວໜ້າຂຶ້ນໄປເລື້ອຍໆ ດັ່ງນັ້ນ, ທ່ານຕ້ອງຮຽນຮູ້ ແລະ ພັດທະນາຕົນເອງຢ່າງສະໝ່ຳສະເໝີ

4. ຄວາມທ້າທາຍຄືຈຸດເລີ່ມຕົ້ນຂອງຄວາມຄິດ: ຄວາມຈິງແລ້ງຄວາມທ້າທາຍບໍ່ແມ່ນສິ່ງທີ່ຄວນຫຼີກລ້ຽງ ເພາະມັນຄືຕົວເລັ່ງຄວາມສຳເລັດໃຫ້ກັບທ່ານ ຄວາມທ້າທາຍບໍ່ໄດ້ພຽງແຕ່ຊ່ວຍເລັ່ງການພັດທະນາທາງດ້ານຄວາມສາມາດ ແລະ ຄວາມຮູ້ຂອງທ່ານເທົ່ານັ້ນ ແຕ່ມັນຍັງຊ່ວຍໃຫ້ທ່ານເຊື່ອໝັ້ນໃນຕົວເອງວ່າຍັງມີຄວາມສາມາດພໍທີ່ຈະເຮັດສິ່ງຕ່າງໆໄດ້ ຍິ່ງທ່ານທ້າທາຍຕົວເອງແລ້ວເຮັດໃຫ້ສຳເລັດໄດ້ຫຼາຍຂຶ້ນເທົ່າໃດ ທ່ານກໍ່ຈະຍິ່ງມີຄວາມໝັ້ນໃຈໃນຄວາມສາມາດຂອງຕົວເອງໃນຄັ້ງຕໍ່ໆໄປຫຼາຍຂຶ້ນເທົ່ານັ້ນ, ຈົ່ງໃຝຫາຄວາມທ້າທາຍ ຍິ່ງທ້າທາຍສູງ ຍິ່ງຕ້ອງກ້າໃຫ້ຫຼາຍຂຶ້ນ ແລ້ວສິ່ງທີ່ທ່ານໄດ້ຮັບກັບມາກໍ່ຈະຫຼາຍຂຶ້ນເຊັ່ນກັນ ລອງສ່ຽງກັບເລື່ອງທີ່ທ່ານບໍ່ຄິດຈະສ່ຽງ ຫາກມີໃຜຄົນໃດຄົນໜຶ່ງບອກວ່າທ່ານເຮັດບໍ່ໄດ້ ເຂົາເຈົ້າເຫຼົ່ານັ້ນທີ່ຈະເຮັດໃຫ້ທ່ານມີແຮງກະຕຸ້ນໃນການພິສູດຕົວເອງ ລວມໄປເຖິງເຮັດໃຫ້ເຂົາເຈົ້າຮູ້ວ່າ "ພວກເຂົາຄິດຜິດແລ້ວ ຂ້ອຍເຮັດໄດ້"

5. ອະນາຄົດຂອງເຮົາ ຖືກສ້າງມາຈາກທັດສະນະຄະຕິ ແລະ ຄວາມພະຍາຍາມຂອງຕົວເຮົາເອງ: ລອງປັບວິທີຄິດຂອງທ່ານ ໃຫ້ເຂົ້າໃຈວ່າຄວາມພະຍາຍາມຄືສິ່ງທີ່ເຮັດໃຫ້ທ່ານສະຫຼາດ ແລະ ມີຄວາມສາມາດຫຼາຍຂຶ້ນ ມັນບໍ່ແມ່ນເລື່ອງທຳມະຊາດຂອງສະໝອງ ຄວາມພະຍາຍາມບໍ່ສາມາດຮຽນຮູ້ ຫຼື ວັດໄດ້ຄືກັບການວັດລະດັບ IQ, ເຮົາຈະເຫັນໄດ້ວ່າການທຸ້ມເທຢ່າງໜັກນັ້ນສຳຄັນກວ່າຄວາມສະຫຼາດ ນັກທຸລະກິດທີ່ປະສົບຄວາມສຳເລັດສ່ວນໃຫຍ່ສາມາດກ້າວຂ້າມອຸປະສັກຕ່າງໆໄດ້ເພາະຄວາມອົດທົນພະຍາຍາມ ແລະ ມັນບໍ່ໄດ້ມີພຽງຄວາມສະຫຼາດເທົ່ານັ້ນ ເຖິງແມ່ນວ່າທັກສະ ແລະ ຄວາມສາມາດຈະນຳພາທ່ານໄປເຖິງຈຸດສູງສຸດໄດ້ກໍ່ຕາມ ແຕ່ເມື່ອທ່ານສູງເທົ່າໆກັບຄົນອື່ນແລ້ວ ຄົນທີ່ທຸ້ມເທຢ່າງໝັກເທົ່ານັ້ນທີ່ຈະສາມາດສູງນຳຄົນອື່ນໄປໄດ້ອີກ, ຈົ່ງເຊື່ອໝັ້ນວ່າ ຫາກທ່ານພະຍາຍາມຢ່າງສຸດຄວາມສາມາດ ທ່ານຈະໄດ້ຮັບໝາກຜົນດັ່ງທີ່ຫວັງ ຈົ່ງພ້ອມທີ່ຈະເຮັດສິ່ງທີ່ຄົນອື່ນບໍ່ເຫັນຄວາມສຳຄັນ, ສິ້ນເປືອງເວລາ ຫຼື ບໍ່ມີຄ່າ ເພາະໃນຫຼາຍໆຄັ້ງສິ່ງເລັກໆນ້ອຍໆເຫຼົ່ານີ້ທີ່ຈະເປັນຕົວປ່ຽນເກມທີ່ສຳຄັນ ເຊິ່ງສາມາດກຳນົດໄດ້ວ່າໃຜຈະປະສົບຄວາມສຳເລັດ ແລະ ໃຜຈະບໍ່ປະສົບຄວາມສຳເລັດ

6. ກຸ່ມຄົນທີ່ປະສົບຄວາມສຳເລັດຈະເປັນແຮງຊຸກດັນສຳຄັນໃຫ້ກັບທ່ານ: ຈົ່ງເຊື່ອວ່າຄົນທີ່ປະສົບຄວາມສຳເລັດຄືຄົນທີ່ຈະດຶງຕົວທ່ານຂຶ້ນ ບໍ່ແມ່ນກົດທ່ານລົງ ຄົນທີ່ປະສົບຄວາມສຳເລັດລ້ວນແຕ່ມີປະສົບການ ແລະ ຂໍ້ມູນທີ່ເປັນປະໂຫຍດທີ່ສາມາດຊ່ວຍໃຫ້ທ່ານສ້າງເສັ້ນທາງສູ່ຄວາມສຳເລັດຂອງທ່ານໄດ້ ຫຼາຍໆຄົນພ້ອມທີ່ຈະແບ່ງປັນວິທີການທີ່ເຂົາເຈົ້າໃຊ້ນຳທາງໄປສູ່ຄວາມສຳເລັດ ເພາະທ່ານຍັງຕ່າງຈາກເຂົາເຈົ້າຫຼາຍ ແລະ ເຂົາເຈົ້າກໍ່ນຳໜ້າເຮົາໄປໄກ້ແລ້ວ ມັນຈະເປັນປະໂຫຍດສຳລັບທ່ານ ຫາກທ່ານເອົາຄົນເຫຼົ່ານີ້ເປັນແບບຢ່າງ ຈົ່ງເອົາຕົວເອງເຂົ້າໄປຢູ່ໃນກຸ່ມຄົນທີ່ປະສົບຄວາມສຳເລັດ ເພາະເຂົາເຈົ້າຈະເພີ່ມຄຸນຄ່າໃຫ້ກັບຊີວິດ ແລະ ທຸລະກິດຂອງທ່ານຜ່ານມິດຕະພາບ

7. ເຮົາຈະບໍ່ມີມື້ຍອມແພ້: ປ່ຽນວິທີຄິດຂອງທ່ານໃຫ້ກ້າວໜ້າຂຶ້ນ ຈົ່ງພາກພຽນໃນທຸກໆເລື່ອງ ຢ່າຮູ້ຈັກຄຳວ່າ "ຍອມແພ້" ທ່ານຄວນຮູ້ວ່າຄວາມສາມາດບໍ່ແມ່ນພຽງຄວາມພາກພຽນ ມີຄົນຈຳນວນຫຼາຍທີ່ເຕັມໄປດ້ວຍທັກສະ ແລະ ຄວາມສາມາດແຕ່ກໍ່ຍັງບໍ່ປະສົບຄວາມສຳເລັດ ການສຶກສາບໍ່ໄດ້ເຮັດໃຫ້ທ່ານສຳເລັດ ເພາະໂລກນີ້ເຕັມໄປດ້ວຍຄົນທີ່ມີການສຶກສາແຕ່ຜັດບໍ່ມີແຮງຈູງໃຈ ແລະ ຂີ້ຄ້ານ ດັ່ງນັ້ນ, ຄວາມສຳເລັດຈະເກີດຂຶ້ນໄດ້ຫາກທ່ານບໍ່ຍອມແພ້, ອົດທົນ, ພາກພຽນ, ມີຈິດໃຈທີ່ເຂັ້ມແຂງ ແລະ ບໍ່ທໍ້ຖອຍຕໍ່ອຸປະສັກ ຄວາມພາກພຽນ ແລະ ຄວາມມຸ່ງໝັ້ນຄືສິ່ງທີ່ຈະສ້າງຄວາມສຳເລັດໃຫ້ຍືນຍົງ.

ຫາກທ່ານມີຄວາມຕັ້ງໃຈທີ່ຈະຮຽນຮູ້ ຈະສາມາດພັດທະນາຕົນເອງ ແລະ ເປີດໃຈຮັບທຸກສິ່ງທຸກຢ່າງໄດ້ ແລະ ໃນຂະນະທີ່ພະຍາຍາມເປີດຮັບສິ່ງຕ່າງໆຢູ່ນັ້ນ ທ່ານກໍ່ກຳລັງເພີ່ມປະສິດທິພາບໃນການຮຽນຮູ້ ແລະ ການແກ້ບັນຫາໃຫ້ເປັນໄປໃນທາງທີ່ສ້າງສັນຂຶ້ນອີກດ້ວຍ ເມື່ອເຊື່ອວ່າທ່ານສາມາດພັດທະນາຕົວເອງໄດ້ ທ່ານກໍ່ຈະພ້ອມຮັບຟັງຄວາມເປັນຈິງກ່ຽວກັບຈຸດເດັ່ນຈຸດດ້ອຍຂອງຕົວເອງໄດ້ເຊັ່ນກັນ ເຖິງແມ່ນວ່າຈະບໍ່ເປັນຕາໜ້າຟັງກໍ່ຕາມ.

ຫາກທ່ານຕ້ອງການຄວາມສຳເລັດທີ່ຍືນຍາວຍືນຍົງ ທ່ານຄວນຮຽນຮູ້ທີ່ຈະດຶງຈຸດແຂງຂອງທ່ານມາໃຊ້ ແລະ ຮຽນຮູ້ທີ່ຈະພັດທະນາຈຸດດ້ອຍຂອງຕົວເອງ ກ່າວໄດ້ວ່າຫາກຕ້ອງການຄວາມສຳເລັດ ທ່ານຕ້ອງມີທັງຄວາມເຕັມໃຈ ແລະ ຄວາມສົນໃຈທີ່ຈະຮຽນຮູ້, ເຕີບໃຫຍ່ ແລະ ປ່ຽນແປງຕົວເອງ ເພາະຄວາມສຳເລັດຂຶ້ນຢູ່ກັບວິທີການຄິດຂອງທ່ານນັ້ນເອງ.

No comments

Powered by Blogger.