ສານອຸທອນສະຫະລັດບໍ່ຮັບຄຳຮ້ອງ ຂໍຮື້ຟື້ນຄຳສັ່ງຫ້າມຜູ້ລີ້ໄພຂອງ ໂດໂນ ທຣຳ - ອິດສະຫຼະ

ສານອຸທອນສະຫະລັດບໍ່ຮັບຄຳຮ້ອງ ຂໍຮື້ຟື້ນຄຳສັ່ງຫ້າມຜູ້ລີ້ໄພຂອງ ໂດໂນ ທຣຳ



ສຳນັກຂ່າວຕ່າງປະເທດລາຍງານ 5 ກຸມພາ 2017: ສານອຸທອນລັດຖະບານພາກ 9 ເຂດລັດວໍຊິງຕັນຕາເວັນຕົກ ມີຄຳພິພາກສາໃນວັນອາທິດນີ້ ປະຕິເສດຄຳຮ້ອງຂອງກະຊວງຍຸດທິທຳໃນນະຄອນຫຼວງວໍຊິງຕັນ ເຊິ່ງຕ້ອງການໃຫ້ຮື້ຟື້ນອຳນາດພິເສດຂອງປະທານາທິບໍດີ ໂດໂນ ທຣຳ ໃນການຄວບຄຸມຊາຍແດນຂອງສະຫະລັດ "ໂດນທັນທີທັນໃດ" ໂດຍບໍ່ມີການລະບຸເຫດຜົນຢ່າງຊັດເຈນ.

ເຊິ່ງ ຄຳສັ່ງດັ່ງກ່າວຂອງສານອຸທອນໝາຍຄວາມວ່າ ຄຳພິພາກສາຂອງຜູ້ພິພາກສາ ເຈມ ໂຣບາດ ຂອງສານຊັ້ນຕົ້ນລັດຖະບານກາງພາກ 9 ເຂດລັດວໍຊິຕັນຕາເວັນຕົກ ຈະຍັງຄົງມີຜົນບັງຄັບໃຊ້ທົ່ວປະເທດຢູ່ໃນຕອນນີ້ ໂດຍ ໂຣບາດ ມີຄຳພິພາກສາເມື່ອວັນສຸກທີ່ຜ່ານມາ ໃຫ້ລະງັບອຳນາດພິເສດຂອງປະທານາທິບໍດີ ໂດໂນ ທຣຳ ເຊິ່ງຍົກລະດັບການຄວບຄຸມຊາຍແດນຂອງສະຫະລັດ ດ້ວຍການປະຕິເສດການເຂົ້າເມືອງຂອງປະຊາຊົນຈາກ 7 ປະເທດເປັນເວລາ 90 ວັນ ເລີ່ມຕັ້ງແຕ່ວັນທີ 27 ມັງກອນ ທີ່ຜ່ານມາໄດ້ແກ່: ອິຣັກ, ອິຣານ, ຊີຣີ, ເຢເມນ, ລິບີ, ຊູດັງ ແລະ ໂຊມາລີ ແລະ ລະງັບໂຄງການຕັ້ງຖິ່ນຖານຂອງຜູ້ລີ້ໄພຈາກທຸກສັນຊາດເປັນເວລາ 120 ວັນ ແຕ່ຫາກເປັນຜູ້ລີ້ໄພຊາວຊີຣີ ຈະຖືກປະຕິເສດແບບບໍ່ມີກຳນົດ.

No comments

Powered by Blogger.