ມີຜູ້ເສຍຊີວິດ 10 ຄົນຈາກເຫດຫິມະເຈື່ອນໃນປາກິດສະຖານ - ອິດສະຫຼະ

ມີຜູ້ເສຍຊີວິດ 10 ຄົນຈາກເຫດຫິມະເຈື່ອນໃນປາກິດສະຖານ


ສຳນັກຂ່າວຕ່າງປະເທດລາຍງານ 5 ກຸມພາ 2017: ເຈົ້າໜ້າທີ່ປາກິດສະຖານກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ຕິດຢູ່ໃນກອງຫິມະອີກ 3 ຄົນ ພາຍຫຼັງຫິມະເຈື່ອນລົງມາສອງຄັ້ງທັບໝູ່ບ້ານ ແລະ ດ່ານຊາຍແດນທາງພາກເໜືອຂອງປາກິດສະຖານໃນມື້ນີ້ ເຊິ່ງຫິມະໄດ້ເຈື່ອນຖົມເຖິງ 8 ໝູ່ບ້ານ ໂດຍເຫດການດັ່ງກ່າວເກີດຂຶ້ນໃນເວລາປະມານ 3:00 ມ ຕາມເວລາທ້ອງຖິ່ນ.

No comments

Powered by Blogger.