ນາຍົກລັດຖະມົນຕີອິຕາລີຫາລືກັບຜູ້ນຳສະຫະລັດເລື່ອງນາໂຕ ແລະ ຜູ້ອົບພະຍົບ - ອິດສະຫຼະ

ນາຍົກລັດຖະມົນຕີອິຕາລີຫາລືກັບຜູ້ນຳສະຫະລັດເລື່ອງນາໂຕ ແລະ ຜູ້ອົບພະຍົບ



ສຳນັກຂ່າວຕ່າງປະເທດລາຍງານ 5 ກຸມພາ 2017: ສຳນັກນາຍົກລັດຖະມົນຕີອິຕາລີຖະແຫຼງວ່າ ນາຍຍົກລັດຖະມົນຕີ ເປົາໂລ ເຈນຕີໂລນີ ໄດ້ໂທລະສັບຫາລືກັບປະທານາທິບໍດີ ໂດໂນ ທຣຳ ຂອງສະຫະລັດ ອາເມຣິກາເມື່ອຕອນຄໍ່າວັນເສົາທີ່ຜ່ານມາ ພ້ອມກັບເນັ້ນຢໍ້າຄວາມສຳພັນທະວິພາຄີລະຫວ່າງອິຕາລີກັບສະຫະລັດຈາກມິດຕະພາບ ແລະ ຄວາມຮ່ວມມືທີ່ມີຕໍ່ກັນມາຍາວນານ ທ່ານ ເຈມຕິໂລນີ ກ້າວຢໍ້າຈຸດຢືນເຖິງຄວາມສຳຄັນຂອງອົງກອນສົນທິສັນຍາປ້ອງກັນອາກແລນຕິກເໜືອ (ນາໂຕ) ແລະ ການຮ່ວມມືລະຫວ່າງເອີຣົບ ກັບ ສະຫະລັດ ທ່າມກາງບັນຫາທ້າທາຍ ແລະ ໄພຮຸກຮານຕ່າງໆທີ່ມີຕໍ່ຄວາມໝັ້ນຄົງຮ່ວມກັນ ນາຍົກລັດຖະມົນຕີອິຕາລີ ແລະ ປະທານາທິບໍດີ ທຣຳ ຍັງໄດ້ໃຫ້ຄຳໝັ້ນຈະປາບປາມການກໍ່ການຮ້າຍ ແລະ ກຸ່ມຫົວຮຸນແຮງ ລວມທັງຄວາມພະຍາຍາມທີ່ຈະຜ່ອນຄາຍວິກິດອູແກຣນ, ບັນລຸສັນຕິພາບໃນຕາເວັນອອກກາງ ແລະ ຍຸດຕິສົງຄາມໃນຊີຣີ.

No comments

Powered by Blogger.